ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຕຶກຕອງ ພິຈາລະນາ ໃນ ຄວາມກະຈ່າງແຈ້ງ ຂອງກົດໝາຍ 'ຕໍ່ຕ້ານລັດ'


ແຜນທີ່ ປະເທດຫວຽດນາມ
ແຜນທີ່ ປະເທດຫວຽດນາມ

ປະທານສະພາ​ຂອງ​ຫວຽດນາມ ​ໄດ້​ສ້າງ​ຄວາມ​ແປກ​ໃຈ ​ໃຫ້​ແກ່
ຫຼາຍຄົນ​ ໂດຍ​ກ່າວ​ວ່າ ປະ​ເທດ​ຂອງທ່ານຄວນ​ໃຫ້​ຄວາມກະຈ່າງ
ແຈ້ງ ໃນອັນ​ທີ່​ຕົນເອີ້ນ​ວ່າ ກົດໝາຍຕໍ່ຕ້ານ​ລັດ ​ເພື່ອ​ປ້ອງກັນ​ບໍ່ໃຫ້
ມີການ​ຈັບ​ກຸມ​ຄຸມຂັງໂດຍ​ພາລະການ ທີ່​ເປັນ​ການລະ​ເມີດ​ຕໍ່ສິດທິ
​ມະນຸດ ​ແລະ ສິດທິ​ພົ​ນລະ​ເມືອງ.

​ໃນ​ລະຫວ່າງ ການ​ອະພິປາຍ ກ່ຽວ​ກັບ​ການ​ດັດ​ແກ້​ກົດໝາຍ​ອາຍາ
​ໃນ​ວັນ​ຈັນ​ຜ່ານ​ມາ ທ່ານ Nguyen Sinh Hung ​ເວົ້າວ່າ “ພວກ​
ເຮົາບໍ່​ຄວນ​ປ່ອຍໃຫ້​ກົດໝາຍທີ່​ມີ​ຢູ່​ແລ້ວ ​ທີ່​ບໍ່​ຈະ​ແຈ້ງນັ້ນ ​
ແຜ້ວທາງໄປສູ່ການ​ຈັບ​ກຸມ​ ຜູ້​ໃດ​ກໍ​ໄດ້ ​ຢ່າງ​ງ່າຍ​ດາຍ.”

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ອາດ​ຈະ​ເປັນ​ການ​ຫັນປ່ຽນທີ່ສຳຄັນ​ສຳ​ຫລັບ​ບັນດາເຈົ້າໜ້າ​ທີ່​ຫວຽດນາມ.

ຄຳ​ຖະ​ແຫລ​ງດັ່ງກ່າວ ​ໄດ້​ກໍ່​ໃຫ້​ເກີດ​ມີ​ຄຳ​ເຫັນ​ແບບປະປົນກັນ ທັງໃນ ດ້ານ​ລະມັດລະວັງ ​ແລະ ໃນດ້ານທີ່​ດີ ໃນ​ບັນດາພວກ​ທີ່ເຄີຍ​ຕຳ​ນິຕິ​ຕຽນ​ກົດໝາຍ​ຕໍ່ຕ້ານ​ລັດ​ຂອງ​ຫວຽດນາມ ຢູ່​ສະ​ເໝີມາ.

ທະນາຍຄວາມ ທ່ານ Tran Thu Nam ຜູ້​ທີ​ໄດ້ຕໍ່ສູ້ຄະດີໃຫ້ແກ່​ຈຳ​ເລີຍຫຼາຍຄົນ ​ທີ່ໄດ້​ຕຳ​ນິ
ຕິ​ຕຽນລັດຖະບານ ຊຶ່ງໄດ້ປະ​ເຊີນ​ໜ້າ​ກັບ​ຂໍ້ຫາໂຄສະນາ​ຊວນ​ເຊື່ອ ຕໍ່ຕ້ານ​ລັດນັ້ນ ກ່າວ​ວ່າ​
ລາວ​ມີ​ “ຄວາມປະ​ລາດ​ໃຈ​ແທ້ໆ” ໃນຄຳ​ຖະ​ແຫລ​ງ​ຂອງ​ທ່ານ Hung.

ທ່ານກ່າວວ່າ “ຂ້າພະເຈົ້າຫວັງວ່າ ທຸກສິ່ງຢ່າງຈະມີຄວາມກະຈ່າງແຈ້ງ ແລະໂປ່ງໃສ
ຫຼາຍຂຶ້ນ ໃນການດຳເນີນຄະດີ ທີ່ພົວພັນກັບເລື້ອງຄວາມໝັ້ນຄົງແຫ່ງຊາດ ໃນອະ
ນາຄົດຕໍ່ໜ້າ. ພວກທະນາຍຄວາມທີ່ຕໍ່ສູ້ຄະດີ ກຸ່ມຈັດຕັ້ງຕ່າງໆ ທີ່ບໍ່ຂຶ້ນກັບ ລັດຖະບານ ແລະ ພວກນັກການທູດໃນຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ຊ້ຳແລ້ວຊ້ຳອີກ ກ່ຽວກັບກົດໝາຍຕໍ່ຕ້ານລັດ.”

ທ່ານ ນາມ ກ່າວຕື່ມວ່າ ກົດໝາຍດັ່ງກ່າວນັ້ນ ມີຜົນກະທົບອັນຍາວນານ ຕໍ່ປະຊາຊົນ ຜູ້ທີ່ຖືກກ່າວຟ້ອງ ໃນດ້ານສັງຄົມ ແລະ ການເມືອງ.

XS
SM
MD
LG