ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຫວຽດນາມ ໄວ້ທຸກ ໃຫ້ນາຍພົນ Vo Nguyen Giap (ວີດີໂອ)


ອະດີດເລຂາທິການໃຫຍ່ ພັກຄອມມິວນິສຫວຽດນາມ ທ່ານ Le Kha Phieu (ກາງ) ເຄົາລົບສົບ ນາຍພົນ Vo Ngyen Giap.
ຫວຽດນາມ ກໍາລັງ​ໄວ້ທຸກ ​ເປັນ​ເວລາ​ສອງ​ວັນ ໃຫ້​ແກ່​ນາຍ​ພົນ
ໃນສະໄໝສົງຄາມ ທ່ານ Vo Nguyen Giap ທີ່ໄດ້ເຖິງແກ່ມໍ
ລະນະ​ກໍາໄປ​ ໃນ​ອາທິດ​ແລ້ວ​ນີ້ ຮວມ​ອາຍຸ​ໄດ້ 102 ປີ.

ປະຊາຊົນຫລາຍໆ​ພັນ​ຄົນ ຮວມ​ທັງ​ຄອບຄົວ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ
​ແລະ​ຜູ້​ຕາງໜ້າ​ທະຫານ​ຕ່າງປະ​ເທດ ​ໄດ້​ຢ້ຽມຄໍານັບ​ສົບ ນາຍ
​ພົນ Giap ທີ່​ດອຍ​ໄວ້​ຢູ່ນະຄອນຫລວງ​ຮ່າໂນ້ຍ ໃນວັນເສົາມື້ນີ້.

ນາຍ​ພົນ Giap ​ໄດ້​ຖືກ​ຍົກ​ຍ້ອງ​ວ່າ​ເປັນນາຍ​ທະຫານ​ທີ່​ສະຫຼຽວ
ສະ​ຫລາດໃນ​ການໃຊ້ກົນລະຍຸດກອງ​ໂຈນ​ທີ່ສາມາດເອົາ​ຊະນະ
ກໍາລັງ​ທະຫານ ຝຣັ່ງ ​ແລະ​ອາ​ເມຣິກັນ ​ແລະ​ຍຸດຕິການມີລັດຖະ
ບານ ຢູ່ຫວຽດນາມ​ໃຕ້. ນາຍ​ພົນ Giap ເປັນ​ທີ່​ເຄົາລົບຮັກຂອງ
ປະຊາຊົນ ຮອງຈາກມື້ລາງທ່ານ Ho Chi Minh ຜູ້ນໍາການປະ
ຕິວັດທໍ່ນັ້ນ.

ຫລັງ​ຈາກ​ພິທີ່​ສົ່ງສະການ​ຢ່າງເປັນ​ທາງ​ການ​ແລ້ວສົບ​ຂອງ​ນາຍ
ພົນ Giap ຈະ​ຖືກສົ່ງໄປ​ບ້ານ​ເກີ​ດ​ເມືອງ​ນອນ​ຂອງທ່ານ ທີ່ແຂວງ Quang Binh ໃນມື້ວັນ
ອາທິດເພື່ອ​ທໍາ​ພິທີ​ຝັງ.

Viet
please wait
Embed

No media source currently available

0:00 0:01:27 0:00

ກ່ຽວຂ້ອງກັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG