ພວກນັກເຄື່ອນໄຫວຕໍ່ສູ້ເພື່ອກໍາມະສິດທີ່ດິນຫວຽດນາມ 7 ຄົນໄດ້ຖືກດໍາເນີນຄະດີໃນວັນ
ຈັນມື້ນີ້ ໃນຂໍ້ຫາຖານສ້າງຄວາມປັ່ນປ່ວນເພື່ອໂຄ່ນລົ້ມລັດຖະບານແລະເປັນສະມາຊິກຂອງ
ຂະບວນການຝ່າຍຄ້ານ Viet Tan ທີ່ຕ້ອງຫ້າມຫລືຜິດກົດໝາຍນັ້ນ.
ພວກຜູ້ຕ້ອງຫາ 7 ຄົນນີ້ແມ່ນຮວມທັງທ່ານ Duong Kim Khai ນັກບວດຂອງກຸ່ມສາ
ສະໜາທີ່ແຍກໂຕອອກຈາກກຸ່ມ Mennonites ແລະເອີ້ນວ່າກຸ່ມ The Cattle Shed
Congregation ຍ້ອນຄອກສັດໃນທົ່ງນາທີ່ພວກເຂົາເຈົ້າໃຊ້ເປັນບ່ອນປະກອບສາສະໜາ
ກິດຂອງເຂົາເຈົ້ານັ້ນ. ກ່ອນໜ້ານີ້ ທ່ານ Duong Kim Khai ກໍໄດ້ຈໍາຄຸກເປັນເວລາ 2 ປີ
ໃນຂໍ້ຫາທໍາພິທີທາງສາສະໜາທີ່ບໍ່ໄດ້ຮັບອະນຸຍາດ ຢູ່ໃນເຮືອນຂອງທ່ານ.
ບັນດາເຈົ້າໜ້າທີ່ຂະບວນການ Viet Tan ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດກ່າວວ່າ ໃນຫວ່າງໄວໆຜ່ານມານີ້ ທ່ານ Khai ໄດ້ໃຫ້ຄໍາແນະນໍາທາງກົດໝາຍແກ່ພວກຊາວກະສິກອນທີ່ເຮືອນຊານຂອງພວກເຂົາເຈົ້າໄດ້ຖືກລັດຖະບານຍຶດເອົາແລະມອບທີ່ດິນຂອງເຂົາເຈົ້າໃຫ້ພວກບຸກເບີກທີ່ດິນນັ້ນ.
ສະມາຊິກລັດຖະສະພາສະຫະລັດ 5 ທ່ານພາຍໃຕ້ການນໍາພາຂອງຜູ້ແທນສະພາຕໍ່າ Ed
Royce ຈາກລັດ California ໄດ້ຂຽນຈົດໝາຍ ໄປຫາ ນາຍົກລັດຖະມົນຕີ ຫງວຽນຕັນ
ຢຸງ ຂອງຫວຽດນາມໃນສັບປະດາແລ້ວນີ້ ຮ້ອງຂໍໃຫ້ປ່ອຍໂຕພວກຈໍາເລີຍ 7 ຄົນນີ້. ຈົດ
ໝາຍສະບັບນີ້ເອີ້ນການດໍາເນີນຄະດີດັ່ງກ່າວວ່າ ເປັນຮອຍດ່າງແປ້ວຢູ່ໃນປະວັດດ້ານເສລີ
ພາບໃນການເຊື່ອຖືສາສະໜາທີ່ພວມເປັນບັນຫາຫລາຍຂຶ້ນນັບມື້ຂອງຫວຽດນາມນັ້ນ.