ເວລາຜ່ານມາໄດ້ 35 ປີແລ້ວ ນັບແຕ່ກຳລັງ ທະຫານຫວຽດນາມເໜືອ ໄດ້ເຂົ້າຢຶດເອົາ ນະຄອນຫລວງ ຂອງອັນທີ່ເອີ້ນກັນວ່າ ຫວຽດນາມໃຕ້ ໃນເວລານັ້ນ ເຮັດໃຫ້ສົງຄາມ ທີ່ຍືດເຍື້ອ ມາເປັນເວລາຍາວນານ ແລະນອງເລືອດ ກັບສະຫະລັດ ສິ້ນສຸດລົງ. ທຸກມື້ນີ້ ຫວຽດນາມ ທີ່ໄດ້ທ້ອນໂຮມ ເຂົ້າເປັນປະເທດນຶ່ງດຽວ ແລ້ວນັ້ນ ແມ່ນເພັ່ງເລັງ ໃສ່ການປະຕິຮູບ ເສດຖະກິດ ໄປສູ່ລະບົບ ຕະຫລາດເສລີ ຂະນະທີ່ສືບຕໍ່ ຮັກສາລະບົບການເມືອງ ແບບຄອມມູນິສນັ້ນໄວ້.
ໃນທຸກມື້ນີ້ ຫວຽດນາມ ແມ່ນມີຄວາມກັງວົນ ກ່ຽວກັບ ເລື່ອງເງິນໂດລາ ກັບເງິນເຊັນຕ໌ ຫລາຍກວ່າ ເລື່ອງສົງຄາມ ຫລືສັນຕິພາບ. ບັນຫາການຄ້າ ແລະເສດຖະກິດ ເປັນເລື່ອງທີ່ຄອບງຳ ຄວາມວິຕົກກັງວົນ ຂອງລັດຖະບານ ແລະຄອບງຳ ຄວາມສຳພັນ ລະຫວ່າງ ຫວຽດນາມ ກັບສະຫະຣັດ.
ແຕ່ມັນບໍ່ແມ່ນເສັ້ນທາງ ທີ່ງ່າຍດ່າຍ ສຳລັບຫວຽດນາມເລີຍ ນັບແຕ່ປີ 1975 ເປັນຕົ້ນມາ. ຫວຽດນາມ ບໍ່ພຽງແຕ່ຕ້ອງໄດ້ ບູລະນະສ້າງສາ ປະເທດຊາດບ້ານເມືອງ ຫລັງຈາກສົງຄາມ ກັບສະຫະລັດທໍ່ນັ້ນ ແຕ່ຍັງຕ້ອງໄດ້ຮັບມື ກັບການປ່ຽນແປງຂອງໂລກ ຊຶ່ງສະຫະພາບໂຊວຽດ ທີ່ເປັນປະເທດ ໃຫ້ການຊ່ອຍເຫຼືອ ຫຼາຍທີ່ສຸດ ແກ່ຫວຽດນາມນັ້ນ ໄດ້ພັງທະລາຍລົງ ແລະລະບອບ ການປົກຄອງ ແບບຄອມມູນິສ ທີ່ສະຫະພາບໂຊວຽດ ໃຫ້ການອຸບປະຖຳຄຳຊູນັ້ນ ສ່ວນໃຫຍ່ແລ້ວ ກໍໄດ້ຫາຍສາບສູນໄປ.
ທ່ານ FREDERICK BROWN ຈາກສະຖາບັນ ການສຶກສານາໆຊາດຂັ້ນສູງ ຂອງມະຫາວິທະຍາໄລ JOHNS HOPKINS ທີ່ກຸງວໍຊິງຕັນ ກ່າວວ່າ ຫວຽດນາມບໍ່ມີທາງເລືອກ ແຕ່ຕ້ອງໄດ້ຮັບເອົາ ການປ່ຽນແປງດັ່ງກ່າວ.
“ໃນເວລາທີ່ ສະຫະພາບໂຊວຽດ ແລະຄອມມູນິສຢູໂຣບ ເລີ້ມຈະພັງທະລາຍລົງ ໃນປີ 1986 ນັ້ນ ຫວຽດນາມ ແມ່ນຕົກຢູ່ໃນ ຖານະເຄິ່ງໆກາງໆ ຄືຫວຽດນາມ ຈະຕ້ອງຕັດສິນໃຈ ປະຖິ້ມ ລະບົບການເສດຖະກິດ ແບບມາກຊິສຂອງຕົນ ແລະກໍໄດ້ ກະທຳສຳເລັດ ໃນກອງປະຊຸມ ສະພາໃຫຍ່ ຄັ້ງທີ 6 ຂອງພັກ ໃນປີ 1986 ແລະນັ້ນຄື ຈຸດເລີ້ມຕົ້ນຂອງ ການວິວັດທະນາການ ພິເສດ ທີ່ໄດ້ດຳເນີນມາ ເທົ່າເຖິງປັດຈຸບັນນີ້.”
ການປະຕິຮູບ ຊຶ່ງຮູ້ກັນ ໃນນາມ DOI MOI ນັ້ນ ໄດ້ຖືກຮັບຮອງເອົາ ໃນກອງປະຊຸມໃຫຍ່ ຂອງພັກຄອມມູນິສ ຫວຽດນາມ ໃນປີ 1986. ດັ່ງດຽວກັນກັບຈີນ ຊຶ່ງເປັນປະເທດ ຄອມມູນິສເພື່ອນບ້ານ ທາງທິດເໜືອນັ້ນ ຫວຽດນາມ ໄດ້ເປີດເສລີ ທາງດ້ານເສດຖະກິດ ຂອງຕົນ ແລະຊອກຫາຊ່ອງທາງ ເພື່ອດຶງດູດເອົາ ການລົງທຶນໂດຍກົງ ຈາກຕ່າງປະເທດ ຂະນະທີ່ສືບຕໍ່ ຮັກສາລະບອບ ການປົກຄອງ ທີ່ມີພັກການເມືອງ ພຽງພັກດຽວເອົາໄວ້. ການປະຕິຮູບ ທາງດ້ານການເມືອງ ບໍ່ໄດ້ມີຂຶ້ນ ພ້ອມໆກັບ ການປະຕິຮູບ ທາງດ້ານເສດຖະກິດ.
ການປ່ຽນແປງ ແບບຄ່ອຍເປັນຄ່ອຍໄປ ຂອງຈີນ ອາດເປັນສິ່ງດົນໃຈ ໃຫ້ຫວຽດນາມ ທຳການປະຕິຮູບ ແຕ່ພວກນັກວິເຄາະ ຫຼາຍໆຄົນເວົ້າວ່າ ອຳນາດ ທີ່ມີເພີ້ມຂຶ້ນ ຂອງຈີນ ໄດ້ເປັນສິ່ງຈູງໃຈ ໃຫ້ຫວຽດນາມ ຍື່ນມືໄປຫາ ປະເທດຕ່າງໆ ໃນເອເຊຍ ແລະສະຫະລັດ.
ທ່ານ EARNEST BOWER ຜູ້ອຳນວຍການ ໂຄງການໃນເຂດເອເຊຍ ຕາເວັນອອກສຽງໃຕ້ ຂອງສູນກາງສຶກສາ ນາໆຊາດ ແລະຍຸດທະສາດ ທີ່ກຸງວໍຊິງຕັນ ກ່າວວ່າ ຄວາມກັງວົນໃຈ ຂອງຫວຽດນາມ ກ່ຽວກັບຈີນ ໄດ້ເປັນປັດໃຈສຳຄັນ ທີ່ຂັບດັນໃຫ້ຫວຽດນາມເຂົ້າເປັນ ສະມາຊິກ ຂອງສະມາຄົມ ບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສ່ຽງໃຕ້ ຫລືອາຊ່ຽນ ໃນປີ 1995 ຊຶ່ງເປັນປີດຽວກັນ ກັບທີ່ຫວຽດນາມ ໄດ້ສ້າງຕັ້ງ ຄວາມສຳພັນ ແບບປົກກະຕ ິກັບສະຫະລັດ.
“ຫວຽດນາມ ເຂົ້າຮ່ວມກຸ່ມອາຊ່ຽນ ກໍເພາະວ່າ ຫວຽດນາມເຊື່ອວ່າ ອາຊ່ຽນ ຈະເປັນກຸ່ມຈັດຕັ້ງ ທີ່ມີຄວາມໝາຍສຳຄັນ ທີ່ຮວມກັນແລ້ວ ອາດສາມາດຕ້ານຢັນ ຄວາມກົດດັນ ແລະການເຂົ້າມາ ສະແດງສິດ ໃນຂົງເຂດ ຂອງຈີນ ທີ່ກຳລັງເຕີບໂຕ ແລະເຂົ້າມາພົວພັນ ຫລາຍຂຶ້ນນັ້ນ. ແລະຂ້າພະເຈົ້າຄຶດວ່າ ຄວາມຈິງແລ້ວ ຫວຽດນາມ ໄດ້ເປັນສະມາຊິກ ທີ່ແຂງແຮງຫລາຍ ຂອງກຸ່ມອາຊ່ຽນ ຊຶ່ງສ້າງ ຄວາມປະຫລາດໃຈ ໃຫ້ແກ່ ແມ່ນແຕ່ພວກປະເທດ ສະມາຊິກຕົ້ນຕໍ.”
ທ່ານ FREDERICK BROWN ຈາກມະຫາວິທະຍາໄລ JOHNS HOPKINS ກ່າວວ່າ ການຄ້າແມ່ນພື້ນຖານ ຫລືເສົາຫລັກ ຂອງຄວາມສຳພັນ ລະຫວ່າງ ສະຫະລັດ ກັບຫວຽດນາມ ແຕ່ທ່ານເວົ້າຕື່ມວ່າ ການມີອິດທິພົນ ເພີ້ມຂຶ້ນຂອງຈີນ ໄດ້ເປັນຄວາມວິຕົກກັງວົນ ຂອງພວກຜູ້ນຳ ຫວຽດນາມ ຂະນະທີ່ຮ່າໂນ່ຍ ພະຍາຍາມກ້າວເດີນໄປ ຢ່າງລະມັດລະວັງ ບົນເສັ້ນທາງ ລະຫວ່າງ ສະຫະລັດ ກັບຈີນ ໂດຍບໍ່ພະຍາຍາມ ຫຍັບເຂົ້າໃກ້ ຝ່າຍໃດຝ່າຍນຶ່ງ ຫລາຍເກີນໄປ ຈົນເປັນການຂັດໃຈ ອີກຝ່າຍນຶ່ງນັ້ນ. ທ່ານກ່າວ ກ່ຽວກັບເລື່ອງນີ້ວ່າ.
“ສຳຫລັບຫວຽດນາມແລ້ວ ແມ່ນມີຄວາມຍາກລຳບາກຫລາຍ ກັບພວກເຈົ້າໜ້າທີ່ການເມືອງຂອງຕົນ ພວກທີ່ມີຄວາມກັງວົນຫລາຍ ກ່ຽວກັບຄວາມສຳພັນ ຂອງຫວຽດນາມ ກັບສະຫະລັດນັ້ນ ດັ່ງຄຳເວົ້າເກົ່າໆ ທີ່ເຄີຍເວົ້າວ່າ ຖ້າຫາກເຮົາ ໃກ້ຊິດກັບຈີນ ຫລາຍເກີນໄປ ເຮົາຈະສູນເສຍປະເທດ ແລະຖ້າຫາກເຮົາ ໃກ້ຊິດກັບອາເມລິກາ ເກີນໄປ ເຮົາຈະສູນເສຍ ພັກຄອມມູນິສ.”
ແຕ່ບັນຫາ ເລື່ອງການເຄົາຣົບ ນັບຖືສິດທິມະນຸດ ເຮັດໃຫ້ການເຄື່ອນໄຫວ ຂອງຫວຽດນາມ ເພື່ອຫຍັບໃກ້ ເຂົ້າມາຫາສະຫະລັດ ຫລາຍຂຶ້ນນັ້ນ ປະສົບກັບຄວາມຍຸ່ງຍາກ ຊຶ່ງຄວາມປະສົງ ໂດຍສະເພາະ ຂອງວຽດນາມ ກໍແມ່ນຢາກໄດ້ ຮັບສິດພິເສດ ໃນດ້ານການຄ້າ ແລະຄວາມສຳພັນອື່ນໆ ທາງດ້ານເສດຖະກິດ.
ການດຳເນີນ ຄວາມພະຍາຍາມ ຂອງຫວຽດນາມ ທີ່ຈະດຶງດູດເອົາ ການລົງທຶນ ຈາກຕ່າງປະເທດ ຫຼາຍຂຶ້ນ ກໍໄດ້ຮັບ ອຸບປະສັກຂັດຂວາງ ຈາກຄວາມຍຸ່ງຍາກ ກ່ຽວກັບ ລະບຽບການພາຍໃນ ແລະການສໍ້ລາດບັງຫລວງ. ນັກວິເຄາະ ERNEST BOWER ກ່າວວ່າ ການສໍ້ລາດບັງຫລວງ ຂັ້ນຮ້າຍແຮງ ເປີດແປນທີ່ສຸດນັ້ນ ໄດ້ຫລຸດລົງ ແຕ່ບັນຫາທີ່ວ່ານີ້ ກໍຍັງມີຢູ່ຕໍ່ມາ.
“ໄດ້ມີການກຳຈັດ ການສໍ້ລາດບັງຫລວງ ລາຍໃຫຍ່ໆໄດ້ແລ້ວ ຢ່າງຫລວງຫລາຍ ເພາະພັກຄອມມູນິສ ເຫັນວ່າ ການສໍ້ລາດບັງຫລວງ ຢ່າງຂະໜານໃຫຍ່ນັ້ນ ເປັນອັນຕະລາຍ ຕໍ່ຄວາມຢູ່ລອດ ຂອງພັກ ແຕ່ກໍຍັງມີບັນຫາ ກ່ຽວກັບ ລະບົບອາດຍາສິດ ຫລືລະບຽບການນັ້ນ ຫລາຍຢູ່. ມັນເປັນການຍາກຫລາຍ ທີ່ຈະໄດ້ຮັບ ອະນຸມັດ ກ່ຽວກັບເລື່ອງໃດໆກໍຕາມ ຢູ່ໃນຫວຽດນາມ ຊຶ່ງພວກເຮົາ ຈະຕ້ອງຜ່ານຜ່າ ບາດກ້າວຫລາຍຢ່າງ ແລະການສໍ້ລາດບັງຫຼວງ ລາຍນ້ອຍໆ ກໍຍັງມີ ຢ່າງແຜ່ຫລາຍ ແລະມັນກໍເປັນ ບັນຫາອັນນຶ່ງ.”
ເມື່ອໄວໆມານີ້ ລັດຖະບານຫວຽດນາມ ໄດ້ລິເລີ້ມ ໂຄງການເພື່ອຊ່ອຍກຳຈັດ ການສໍ້ລາດບັງຫຼວງ ທີ່ເອີ້ນກັນວ່າ “ໂຄງການ 30” ທີ່ໃຫ້ລັດຖະມົນຕີ ກະຊວງຕ່າງໆ ເປັນຜູ້ຮັບຜິດຊອບ ກ່ຽວກັບການປະຕິຮູບປັບປຸງ ລະບຽບການ ບໍລິຫານງານ ແລະໃຫ້ມມີ ຄວາມໂປ່ງໃສ ເພີ້ມຂຶ້ນ.