ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ​ ​ເລີ້ມ​ຈ່າຍ​ ຄ່າ​ເສຍ​ຫາຍ ໃຫ້ແກ່ບໍລິສັດ ໄຕ້​ຫວັນ​ ແລະ​ຈີນ


ພວກປະທ້ວງຊາວຫວຽດນາມ ປະທ້ວງ ຕໍ່ຕ້ານໂຮງງການຈີນ ທີ່ Ho Chi Minh city, 18 ພຶດສະພາ 2014.
ພວກປະທ້ວງຊາວຫວຽດນາມ ປະທ້ວງ ຕໍ່ຕ້ານໂຮງງການຈີນ ທີ່ Ho Chi Minh city, 18 ພຶດສະພາ 2014.

ຫວຽດນາມ​ໄດ້​ເລີ້ມ​ຈ່າຍ​ເງິນຄ່າ​ເສຍ​ຫາຍຂັ້ນຕົ້ນ ​ໃນມູນຄ່າ​ຫຼາຍ​
ກວ່າ 7 ລ້ານໂດລາ ​ໃຫ້​ແກ່​ເກືອບ​ 140 ​ທຸລະກິດ ຊຶ່ງ​ຮວມທັງ
ບໍລິສັດຂອງ​ຊາວ​ໄຕ້​ຫວັນ​ແລະ​ຈີນ ທີ່​ໄດ້ຖືກໂຈມຕີ ​ໃນລະຫວ່າງ
ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ ​ໃນ​ເດືອນ​ແລ້ວ​ນີ້​.

ມີ​ຄົນ​ງານຈີນຢ່າງ​ນ້ອຍ 2 ຄົນຖືກ​ສັງຫານ ​ແລະ​ອີກ​ຫຼາຍ​ສິບ​ຄົນ​
ໄດ້​ຮັບ​ບາດ​ເຈັບ ເວລາ​ການ​ປະ​ທ້ວງຕໍ່ຕ້ານ​ຈີນ ​ໄດ້ກາຍເປັນເຫດ
ການຮຸນແຮງເຖິງຕາຍ ຢູ່​ໃນ​ບາງ​ເຂດຂອງ​ຫວຽດນາມ. ​ມີ​ລາຍ​
ງານວ່າ ໄດ້​ມີຜູ້​ຄົນ​ຫຼາຍ​ກວ່າ 1 ພັນ​ຄົນຖືກ​ຈັບ​ກຸມ​ໃນ​ການພົວ
ພັນຂອງພວກເຂົາເຈົ້າໃນຄວາມຮຸນແຮງເຫຼົ່ານີ້.​

​ນອກນັ້ນ ຮາ​ໂນ່ຍຍັງໃຫ້ຄຳໝັ້ນສັນຍາວ່າ ຈະຊ່ອຍ​ເຫຼື​ອພວກບໍລິສັດ ທີ່​ໄດ້​ຮັບຜົນກະທົບ​ຈາກ​ຄວາມວຸ້ນວາຍທີ່ຮ້າຍແຮງສຸດ​ໃນຮອບຫຼາຍໆປີ ​ຟື້ນ​ຕົວ​ຄືນ ​ໂດຍ​ໄດ້​ສະ​ເໜີ​ຂໍ້ລິເລີ້ມ ຕ່າງໆ ເຊັ່ນການຍົກເລີກການ​ເສຍພາສີເປັນຕົ້ນ.

ການ​ເຄື່ອນໄຫວ​ດັ່ງກ່າວ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ນທີ່​ທາງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສິ້ນ​ສຸດ ສະໄໝ​ປະຊຸມສາມັນ ຮອບ​ສຸດ​ທ້າຍ ໂດຍອອກ​ຖະ​ແຫຼ​ງຢ່າງ​ແຮງວ່າ ການ​ທີ່ຈີນ​ໄດ້​ຕິດ​ຕັ້ງ​ຖານ​ຂຸດ​ນ້ຳມັນ​ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ ແມ່ນ​ເປັນ “ການລະ​ເມີດ​ຢ່າງຮ້າຍແຮງ ຕໍ່ອະທິປະ​ໄຕ​ຂອງ​ຫວຽດນາມ​ແລະ​ກົດໝາຍ​ສາກົນ​ນຳດ້ວຍ.”

​ແຕ່ວ່າ​ສະພາແຫ່ງຊາດ ກໍບໍ່​ໄດ້​ມີ​ມະຕິເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ ​ໃນເຂດ​ທະ​ເລ​ຈີນ​ໃຕ້ ດັ່ງທີ່​ໄດ້​ມີການສະເໜີ ໂດຍ​ສະມາຊິກ​ສະພາບາງທ່ານ ຊຶ່ງ​ໄດ້​ພາໃຫ້ເກີດມີປະຕິກິລິຍາ​ຕ່າງໆ ນາໆແບບປະສົມປະສານຈາກ​ປະຊາຊົນນັ້ນ..

XS
SM
MD
LG