ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ສຽງປືນ ເຈົ້າຂອງໜອງປາ ພາໃຫ້ເກີດ ການອະພິປາຍ ກ່ຽວກັບ ການສໍ້ລາດບັງຫຼວງ ຢູ່ຫວຽດນາມ


ນາງ Nguyen Thi Thuong ເມຍຂອງນາຍ Doan Van Vuon ເຈົ້າຂອງຟາມລ້ຽງປາທີ່ພວກເຈົ້າໜ້າທີ່ທ້ອງ ຖິ່ນຫວຽດນາມ ຢາກຢຶດເອົາດິນຂອງລາວ ທີ່ເມືອງໄຮຟອງ ໃນພາກເໜືອຫວຽດນາມ (15 ກຸມພາ 2012)

ເວລາເຈົ້າຂອງຟາມລ້ຽງປາຜູ້ນຶ່ງໃນພາກເໜືອຫວຽດນາມໄດ້ຕັດສິນໃຈຈັບອາວຸດລຸກຂຶ້ນຕໍ່ສູ້ ກັບຕໍາຫຼວດຈໍານວນນຶ່ງກອງພັນ ທີ່ທາງການສົ່ງໄປຂັບໄລ່ລາວ ອອກຈາກດິນຂອງລາວນັ້ນ ໄດ້ກໍ່ໃຫ້ເກີດມີການອະພິປາຍຂອງສາທາລະນະຊົນກ່ຽວກັບບັນຫາທີ່ພວມໄໝ້ເດືອດເປັນໄຟ ໃຕ້ພື້ນຜິວຂອງສັງຄົມຫວຽດນາມ. ຜູ້ສື່ຂ່າວວີໂອເອ Marian Brown ມີລາຍງານກ່ຽວກັບ ເລື່ອງນີ້ຈາກນະຄອນຫຼວງຮາໂນ່ຍ

ໃນ​ເດືອນ​ແລ້ວນີ້ ຄອບຄົວ​ຂອງນາຍ Doan Van Vuon ອາຍຸ 49 ປີ​ໄດ້​ໃຊ້​ປືນແລະ​ລະ​
ເບີດ​ຝັງ​ດິນ​ທີ່​ເຮັດ​ຂຶ້ນ​ເອງ​ໂຈມ​ຕີ​ພວກ​ເຈົ້າໜ້າ​ທີ່ໆ​ພະຍາຍາມຈະ​ເຂົ້າຢຶດ​ເອົາ​ດິນຟາ​ມລ້ຽງ​ປາ
ຂອງ​ພວກ​ເຂົາເຈົ້າ. ມີ​ຕຳຫຼວດ 4 ຄົນແລະ​ທະຫານ 2 ຄົນ​ໄດ້​ຮັບ​ບາດ​ເຈັບ ຮວມທັງຫົວ
ໜ້າຕຳຫຼວດ​ໃນ​ເຂດ​ທ້ອງ​ຖິ່ນ. ​ເຫດ​ຮ້າຍ​ທີ່​ວ່າ​ນີ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຂ່າວ​ລະດັບ​ຊາດ​ແລະ​ພາ
ໃຫ້ເກີດ​ກະ​ແສ​ຟອງຄວາມ​ເຫັນ​ອົກ​ເຫັນ​ໃຈ ​ຕໍ່ຈຸດ​ຢືນ​ດັ່ງກ່າວ​ຂອງ​ຄອບຄົວ​ຄົນ​ລ້ຽງປາ​ຜູ້ນີ້.

ທ່ານ David Brown ນັກ​ການ​ທູດ​ເບ້ຍ​ບຳນານ​ອາ​ເມຣິກັນ​ ກ່າວ​ວ່າ ຄະດີ​ດັ່ງກ່າວ​ສ່ວນ
ໃຫຍ່​ແລ້ວ ​ແມ່ນ​ເນັ້ນໜັກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ ກ່ຽວ​ກັບ​ສິດທິຂອງ​ພວກຊາວ​ໄຮ່​ຊາວ
ນາ.

ທ່ານ Brown ​ເວົ້າວ່າ “ມີ​ສອງ​ສິ່ງ​ທີ່​ເດັ່ນ​ແຈ້ງ​ ໃນ​ຄະດີ​ນີ້ ຄື​ນຶ່ງ​ຄວາມ​ໂງ່​ເຂົາເບົາ
ປັນຍາແບບ​ບໍ່​ໜ້າ​ເຊື່ອ ຂອງ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ​ແລະ​ອີກ​ສິ່ງ​ນຶ່ງ​ ກໍ​ຄືຄວາມ
ຮູ້ສຶກ​ທີ່​ວ່າ ມັນ​ເປັນ​ເລື່ອງ​ສັກສິດ​ແບບ​ໃດ​ແບບ​ນຶ່ງ​ ລະຫວ່າງ​ພໍ່​ນາ​ແລະດິນ​ຂອງ​
ລາວ.”

ທ່ານ Brown ຊຶ່ງ​ເມື່ອ​ໄວໆ​ມານີ້ໄດ້​ຂຽນ​ບົດ​ຄວາມ​ຫຼາຍໆ​ເລື່ອງ​ກ່ຽວ​ກັບການປະຕິ​ຮູບ​ທີ່​ດິນ
ໃຫ້​ແກ່​ວາລະສານ Asia Sentinel ນັ້ນກ່າວ​ວ່າ​ໃນ​ຂະນະ​ທີ່ຊາວ​ຫວຽດນາມ​ຈຳນວນ​ຫຼວງ
ຫຼາຍ​ໄດ້​ພາກັນ​ຍົກຍ້າຍ​ເຂົ້າ​ໄປ​ຢູ່ໃນ​ເມືອງ​ແຕ່​ສ່ວນໃຫຍ່​ແລ້ວ​ຍັງ​ມີ​ຄອບຄົວ​ອາ​ໄສ​ຢູ່​ໃນ​ເຂດ​
ຊົນນະບົດ. ທ່ານ​ເວົ້າວ່າຄວາມ​ສຳພັນລະຫວ່າງ​ພວກ​ພໍ່​ນາ​ແລະ​ດິນ​ດອນຂອງ​ພວກ​ເຂົາ​ເຈົ້າ
ນັ້ນຍັງ​ສືບ​ຕໍ່​ເປັນ​ພາກສ່ວນ​ທີ່​ສຳຄັນ​ຂອງເອກ​ກະ​ລັກ​ແຫ່ງ​ຊາດ​ຂອງ​ຫວຽດນາມ.

ຢູ່​ຫວຽດນາມ ປະຊາຊົນ​ສາມາດ​ເຊົ່າ​ດິນ​ໄດ້ ​ແຕ່​ລັດ​ຍັງ​ສືບ​ຕໍ່​ເປັນ​ຜູ້​ມີສິດ​ຄວບ​ຄຸມດິນ​ດັ່ງກ່າວ
ຢູ່. ​ໃນ​ປີ 1993 ລັດຖະບານ​ໄດ້​ອະນຸມັດ​ໃຫ້ພວກ​ພໍ່​ໄຮ່​ພໍ່ນາ​ຫວຽດນາມ ຈຳນວນ​ຫຼວງຫຼາຍ
ເຊົ່າດິນເປັນ​ເວລາ 20 ປີ. ​ເຖິງ​ແມ່ນ​ລັດຖະບານສາມາດຢຶດ​ເອົາ​ດິນ​ຄືນ​ໄດ້​ກໍ​ຕາມແຕ່​ຫຼາຍໆ​
ຄົນ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນວ່າ ​ເຂົາ​ເຈົ້າຈະ​ໄດ້​ຮັບ​ການ​ຊົດ​ເຊີຍ​ທີ່​ເໝາະ​ສົມສຳ​ຫຼັບການ​ພັດທະນາ​
ໃດໆກໍຕາມ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ຂຶ້ນ.

ການປະທ້ວງຂອງຊາວນາຫວຽດນາມ
ການປະທ້ວງຂອງຊາວນາຫວຽດນາມ

ນາຍ Vuon ​ໄດ້​ຖືກ​ຍົກຍ້ອງ​ວ່າ​ເປັນ​ພໍ່​ນາ
ໂຕ​ແບບ ​ຍ້ອນ​ລາວ​ໄດ້ຫັນປ່ຽນ​ດິນທີ່​ແຫ້ງ
ແລ້ງ​ໃຊ້​ການ​ບໍ່​ໄດ້ໃຫ້​ກາຍ​ເປັນ​ຟາ​ມລ້ຽງ​ປາ
ທີ່​ຈະ​ເລີ​ນງອກ​ງາມ ພາ​ໃຫ້​ພໍ່ນາ​ ຄົນ​ອື່ນໆ
ຢູ່​ໃນ​ເຂດ​ດັ່ງກ່າວ​ເອົາ​ໂຕ​ຢ່າງ​ ແລະ​ພາກັນ
ໄດ້​ຮັບ​ຜົນ​ກຳ​ໄລແຕ່​ການ​ຜິດ​ຖຽງ​ກັບ​ພວກ
ເຈົ້າໜ້າ​ທີ່​ເມືອງ ເຮັດ​ໃຫ້​ນາຍ Vuon ປະ​
ເຊີນກັບການ​ຖືກຂັບ​ໄລ່​ອອກ​ຈາກ​ດິນ​ໂດຍ
ບໍ່​ໄດ້​ຮັບ​ຄ່າ​ຕອບແທນ​ໃດໆ​ທັງ​ໝົດ​ເລີຍ.

ນາງ Le Hien Duc ​ແມ່ນນຶ່ງ​ໃນ​ບັນດາ​
ນັກ​ເຄື່ອນ​ໄຫວ ຕໍ່ຕ້ານ​ການ​ສໍ້​ລາດ​ບັງຫຼວງ
ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມກ່າວ​ວ່າ ກໍລະນີ​
ຂອງນາຍ Vuon ນີ້​ແມ່ນ​ເປັນໂຕ​ຢ່າງ​ຂອງ​ບັນຫາ​ທີ່​ພວກ​ພໍ່​ໄຮ່​ພໍ່​ນາຫຼາຍຄົນ​ພວມ​ປະ​ເຊີນ​
ໜ້າຢູ່​ໃນ​ເວລາ​ນີ້.

ນາງ Le Hien Duc ​ເວົ້າວ່າ “ນາຍ Vuon ​ໄດ້​ໃຊ້​ເວລາ​ຫຼາຍໆ​ປີ​ພັດທະນາ​ທີ່ດິນ​
ຂອງ​ລາວ. ລາວ​ໄດ້​ເຮັດ​ວຽກແບບ​ບໍ່​ຮູ້​ອິດ​ເໝື່ອຍ ແລະ​ຮອດ​ໄດ້​ເສຍ​ລູກ​ສາວຂອງ​
ລາວ​ໄປ​ໃນ​ດິນ​ຕອນ​ນັ້ນ. ຖ້າຫາກ​ວ່າພວກ​ເຈົ້າໜ້າ​ທີ່​ຢຶດ​ເອົາ​ດິນ​ຂອງລາວໄປ​ເພື່ອ
ສ້າງ​ໂຮງຮຽນ​ຫຼື​ໂຮງໝໍ​ສຳລັບ​ປະຊາຊົນ​ແລ້ວມັນ​ກໍອາດ​ຈະ​ເປັນອີກ​ເລື່ອງ​ນຶ່ງແຕ່​ນີ້
ພວກ​ເຂົາ​ເຈົ້າ​ໄດ້​ຢຶດ​ເອົາ​ດິນ​ຂອງ​ລາວ ​ໂດຍ​ປາສະຈາກ​ຈຸດປະສົງ​ອັນ​ຈະ​ແຈ້ງ.”

ທະ​ນາຍ​ຄວາມ Nguyen Hong Bach ​ໄດ້​ຕົກລົງ​ທີ່​ຈະ​ຕໍ່ສູ້​ຄະດີ ​ໃຫ້​ພັນ​ລະ​ຍາ​ຂອງ​ນາຍ
Vuon ​ແລະ​ນ້ອງ​ເຂີຍ​ຂອງ​ນາງ ​ໂດຍ​ບໍ່​ເອົາ​ເງິນ.

ທະນາຍຄວາມ Nguyen Hong Bach ​ເວົ້າວ່າ "ມີ​ລາຍ​ລະອຽດຫຼາຍໆ​ຢ່າງ ກ່ຽວ​ກັບ​
ເຫດການ​ດັ່ງກ່າວ​ ທີ່​ໄດ້​ຖືກ​ເອົາ​ໄປ​ອອກ​ຂ່າວ​ຢ່າງກວ້າງຂວາງ​ໂດຍສື່​ມວນ​ຊົນ​ທ້ອງ​
ຖິ່ນຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ໄດ້​ຮູ້​ເລື່ອງ​ກ່ຽວ​ກັບ​ຄະດີ​ນີ້. ພວກ​ເຂົາເຈົ້າຮູ້ສຶກ​ບໍ່ພໍ​ໃຈ​ເປັນ
ທີ່​ສຸດ​ກັບ​ພວກ​ເຈົ້າໜ້າ​ທີ່ ແລະ​ເຫັນ​ອົກ​ເຫັນ​ໃ​ຈຄອບຄົວ​ຂອງນາຍ Vuon.”

ໃນ​ການສະ​ແດງ​ອອກ​ຊຶ່ງ​ຄວາມ​ພ້ອມພຽງ​ສາມັກຄີ​ແບບ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ​ຢູ່​ໃນຫວຽດນາມ
ທັງ​ໜັງສືພິມ ພວກ​ຂຽ​ນຂ່າວ​ລົງ​ອິນ​ເຕີ​ແນັດ​ ແລະ​ພວກ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ລັດຖະບານ
ຫລາຍໆ​ຄົນຕ່າງ​ກໍ​ເຫັນ​ພ້ອມນຳ​ກັນ​ວ່າ ​ນາຍ Vuon ​ໄດ້​ຮັບການ​ປະຕິບັດ​ຕໍ່​ແບບ​ບໍ່​ເປັນ​ທຳ ​
ແລະ​ຈະ​ຕ້ອງ​ມີ​ການດຳ​ເນີນ​ການ​ບາງ​ຢ່າງ​ກ່ຽວ​ກັບ​ເລື່ອງ​ນີ້.

ໃນ​ສັບປະດາ​ແລ້ວນາຍົກລັດຖະມົນຕີຫວຽດນາມ​ທ່ານ Nguyen Tan Dung ​ໄດ້​ປະກາດ
ໃຫ້​ຊາບວ່າ ການ​ສອບ​ສວນກ່ຽວ​ກັບ​ການ​ຂັບ​ໄລ່​ນາຍ Vuon ນັ້ນ ໄດ້​ລົງ​ຄວາມ​ເຫັນ​ວ່າເປັນ​
ການກະທຳ​ທີ່​ຜິດ​ກົດໝາຍ. ​ແລະທ່ານ​ໄດ້​ສັ່ງ​ໃຫ້​ທຳ​ການ​ລົງ​ໂທດ ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນທີ່​
ພົວພັນ​ນຳ​ຄະດີ​ນີ້ ​ແລະ​ຮ້ອງ​ຂໍ​ໃຫ້​ສານ ​ມີ​ຄວາມ​ປານີ​ປານ​ອມ​ ເວລາ​ຕັດສິນ​ຄະດີ​ຂອງ​ນາຍ
Vuon ນັ້ນ.

ອີກ​ສິ່ງ​ນຶ່ງ​ທີ່ສຳຄັນ​ກໍ ​ຄື ທ່ານ Nguyen Tan Dung ​ໄດ້​ຮຽກຮ້ອງ​ໃຫ້ທຳ​ການ​ທົບ​ທວນ
ຄືນ ເບິ່ງ​ນະ​ໂຍບາຍ​ຄຸ້ມ​ຄອງ​ດິນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ເຫດການ​ໃນ​ທຳນອງ​ນີ້
ເກີດຂຶ້ນຊໍ້າອີກ.

ພວກ​ນັກວິ​ເຄາະ​ທາງ​ດ້ານ​ກົດໝາຍ​ເວົ້າວ່າ ການ​ອະ​ພິປາຍ​ກັນ​ຂອງ​ປະຊາຊົນກ່ຽວ​ກັບຄະດີ​
ຟາ​ມລ້ຽງ​ປາ​ຂອງ​ນາຍ Vuon ນີ້ ຈະ​ມີ​ອິດ​ທິພົນຕໍ່​ກົດໝາຍ​ທີ່​ສຳຄັນ​ສອງ​ສະບັບ​ທີ່​ຈະ​ມີ​ການ
ທົບ​ທວນ​ກັນ​ໃນ​ປີ​ໜ້າ.

ທ່ານ Jairo Acuna-Alfaro ​ເປັນທີ່​ປຶກສາ​ທາງ​ດ້ານ​ນະ​ໂຍບາຍ​ຂອງອົງການ​ກອງ​ທຶນ​ພັດ
ທະນາສະຫະ​ປະຊາ​ຊາດ.

ທ່ານ Acuna-Alfaro ​ເວົ້າວ່າ “ການ​ທົບ​ທວນ​ເບິ່ງ​ກົດໝາຍ​ລັດຖະທຳ​ມະນູນ​ກ່ຽວ​ກັບ
ການ​ຖື​ກຳມະສິດ​ທີ່​ດິນ​ແມ່ນ​ເປັນ​ເລື່ອງ​ສຳຄັນແລະ​ພວມ​ເກີດ​ຂຶ້ນ​ໃນ​ເວລານີ້. ນອກ​
ນັ້ນກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ຍັງ​ຈະ​ຕ້ອງ​ໄດ້​ມີ​ການ​ດັດ​ແປງ​ແກ້​ໄຂ ໃນປີ​ 2013. ສະ​
ນັ້ນ ​ໃນ​ປີ 2012 ນີ້ ພວ​ກ​ເຂົາ​ເຈົ້າຕ້ອງ​ໄດ້​ມີ​ການ​ສົນທະນາ​ຫາລື​ກັນ​ ​ໃນທັງ​ສອງ​
ເລື່ອງ.”

ທ່ານ Acuna-Alfaro ກ່າວ​ວ່າ ການ​ຈັບ​ຕາ​ເບິ່ງວ່າ​ ພວກ​ເຈົ້າໜ້າ​ທີ່​ຫວຽດນາມ​ຮັບ​ມື​ແບບ
ໃດ​ກ່ຽວ​ກັບ​ການ​ທົບ​ທວນ​ທີ່​ວ່າ​ນີ້ ຈະ​ເປັນ​ການ​ທົດ​ສອບ​ທີ່​ຫຼໍ່​ແຫຼມສຳຄັນ ສຳ​ຫຼັບລັດຖະບານ ​
ທີ່​ອາດ​ຈະ​ມີ​ຜົນ​ກະທົບໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຢູ່​ໃນ​ປະ​ເທດ​ທີ່​ພວມ​ດີ້ນຮົນ​ເພື່ອປາ​ບປາມ
ການ​ສໍ້ລາດ​ບັງ​ຫຼວງທີ່ຝັງ​ຮາກ​ຢ່າງ​ແໜ້ນໜາ​ຢູ່​ໃນ​ຫວຽດນາມນັ້ນ.

ທ່ານ Acuna-Alfaro ​ເວົ້າວ່າ “ບາງທີ​ອາດ​ຈະ​ເປັນ​ການ​ເປີດ​ໂອກາດ​ໃຫ້​ພວກເຈົ້າ
ໜ້າ​ທີ່​ ຈັດຕັ້ງມາດ​ຕະການ​ຈຳນວນ​ນຶ່ງ​ຂຶ້ນ ທີ່​ຈຳ​ເປັນ​ສຳລັບ​ແກ້​ໄຂ​ບັນຫາການ​ສໍ້​
ລາດ​ບັງ​ຫຼວງທີ່​ເປັນ​ລະບົບ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.”

ໃນ​ຂະນະ​ທີ່​ນາຍ Vuon ​ແລະ​ສະມາຊິກຄົນ​ອື່ນໆ​ອີກ 3 ຄົນ​ໃນ​ຄອບຄົວ​ຂອງ​ລາວພວມລໍ
ຖ້າການ​ດຳ​ເນີນ​ຄະດີໃນ​ຂໍ້​ຫາ​ພະຍາຍາມ​ຂ້າ​ຄົນ​ນັ້ນ ພວກ​ນັກວິຈານ​ຫຼາຍໆ​ຄົນ​ພວມ​ຈັບ​ຕາ
ເບິ່ງ​ຢ່າ​ງ​ໃກ້ຊິດ​ວ່າ ຄຳ​ເວົ້າຂອງ​ນາຍົກລັດຖະມົນຕີຫວຽດນາມ​ ຈະ​ມີ​ການຜັນ​ຂະຫຍາຍ​ໃຫ້​
ເປັນ​ການ​ປະຕິບັດຂຶ້ນ​ມາຫຼືບໍ່. ​ເຂົາ​ເຈົ້າ​ເວົ້າວ່າ ມັນ​ບໍ່​ແມ່ນແຕ່​ສຳ​ຫຼັບອະນາຄົດ ​ຂອງ​ນາຍ
Vuon ພຽງ​ຄົນ​ດຽວ​ທໍ່​ນັ້ນ ​ແຕ່ຍັງ​ເປັນ​ອະນາ​ຄົດ ຂອງ​ພັກ​ຄອມ​ມູນິສຂອງ​ປະ​ເທດ​ນຳ​ດ້ວຍ
ໃນ​ຍຸກ​ສະ​ໄໝ​ທີ່​ວິທີການ​ທໍາ​ງານໃນ​ອະດີດ ​ບໍ່​ຄ່ອຍ​ໄດ້​ຮັບ​ຜົນ​ປານ​ໃດໃນ​ການ​ແກ້​ໄຂ​ບັນຫາ​
ຂອງ​ຍຸກ​ປັດຈຸບັນ​.

XS
SM
MD
LG