ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັນລະຍານັກຂ່າວຫວຽດນາມ ທີ່​ຖືກ​ໄຟ​ໄໝ້​ຕາຍ ຍອມຮັບ ວ່າ ໄດ້ຈູດໄຟເຜົາສາມີ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ຕໍາຫລວດຫວຽດນາມກ່າວໃນວັນຈັນມື້ນີ້ວ່າ ພັນລະຍາຂອງນັກຂ່າວຊາວຫວຽດນາມທີ່​ຖືກ​ໄຟ​ໄໝ້​ຕາຍ ໄດ້ຍອມຮັບວ່າ ນາງໄດ້​ເອົາຂອງແຫຼວທີ່​ໄວໄຟຫົດສາມີຂອງນາງ ​ແລ້ວ​ຈູດ​ໄຟ​ເຜົາ​ຜູ້ກ່ຽວໃນຂະນະທີ່ລາວກໍລັງນອນຫຼັບຢູ່ນັ້ນ.

ເຈົ້າໜ້າທີ່ກ່າວວ່າ ນາງ Tran Thi Lieu ບອກກັບຕໍາຫລວດໃນ​ແລງວັນເສົາຜ່ານ​ມານີ້ວ່າ ລາວແມ່ນບໍ່ໄດ້ຕັ້ງໃຈທີ່ຈະຂ້າສາມີ ນາຍ Le Hoang Hung ​ແຕ່​ຢ່າ​ງ​ໃດ ຄື​ ນາງຕັ້ງ​ໃຈ​ຈະ​ໃຫ້​ເປັນການ​ຂູ່ເຕືອນສາມີເທົ່ານັ້ນ ຫຼັງຈາກທີ່ໄດ້ມີການຜິດຖຽງກັນກ່ຽວກັບເລື່ອງເງິນຄໍາ.

ນາຍ Hung ຊຶ່ງໄດ້ທໍາງານໃຫ້ໜັງສືພິມກໍາມະກອນໄດ້​ເສຍ​ຊີວິດ​ຢູ່ໂຮງພະຍາບານ​ແຫ່ງ​ນຶ່ງ​
ໃນນະຄອນ Ho Chi Minh ໃນວັນທີ 29 ເດືອນມັງກອນ 10 ມື້ ຫຼັງຈາກທີ່ຖືກ​ໄຟ​ເຜົາຢູ່
ບ້ານຂອງລາວທີ່​ເມືອງ Tan An.

ບັນດາກຸ່ມສົ່ງ​ເສີມ​ສິດ​ທິຂອງ​ສື່​ນາໆ​ຊາດໄດ້ສະແດງຄວາມ​ໂກດ​ແຄ້ນ​ອອກ​ມາຍ້ອນຄິດວ່າເຫດ
ການດັ່ງກ່າວເປັນການກະທໍາເພື່ອ​ແກ້ແຄ້ນກ່ຽວກັບການລາຍງານຂ່າວຂອງນາຍ Hung ນັ້ນ.

ຕໍາຫລວດ​ໄດ້​ຮູ້​ມາວ່າ ນາງ Lieu ພັນລະຍາຂອງນາຍ Hung ໄດ້ຫຼິ້ນການພະນັນເສຍເງິນ
ໄປຫຼາຍກວ່າ 47,000 ໂດລ່າ ໃນລະຫວ່າງ​ການ​ເດີນທາງໄປຫຼິ້ນການພະນັນທີ່ກໍາປູເຈຍປະ
ເທດເພື່ອນບ້ານ 22 ຄັ້ງ.

XS
SM
MD
LG