ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຫວຽດນາມຢືນຢັນອີກໃໝ່ ທີ່ຈະນໍາເຂົ້າ ເຄື່ອງປະຕິກອນນີວເຄລຍ ຈາກຍີ່ປຸ່ນ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda, ຊ້າຍ, ຕ້ອນຮັບທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ, ທີ່ນະຄອນຫລວງໂຕກຽວ, ວັນທີ 31 ຕຸລາ 2011.

ນາຍົກລັດຖະມົນຕີຫວຽດນາມ ​ທ່ານ ​ຫງຽນ ຕັນ ຢຸ​ງ ​ໄດ້​ຢືນຢັນ​ອີກ​ໃໝ່​ໃນ​ເຈດ​ຈໍານົງຂອງ​ຫວຽດນາມ​ ທີ່​ຈະ​ສືບ​ຕໍ່​ນໍາ​ເຂົ້າ​ເຄື່ອງ​ປະຕິກອນ​ນີວ​ເຄລຍຂອງຍີ່ປຸ່ນ ​ເຖິງ​ແມ່ນ​ມີ​ອຸບັດ​ເຫດ​ຄັ້ງ​ໃຫຍ່​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ນີ້​ທີ່​ໂຮງໄຟຟ້າ​ນີວ​ເຄຍ Fukushima-Daichi ຂອງ​ຍີ່ປຸ່ນ​ນັ້ນ​ ກໍ​ຕາມ.

ຜູ້​ນໍາ​ຫວຽດນາມ​ທີ່​ກໍາລັງ​ທໍາ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຢູ່​ໃນ​ເວລາ​ນີ້ ​ໄດ້​ກ່າວ​ສະ​ແດງການ​ສະໜັບ​ສະ​ໜຸນ​ເທັກ​ໂນ​ໂລ​ຈີ​ຍີ່ປຸ່ນ​ ໃນ​ການ​ພົບ​ປະກັນ​ໃນ​ວັນ​ຈັນວານ​ນີ້​ທີ່​ກຸງ​ໂຕ​ກຽວ​ ກັບ​ທ່ານ Yukio Edano ລັດຖະມົນຕີ​ການ​ຄ້າ​ແລະ​ອຸດສາຫະກໍາ​ຂອງ​ຍີ່ປຸ່ນ.

ໃນ​ປີ​ແລ້ວ​ນີ້ ຍີ່ປຸ່ນ​ໄດ້​ຮັບ​ສັນຍາ​ເພື່ອ​ສ້າງ​ເຕົາ​ແຍກ​ນີວ​ເຄລຍ 2 ​ແຫ່ງ​ຂຶ້ນ​ໃນຫວຽດນາມ ​ໂດຍ​ມີກໍານົດ​ຈະ​ເລີ້ມ​ເປີດ​ໃຊ້​ໃນ​ປີ 2021. ​ໃນ​ວັນ​ຈັນ ວານ​ນີ້ ສື່​ມວນ​ຊົນ​ຍີ່ປຸ່ນ​ອ້າງ​ຄໍາ​ເວົ້າ​ຂອງ​ທ່ານຢຸງວ່າ ຫວຽດນາມເຊື່ອ ໝັ້ນ​ໃນ​ເທັກ​ໂນ​ໂລ​ຈີ​ນີວ​ເຄລຍທ່ີ​ກ້າວໜ້າ​ຂອງ​ຍີ່ປຸ່ນ ​ແລະ​ຢາກ​ໃຫ້​ກຸງໂຕ​ ກຽວ ນໍາໃຊ້​ໄພພິບັດທີ່ໂຮງ​ໄຟຟ້າ Fukushima ນັ້ນ​ເປັນ​ພື້ນຖານໃນ ການກໍ່ສ້າງ​ໂຮງ​ໄຟຟ້າ​ນີວ​ເຄລຍທີ່​ປອດ​ໄພ​ທີ່​ສຸດ​ຂອງ​ໂລກ​.

ຜູ້​ນໍາ​ສອງ​ປະ​ເທດ​ຍັງ​ໄດ້​ກ່າວ​ເຊ່ນ​ກັນ​ວ່າ ປະ​ເທດ​ຂອງ​ພວກ​ທ່ານ​ຈະ​ສືບ​ຕໍ່​ທໍາ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ຊອກ​ຫາ​ແຮ່​ທາດ​ດິນ​ທີ່​ຫາ​ຍາກ​ຢູ່ໃນ​ຫວຽດນາມ​ນັ້ນ.

XS
SM
MD
LG