ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໙ ມີນາ ໒໐໒໕

ຫວຽດນາມ ຈັບນັກຂ່າວຊັ້ນນໍາຂັງຄຸກ ກ່ຽວກັບການໂພສຂໍ້ຄວາມ ໃນເຟສ໌ບຸກ


ແຟ້ມຮູບ-ຮູບທີ່ຖືກຖ່າຍໃນວັນທີ 10 ເມສາ 2021 ນີ້, ສະແດງໃຫ້ເຫັນພາບຂອງນັກຂ່າວ ເທຣືອງ ຮຸຍ ຊານ (Truong Huy San), ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ຮຸຍ ດັກ (Huy Duc), ໃນລະຫວ່າງການຢ້ຽມຢາມຮ່າໂນ່ຍ, ປະເທດຫວຽດນາມ.
ແຟ້ມຮູບ-ຮູບທີ່ຖືກຖ່າຍໃນວັນທີ 10 ເມສາ 2021 ນີ້, ສະແດງໃຫ້ເຫັນພາບຂອງນັກຂ່າວ ເທຣືອງ ຮຸຍ ຊານ (Truong Huy San), ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ຮຸຍ ດັກ (Huy Duc), ໃນລະຫວ່າງການຢ້ຽມຢາມຮ່າໂນ່ຍ, ປະເທດຫວຽດນາມ.

ອົງການຂ່າວ​ຂອງ​ລັດຖະບານ ກ່າວ​ວ່າ ​ໃນ​ວັນ​ພະຫັດ​ມື້​ນີ້ ສານ​ຫວຽດນາມ ​ໄດ້ທໍາການ​ຕັດສິນ​ລົງ​ໂທດນັກ​ຂ່າວ​ອິດສະຫຼະ ​ທີ່ມີຊື່ສຽງຄົນ​ນຶ່ງ​ ໃຫ້​ຈຳ​ຄຸກເປັນເວລາ 30 ​ເດືອນ ​ໃນ​ຂໍ້​ຫາ​ຂຽນ​ຂໍ້ຄວາມວິຈານ​ລັດຖະບານໂພສລົງຢູ່ໃນເຟສ໌ບຸກ.

ທ່ານ ຮຸຍ ດັກ (Huy Duc) ເຄີຍເຮັດວຽກໃຫ້ໜັງສືພິມທີ່ມີອິດທິພົນຫຼາຍແຫ່ງຂອງລັດຖະບານ ກ່ອນທີ່ຈະກາຍມາເປັນຜູ້ຂຽນທີ່ມີຊື່ສຽງຂອງຫວຽດນາມ ແລະເປີດບັນຊີ ເຟສ໌ບຸກ, ເຊິ່ງເປັນບ່ອນທີ່ ທ່ານ ຮຸຍ ໄດ້ປະນາມຕໍ່ບັນດາຜູ້ນຳພັກຄອມມູນິສຂອງປະເທດ ກ່ຽວກັບບັນຫາຕ່າງໆເຊັ່ນ ການສໍ້ລາດບັງຫຼວງ, ການຄວບຄຸມສື່ສັງຄົມ ແລະຄວາມສໍາພັນກັບ ຈີນ.

ສານ​ຢູ່ນະຄອນຫຼວງ​ຮາ​ໂນ່ຍ ​ໄດ້​ຕັດສິນ​ລົງ​ໂທດ ທ່ານ ຮຸຍ ທີ່​ມີ​ອາຍຸ 63 ປີ ​ໃນ​ຂໍ້​ຫາ “ລະເມີດສິດ​ເສລີພາບ​ປະຊາທິປະ​ໄຕ ​ເພື່ອສົ່ງຜົນເສຍຫາຍຕໍ່​ຜົນ​ປະ​ໂຫຍ​ດຂອງ​ລັດ,” ​ດ້ວຍ​ການໂພສ​ບົດ​ຄວາມ 13 ບົດ ລົງ​ໃນສື່ສັງຄົມເຟສ໌ບຸກ.

ການພິຈາລະນາຄະດີ ໃຊ້ເວລາພຽງສອງສາມຊົ່ວໂມງເທົ່ານັ້ນ.

“ບົດຄວາມເຫຼົ່ານີ້ ມີການສື່ສານລະຫວ່າງກັນ, ມີການສະແດງຄໍາເຫັນ, ແລະແບ່ງປັນກັນອອກໄປເປັນຈໍານວນຫຼາຍ, ເຊິ່ງກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຂອງສັງຄົມ,” ອີງຕາມສື່ສັງຄົມຂອງລັດຖະບານ ທີ່ໄດ້ລະບຸຢູ່ໃນຄໍາຟ້ອງ.

ເປັນເວລາສັ້ນໆກ່ອນ​ການ​ຖືກ​ຈັບ​ກຸມ​ໃນ​ເດືອນ​ມິຖຸນາ​ຂອງປີ​ກາຍ​ນີ້, ທ່ານ ຮຸຍ ດັກ ເຊິ່ງເປັນນາມປາກກາ​ຂອງ​ນັກ​ຂ່າວ ​ໄດ້​ແນ​ເປົ້າໝາຍໂຈມຕີ​ໃສ່​ຜູ້​ນຳ​ທີ່​ມີ​ອຳນາດ​ສູງ​ສຸດ​ຂອງ​ຫວຽດນາມ ຄື ທ່ານ ໂຕ ລໍາ (To Lam) ຜ່ານທາງອອນໄລນ໌, ​ເຊັ່ນ​ດຽວ​ກັບ​ອະດີດ​ຜູ້ດໍາລົງຕໍາແໜ່ງ ໃນກ່ອນໜ້ານັ້ນ​ ​ທ່ານ ຫງຽນ ຟູ ຈອງ (Nguyen Phu Trong).

ຍັງບໍ່ຈະແຈ້ງວ່າ ແມ່ນຫຍັງຄືຂໍ້ກ່າວຫາທີ່ກ່ຽວຂ້ອງກັບການໂພສເຫຼົ່ານີ້.

ຫວຽດນາມ ​ເປັນປະເທດທີ່ມີ​ພັກການເມືອງ​ດຽວ, ເປັນປະເທດທີ່ບໍ່​ມີ​ເສລີພາບດ້ານການຂ່າວ ​ແລະດໍາເນີນການປາບປາມຢ່າງຮຸນແຮງຕໍ່​ບັນດາຜູ້ທີ່ມີ​ຄວາມ​ຄິດເຫັນແຕກຕ່າງ. ເປັນນຶ່ງໃນບັນດາປະເທດທີ່ກັກຂັງນັກຂ່າວຫຼາຍທີ່ສຸດຂອງໂລກ, ອີງຕາມອົງການນັກຂ່າວບໍ່ມີພົມແດນ ຫຼື RSF ເຊິ່ງເປັນກຸ່ມທີ່ລົນນະລົງເພື່ອເສລີພາບດ້ານການຂ່າວ.

ການດຳເນີນຄະດີຢູ່ນະຄອນຫຼວງຮາໂນ່ຍ ມີຂຶ້ນພຽງບໍ່ເທົ່າໃດເດືອນ ລຸນຫຼັງນັກຂຽນ ດວງ ແວນ ຖາຍ (Duong Van Thai), ເຊິ່ງມີຜູ້ຕິດຕາມຢູ່ໃນຢູທູບປະມານ 120,000 ຄົນ, ໂດຍທ່ານຈະຖ່າຍທອດສົດ ການວິຈານລັດຖະບານຢູ່ເລື້ອຍໆ, ຈຶ່ງໄດ້ຖືກຈຳຄຸກເປັນເວລາ 12 ປີ ໃນຂໍ້ຫາເຜີຍແຜ່ຂໍ້ມູນຕໍ່ຕ້ານລັດຖະບານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG