ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ​ຕັດສິນ​ໂທດ ຈຳຄຸກ ນັກຂ່າວ ອິນເຕີແນັດ


ທ່ານ Troung Duy Nhat ທີ່ຖືກສານຕັດສິນຕິດຄຸກສອງປີ
​ໃນ​ຖານ​ພິມເຜີຍແຜ່​ບົດ​ຂຽນ​ ຕິຕຽນລັດຖະບານ ທາງອິນເຕີແນັດ.
ທ່ານ Troung Duy Nhat ທີ່ຖືກສານຕັດສິນຕິດຄຸກສອງປີ ​ໃນ​ຖານ​ພິມເຜີຍແຜ່​ບົດ​ຂຽນ​ ຕິຕຽນລັດຖະບານ ທາງອິນເຕີແນັດ.
ສານ​ຫວຽດນາມ ໄດ້​ຕັດສິນ​ລົງ​ໂທດ ນັກ​ເຄື່ອນ​ໄຫວ​ທີ່​ມີ​ຊື່​
ສຽງຄົນ​ນຶ່ງ​ໃຫ້​ຕິດ​ຄຸກ​ສອງ​ປີ ​ໃນ​ຖານ​ພິມເຜີຍແຜ່​ບົດ​ຂຽນ
​ ທີ່​ຕິຕຽນລັດຖະບານ ທາງອິນເຕີແນັດ.

ທະນາຍ​ຄວາມຂອງ ທ່ານ Troung Duy Nhat ກ່່າວ​ວ່າ
ລູກ​ຄວາມ​ຂອງ​ລາວ ​ໄດ້ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ຍ້ອນ
“ໃຊ້ສິດເສລີພາບ ປະຊາທິປະ​ໄຕ ໄປໃນທາງທີ່ບໍ່ຖືກຕ້ອງ
ໂດຍລ່ວງລະເມີດຕໍ່ຜົນ​ປະ​ໂຫຍດຂອງລັດ.”

​ໃນ​ປີ 2013 ທ່ານ Nhat ​ໄດ້​ຮຽກຮ້ອງ​ໃຫ້ນາຍົກລັດຖະມົນ
ຕີ Nguyen Tan Dung ​ແລະ​ ຄົນ​ອຶ່ນໆ​ລາ​ອອກ ​ເພື່ອ​ປ້ອງ​
ກັນບໍ່ໃຫ້​ປະເທດຊາດ ມີການ​ສໍ້​ລາດ​ບັງ​ຫລວງ ມີ​ເສດຖະກິດທີ່​ອ່ອນ​ແອ ​ແລະ ຄວາມ
ວຸ້ນວາຍທາງການ​ເມືອງ​.

ໃນການ​ຮັບ​ຟັງຄຳໃຫ້ການ ເປັນເວລາ​ເຄິ່ງມື້​ໃນ​ວັນ​ອັງຄານ​ມື້​ນີ້ ສານ​ໄດ້​ຕັດສິນວ່່າ ບົດ
ຂຽນດັ່ງກ່າວ​ບໍ່​ມີ​ມູນຄວາມ​ຈິງ ​ແລະ ວາດພາບໃຫ້ປະ​ເທດຊາດ ​ແລະ​ ບັນດາ​ຜູ້​ນໍາ ​ ໄປ
ໃນທາງລົບ.

ທະນາຍຄວາມຂອງທ່ານ Nhat ກ່າວ​ວ່າ ທ່ານ ໄດ້​ຮັບສາລະພາບວ່າ ເປັນຜູ້ຂຽນບົດ
ຄວາມດັ່ງກ່າວ ​ແຕ່ຢືນຢັດ​ວ່າ ມັນບໍ່​ໄດ້​ໝາຍ​ເຖິງການມີ​ຄວາ​ມຜິດ.

ທ່ານ Nhat ອາຍຸ 50 ປີ ​ທີ່ເຄີ​ຍ​ເປັນນັກ​ຂ່າວ​ລັດຖະບານ ກ່ອນ​ອອກ​ກິນເບ້ຍ ບໍາ ນານ
​ໃນ​ປີ 2010 ​ໄດ້ເພັ່ງເລັງບົດຂຽນຂອງທ່ານ ຕໍ່ອັນທີ່​ຮ້ອງ​ວ່າ “ທັດສະນະແນ​ວຄິດ​ອີກ
ຢ່າງ​ນຶ່ງ.”

ທ່ານ Nhat ​ແມ່ນ​ຄົນ​ນຶ່ງຢູ່​ໃນ​ບັນດານັກ​ຂຽນຂ່າວອິນເຕີແນັດ ທີ່​ປະ​ເຊິນໜ້າ​ກັບ​ການ​ດໍາ​
ເນີນ​ຄະດີ ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ​ໃນ​ຂະນະ​ທີີ່ພວກ​ເຈົ້າ​ໜ້າ​ທີ່ ຫວຽດນາມ ສືບຕໍ່
ການປາບປາມ​ທັບ​ມ້າງ​ບັນດາ​ນັກ​ເຄື່ອນ​ໄຫວນັ້ນ.
XS
SM
MD
LG