ຫວຽດນາມກໍາລັງປະເຊີນກັບຄວາມທ້າທາຍໃນການສັກຢາວັກຊີນກັນໂຄວິດ-19 ເນື່ອງຈາກຄວາມບໍ່ພຽງພໍຢູ່ໃນທົ່ວໂລກ ແລະຄວາມຮູ້ສຶກຕໍ່ຕ້ານຢາວັກຊີນຂອງຈີນ ໃນຂະນະທີ່ປະເທດຫວຽດນາມພະຍາຍາມຈະສ້າງພູມຄຸ້ມກັນໃນຫມູ່ປະຊາ ຊົນ ພາຍໃນທ້າຍໄຕມາດທຳອິດ ຂອງປີໜ້າ.
“ສັກ ຫລື ບໍ່ສັກ?” ຈາວ ຫງຽນ (Chau Nguyen) ຖາມນ້ອງສາວຂອງນາງຫລັງຈາກໃຊ້ເວລາໝົດຄືນໃນການຄິດວ່າຄວນຈະສັກຢາວັກຊີນ ແລະຄວນຈະຮັບຢາວັກຊີນຊິໂນຟາມຂອງຈີນ ຫລືບໍ່? ໃນຂະນະທີ່ລາວບໍ່ແມ່ນຄົນທີ່ມັກສົງ ໄສໃນເລື້ອງຂອງຢາວັກຊີນ, ເຈົ້າຂອງຮ້ານອາຫານນ້ອຍໆທີ່ຕັ້ງຢູ່ໃນເມືອງໂກ ວາປ (Go Vap) ຍັງມີຄວາມກັງວົນກ່ຽວກັບສຸຂະພາບຂອງນາງຫລັງຈາກທີ່ນາງໄດ້ຮັບການສັກຢາວັກຊີນ ໃນທີ່ສຸດແລ້ວ.
ຄວາມບໍ່ເຕັມໃຈຂອງນາງແມ່ນສາມາດທີ່ຈະເຂົ້າໃຈໄດ້ ເນື່ອງຈາກຄວາມຮູ້ສຶກຕໍ່ຕ້ານຢາວັກຊີນຂອງຈີນ ທີ່ເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍນັ້ນ, ປະຊາຊົນຊາວຫວຽດນາມຫລາຍໆຄົນມີຄວາມເປັນຫ່ວງກ່ຽວກັບຄວາມປອດໄພ ແລະປະສິດທິພາບຂອງຢາວັກຊີນຈີນດັ່ງກ່າວ. ພາວະທີ່ກືນບໍ່ເຂົ້າຄາຍບໍ່ອອກຂອງນາງຈາວນັ້ນ ເນື່ອງຈາກນະຄອນໂຮຈິມິນ ມີການລົນນະລົງໃນການສັກຢາວັກຊີນ, ໂດຍມີເປົ້າໝາຍຢ່າງໜ້ອຍຕ້ອງໄດ້ສັກນຶ່ງເຂັມ ສໍາລັບ 70 ເປີເຊັນຂອງປະຊາກອນໃນນະຄອນດັ່ງກ່າວພາຍໃນເດືອນສິງຫາ. ການໂຕ້ແຍ້ງເລີ້ມຕົ້ນຂຶ້ນໃນເດືອນນີ້ ໃນຂະນະທີ່ທາງການໄດ້ປະກາດວ່າ ຈະຊື້ ແລະໃຊ້ຢາວັກຊີນຊິໂນຟາມຂອງຈີນ 5 ລ້ານໂດສ.
ໃນວັນທີ 25 ສິງຫາ, ຫວຽດນາມໄດ້ລາຍງານໂຕເລກຜູ້ປ່ວຍໂຄວິດ-19 ໃໝ່ 12,096 ຄົນ ແລະເສຍຊີວິດໄປແລ້ວ 335 ຄົນ, ເຊິ່ງນັບເປັນວັນທີ 7 ຕິດຕໍ່ກັນຂອງປະເທດ ທີ່ມີບັນທຶກຜູ້ຕິດເຊື້ອ 10,000 ຄົນຕໍ່ມື້.
ໂຕເລກຫລ້າສຸດ ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ທັງໝົດໃນຮອບທີ 4 ຂອງການລະບາດນີ້ແມ່ນ 377,245 ຄົນ ໂດຍມີຍອດຜູ້ເສຍຊີວິດຍ້ອນໂຄວິດ-19 ຢູ່ທີ່ 9,349 ຄົນ.
ນະຄອນໂຮຈິມິນຍັງຄົງພົບຈໍານວນຜູ້ປ່ວຍໂຄວິດ-19 ເພີ້ມຂຶ້ນສູງ. ມາເຖິງວັນທີ 25 ສິງຫາ, ໃນນະຄອນແຫ່ງນີ້ໄດ້ລາຍງານວ່າ ມີຜູ້ປ່ວຍໃໝ່ 5,294 ຄົນ ແລະເສຍຊີວິດໄປແລ້ວ 266 ຄົນ.
ຈາກເດືອນມີນາ ຫາກາງເດືອນສິງຫາ, ນະຄອນໂຮຈິມິນ ເຊິ່ງມີປະຊາກອນປະ ມານ 10 ລ້ານຄົນ, ໄດ້ຮັບການສັກຢາວັກຊີນແລ້ວຫລາຍກວ່າ 4 ລ້ານ 3 ແສນຄົນ ເຊິ່ງຫລາຍກວ່າ 1 ແສນຄົນສໍາລັບຜູ້ທີ່ໄດ້ສັກຢາຄົບສອງເຂັມ, ນັ້ນຄືຄຳເວົ້າຂອງຮອງປະທານຄະນະກໍາມະການເທດສະບານຂອງປະຊາຊົນ ທ່ານ ດວງ ອັນ ດຶກ (Duong Anh Duc) ກ່າວຕໍ່ນັກຂ່າວໃນວັນທີ 13 ສິງຫາ ທີ່ຜ່ານມານີ້.