ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມບໍລິສັດ ຫວຽດນາມ ຢືນຢັນວ່າ ຍັງຈະສືບຕໍ່ ການກໍ່ສ້າງ ສະໜາມບິນ ໃນແຂວງຫົວພັນ


ສະຖານທີ່ກໍ່ສ້າງສະໜາມບິນ ໃນແຂວງຫົວພັນ.
ສະຖານທີ່ກໍ່ສ້າງສະໜາມບິນ ໃນແຂວງຫົວພັນ.

ກຸ່ມບໍລິສັດ ຫວຽດນາມ ຢືນຢັນວ່າຍັງຈະສືບຕໍ່ການກໍ່ສ້າງສະໜາມບິນໃນແຂວງຫົວພັນ
ໂດຍການດຳເນີນງານຄັ້ງໃໝ່ຈະມີຂຶ້ນໃນທ້າຍປີ 2017 ຢ່າງແນ່ນອນ ຫຼັງຈາກຊັກຊ້າ
ມາ 2 ປີກວ່າ.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຖະ
ແຫຼງວ່າບໍລິສັດ ຫວງ ອ່ານ ເຈຍ ລ່າຍ ຈາກ ຫວຽດນາມ ໄດ້ໃຫ້ການຢືນຢັນວ່າ ຈະຍັງ
ຄົງສືບຕໍ່ການກໍ່ສ້າງສະໜາມບິນແຫ່ງໃໝ່ທີ່ບ້ານໜອງຄ້າງໃນເຂດເມືອງ ຊຳເໜືອ
ແຂວງຫົວພັນ ໂດຍເຖິງແມ່ນວ່າຈະມີບັນຫາຊັກຊ້າໃນໄລຍະ 2 ປີທີ່ຜ່ານມາກໍຕາມ
ຫາກແຕ່ກໍເຊື່ອໝັ້ນວ່າການດຳເນີນງານຄັ້ງໃໝ່ຈະມີຂຶ້ນໃນທ້າຍປີ 2017 ນີ້ຢ່າງແນ່
ນອນດັ່ງທີ່ທ່ານ ສຸພັນ ໄດ້ໃຫ້ການຢືນຢັນວ່າ.

"ສະໜາມບິນໜອງຄ້າງນີ້ ໄດ້ກວດກາແລ້ວກະສົມທົບກັບຜູ້ລົງທຶນບໍລິສັດ ຫວງ ອ່ານ
ເຈຍ ລ່າຍ ຍ້ອນວ່າເພິ່ນມີບັນຫາທາງດ້ານການເງິນ ກະມີຄວາມຊັກຊ້າໃນການຈັດຕັ້ງ
ປະຕິບັດ ແລ້ວກະໄດ້ປຶກສາກັບຝ່າຍ ຫວຽດນາມ ເພີ່ນກະວ່າຈະສືບຕໍ່ເຮັດໃຫ້ສຳເລັດ
ປັດຈຸບັນນີ້ເພີ່ນວ່າເພີ່ນໄດ້ສະເໜີນຳກະຊວງໂຍທາແລ້ວ ກ່ຽວກັບ ການນຳກົນຈັກນຳ
ວັດຖຸເຂົ້າມາ ແຕ່ວ່າກະຊວງໂຍທາບໍ່ທັນໄດ້ອະນຸມັດກະຄືສິສືບຕໍ່ໃນຍາມແລ້ງນີ້ແຫຼະ."

ທັງນີ້ບໍລິສັດ ຫວງ ອ່ານ ເຈຍ ລ່າຍ ໄດ້ຂາຍສຳປະທານສວນຢາງພາລາທີ່ມີເນື້ອທີ່
20,000 ກວ່າເຮັກຕາ ແລະ ໂຮງງານປຸງແຕ່ນໍ້າຕານໃນແຂວງອັດຕະປືໃຫ້ກັບເອກະ
ຊົນ ຈີນ ເນື່ອງຈາກບໍລິສັດປະເຊີນກັບບັນຫາຂາດທຶນ ແລະ ເປັນໜີ້ສິນຢ່າງໜັກໜ່ວງ
ອັນເປັນຜົນມາຈາກການຕົກຕໍ່າຂອງລາຄາຢາພາລາໃນຕະຫຼາດໂລກທີ່ຫຼຸດລົງຈາກ
ລາຄາສະເລ່ຍ 14,000 ກີບຕໍ່ໍ່ກິໂລກຣາມໃນປີ 2013 ມາເປັນ 5,000 ກີບຕໍ່ກິໂລ
ກຣາມໃນເວລານີ້.

ທາງດ້ານບໍລິສັດ Earn and Young ທີ່ຮັບຜິດຊອບໃນການກວດສອບ ກ່ຽວກັບ ບັນ
ຫາໜີ້ສິນຂອງກຸ່ມບໍລິສັດ ຫວງ ອ່ານ ເຈຍ ລ່າຍ ລາຍງານວ່າ ກຸ່ມບໍລິສັດ ຫວງ ອ່ານ
ເຈຍ ລ່າຍ ມີພາລະໜີ້ສິນເຖິງ 8.168 ລ້ານໆດົ້ງ ຫຼື 366 ລ້ານໂດລາ ທີ່ຈະຕ້ອງຊຳລະ
ຄືນໃຫ້ກັບບັນດາທະນາຄານໃນ ຫວຽດນາມ ທັງຍັງເປັນໜີກອງທຶນ ເທມາເສັກ ຂອງ
ລັດຖະບານ ສິງກະໂປ ອີກ 1.1 ລ້ານໆດົ້ງ ຫຼື ເກືອບ 50 ລ້ານໂດລາອີກດ້ວຍ ຈຶ່ງມີ
ພຽງການຂາຍສຳປະທານສວນຢາງພາລາ ແລະ ໂຮງງານປຸງແຕ່ງນໍ້າຕານໃນ ລາວ
ໃຫ້ກັບກຸ່ມທຸລະກິດຈາກ ຈີນ ເທົ່ານັ້ນ ຈຶ່ງຈະມີເງິນຊຳລະໃຫ້ກັບເຈົ້າໜ້າທີ່ດັ່ງກ່າວ.

ໃນຂະນະທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າບັນ
ຫາໜີ້ສິນຂອງບໍລິສັດ ຫວງ ອ່ານ ເຈຍ ລ່າຍ ໄດ້ສົ່ງຜົນກະທົບເຖິງໂຄງການກໍ່ສ້າງສະ
ໜາມບິນໃໝ່ຢູ່ທີ່ບ້ານໜອງຄ້າງ ໂດຍກົງ ສະເພາະການດຳເນີນງານນັບຈາກປີ 2014
ເປັນຕົ້ນມາໄດ້ຄືບໜ້າໄປແລ້ວພຽງ 40 ເປີເຊັນເທົ່ານັ້ນ ແລະ ຖືວ່າຊັກຊ້າໃນທຸກດ້ານ
ເພາະຕາມແຜນການໄດ້ກຳນົດໃຫ້ການກໍ່ສ້າງຈະຕ້ອງສຳເລັດ ແລະ ເປີດໃຊ້ຢ່າງເປັນ
ທາງການໃນທ້າຍປີ 2016 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ການກໍ່ສ້າງຍັງບໍ່ໄດ້ມາດຕະຖານຕາມແບບທີ່ລັດຖະບານ ລາວ ກຳນົດ
ອີກດ້ວຍ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະ
ຊວງໂຍທາທິການ ແລະ ຂົນສົ່ງອອກຄຳສັ່ງໃຫ້ໂຈະການກໍ່ສ້າງສະໜາມບິນໜອງຄ້າງ
ນັບແຕ່ກາງປີ 2015 ເປັນຕົ້ນມາອີກດ້ວຍ.

ທັງນີ້ໂດຍລັດຖະບານ ລາວ ໄດ້ຕົກລົງໃນສັນຍາລົງທຶນເພື່ອກໍ່ສ້າງສະໜາມບິນໃໝ່ 2
ແຫ່ງຢູ່ໃນແຂວງຫົວພັນ ແລະ ອັດຕະປື ເມື່ອປີ 2013 ທີ່ຜ່ານມາ ໂດຍກຸ່ມບໍລິສັດ ຫວງ
ອ່ານ ເຈຍ ລ່າຍ ໄດ້ຕົກລົງເປັນຝ່າຍອອກທຶນໃຫ້ກ່ອນທັງ 2 ແຫ່ງໃນມູນຄ່າລວມຫຼາຍ
ກວ່າ 110 ລ້ານໂດລາ ໂດຍແບ່ງເປັນ 36.19 ລ້ານໂດລາ ແລະ 74 ລ້ານໂດລາ ສຳ
ລັບກໍ່ສ້າງສະໜາມບິນອັດຕະປື ແລະ ຫົວພັນຕາມລຳດັບ.

ສຳລັບສະໜາມບິນທີ່ແຂວງອັດຕະປື ໄດ້ກໍ່ສ້າງສຳເລັດ ແລະ ເປີດໃຊ້ນັບຈາກເດືອນ
ພຶດສະພາ 2015 ເປັນຕົ້ນມາ ໂດຍສະໜາມບິນມີທາງແລ່ນຂຶ້ນ-ລົງຍາວ 1,850 ແມັດ
ກວ້າງ 30 ແມັດ ສາມາດຮອງຮັບເຮືອບິນ 70-100 ບ່ອນນັ່ງທີ່ຖືເປັນໂຄງການໄລຍະ
ທີ 1 ສ່ວນໄລຍະທີ 2 ກໍຈະຂະຫຍາຍທາງແລ່ນໃຫ້ກວ້າງຂຶ້ນເປັນ 45 ແມັດ ຍາວ
3,000 ແມັດ ສາມາຮອງຮັບເຮືອບິນ 150-250 ບ່ອນນັ່ງ ມີກຳນົດແລ້ວສຳເລັດໃນປີ
2020 ແຕ່ກໍຄົງຈະເປັນໄປໄດ້ຍາກຍ້ອນບັນຫາຂາດເງິນທຶນດັ່ງກ່າວ.

XS
SM
MD
LG