ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງທຶນຂອງ ຫວຽດນາມ ໃນ ກຳປູເຈຍ ຕົກຕ່ຳລົງຢ່າງໜັກ


ປະຊາຊົນລໍຖ້າໃຫ້ພະນັກງານຕັດຫຍິບອອກຈາກໂຮງງານ ໃນເຂດນອກເມືອງແຫ່ງໜຶ່ງຂອງ ພະນົມເປັນ.
ປະຊາຊົນລໍຖ້າໃຫ້ພະນັກງານຕັດຫຍິບອອກຈາກໂຮງງານ ໃນເຂດນອກເມືອງແຫ່ງໜຶ່ງຂອງ ພະນົມເປັນ.

ສາຍພົວພັນ ລະຫວ່າງ ກຳປູເຈຍ ກັບ ຫວຽດນາມ ໄດ້ຖືກທົດສອບຢ່າງຫຼວງຫຼາຍໃນສອງ ສາມປີທີ່ຜ່ານມາ ໂດຍຄວາມຂັດແຍ້ງໃນເຂດຊາຍແດນ ແລະ ສະຖານະພາບທີ່ແຕກຕ່າງ ກັນຢ່າງສິ້ນເຊີງ ກ່ຽວກັບ ຄວາມປາຖະໜາທາງນ້ຳຂອງ ປັກກິ່ງ ໃນທະເລ ຈີນໃຕ້. ຕອນນີ້ ສາຍພົວພັນດັ່ງກ່າວນັ້ນແມ່ນກຳລັງຮ້າຍແຮງຂຶ້ນກວ່າເກົ່າ ດ້ວຍການຕົກຕ່ຳຢ່າງໃຫຍ່ໃນ ດ້ານການລົງທຶນຕ່າງປະເທດ.

ການລົງທຶນໂດຍກົງຂອງຕ່າງປະເທດ ຈາກ ຫວຽດນາມ ໃນ ກຳປູເຈຍ ໄດ້ຫຼຸດລົງເກືອບ ເຖິງສູນເປີເຊັນໃນເຄິ່ງປີທຳອິດຂອງປີນີ້, ເປັນການເປີດເຜີຍທີ່ໄດ້ເຮັດໃຫ້ທຸລະກິດ, ລັດ ຖະບານ ແລະ ສັງຄົມພົນລະເຮືອນຈຳນວນຫຼາຍມີຄວາມຕົກໃຈ.

ສະພາເພື່ອການພັດທະນາແຫ່ງ ກຳປູເຈຍ ບໍ່ໄດ້ໃຫ້ຕົວເລກເພື່ອການປຽບທຽບໃດໆ, ແຕ່ ຫວຽດນາມ ໄດ້ຖືກຈັດຢູ່ໃນອັນດັບທີ 5 ໃນບັນດານັກລົງທຶນໃນ ກຳປູເຈຍ ຕາມຫຼັງ ຈີນ, ເກົາຫຼີໃຕ້, ສະຫະພາບ ຢູໂຣບ ແລະ ມາເລເຊຍ.

ນອກນັ້ນ ການຕົກຕ່ຳຍັງໄດ້ເກີດຂຶ້ນ ຕາມທີ່ລາຍງານທ້ອງຖິ່ນໄດ້ກ່າວວ່າ ກະຊວງການ ຕ່າງປະເທດຂອງ ກຳປູເຈຍ ໄດ້ສົ່ງຈົດໝາຍການທູດຫຼາຍກວ່າ 20 ສະບັບເພື່ອຕຳໜິ ຫວຽດນາມ ທີ່ໄດ້ຢຸດການສ້າງຕຶກອາຄານຕ່າງໆ ຢູ່ພາຍໃນບໍລິເວນທີ່ບໍ່ມີໃຜຈັບຈອງຢູ່ ຕາມເຂດຊາຍແດນທົ່ວໄປຂອງພວກເຂົາເຈົ້າ.

ນອກນັ້ນ ບັນຫາເຂດຊາຍແດນ ແລະ ການລົງທຶນຍັງໄດ້ເປັນວາລະກອງປະຊຸມທີ່ມີ ຄວາມສຳຄັນທີ່ສຸດ ໃນຂະນະທີ່ບັນດາຜູ້ແທນລະດັບສູງຈາກ ພະນົມເປັນ ແລະ ຮາໂນ່ຍ ໄດ້ພົບປະກັນຢູ່ໃນປະເທດເມື່ອສັບປະດາທີ່ຜ່ານມາ, ແຕ່ບໍ່ໄດ້ມີການເປີດເຜີຍຖະແຫຼງ ການຮ່ວມໃດໆ, ເຊິ່ງບັນດານັກວິເຄາະໄດ້ກ່່າວວ່າ ມັນໄດ້ສະແດງໃຫ້ເຫັນວ່າ ທັງສອງ ຝ່າຍບໍ່ໄດ້ມີການຕົກລົງຫຍັງນຳກັນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG