ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັດຕາເງິນເຟີ້ຢູ່ຫວຽດນາມ ຍັງສູງຂຶ້ນນັບມື້


ປ້າຍລາຄາສິນຄ້າ ທີ່ຕະຫຼາດຊູເປີ້ມາກເກັດແຫ່ງນຶ່ງ ໃນນະຄອນຫຼວງຮ່າໂນ່ຍ
ປ້າຍລາຄາສິນຄ້າ ທີ່ຕະຫຼາດຊູເປີ້ມາກເກັດແຫ່ງນຶ່ງ ໃນນະຄອນຫຼວງຮ່າໂນ່ຍ

ຫວຽດນາມທໍານາຍວ່າອັດຕາເງິນເຟີ້ຈະຖີບໂຕຂຶ້ນສູ່ລະດັບ
ສູງສຸດໃນຮອບສອງປີ ທັງໆທີ່ໄດ້ມີການດໍາເນີນນະໂຍບາຍ
ເມື່ອໄວໆມານີ້ ແລະຄວາມກົດດັນເພີ່ມຂຶ້ນ ຂອງນາໆຊາດ
ໃຫ້ລັດຖະບານຫວຽດນາມຄວບ​ຄຸມລາຄາສິນຄ້າທີ່ແພງຂຶ້ນ
ຢ່າງວ່ອງໄວນັ້ນ.

ພະແນກສະຖິຕິ ຂອງລັດຖະບານຫວຽດ ນາມກ່າວໃນວັນ
ພະຫັດມື້ນີ້ວ່າ ມີທ່າທາງວ່າລາຄາສິນຄ້າໃນເດືອນມີນານີ້
ຈະແພງກວ່າ​ເດືອນດຽວກັນ​ໃນປີກາຍ 13.9 ເປີເຊັນແລະ
ວ່າ ອັດຕາເງິນເຟີ້ ສຳລັບໄລຍະ 3 ເດືອນ ທີ່ເລີ້ມມາແຕ່
ເດືອນມັງກອນນັ້ນຄົງຈະຢູ່ໃນລະດັບ 12.8%.

ບັນດາອົງການຊັ່ງຊາຕີລາຄາຄວາມສ່ຽງຂອງນາໆຊາດ ໄດ້
ອ້າງອັດຕາເງິນເຟີ້ສູງຂອງຫວຽດນາມ ຮວມຢູ່ໃນເຫດຜົນ
ຫຼາຍໆຢ່າງ ເວລາອົງການເຫຼົ່ານີ້ ຫຼຸດລະດັບຄວາມໜ້າເຊື່ອ
ຖືຂອງຫວຽດນາມລົງໃນເດືອນທັນວາຜ່ານມາ. ຜູ້ຕາງໜ້າ
ຄົນນຶ່ງຂອງອົງການກອງທຶນສາກົນ IMF ກ່າວໃນເດືອນ
ແລ້ວນີ້ວ່າ ຫວຽດນາມຈຳເປັນຕ້ອງໄດ້ເພັ່ງເລັງຢ່າງ​ເດັດຂາດ
ຫຼາຍຂຶ້ນໃສ່ການຄວບຄຸມເງິນເຟີ້.

ເຈົ້າໜ້າທີ່ຫວຽດນາມ ກ່າວວ່າ ອັດຕາເງິນເຟີ້ຄາດວ່າຈະຊ້າລົງໃນທ້າຍປີນີ້ ຊຶ່ງຈະເປັນການ
ສະໜອງຕອບຕໍ່ການຫຼຸດຄ່າເງິນດົງ ແລະການຂຶ້ນອັດຕາດອກເບ້ຍ ເມື່ອໄວໆມານີ້. ທ່ານ
Nguyen Sinh Hung ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຕໍ່ສະພາແຫ່ງຊາດໃນສັບ
ປະດານີ້ວ່າລັດຖະບານຈະສືບຕໍ່ປະຕິບັດນະໂຍບາຍການເງິນຢ່າງເຄັ່ງຄັດແລະຮອບຄອບ.

XS
SM
MD
LG