ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາວະເງິນເຟີ້ ເຮັດໃຫ້ລາຄາຮຸ້ນຕົກ ໃນຫວຽດນາມ


ຕະຫລາດແຫ່ງນຶ່ງໃນຫວຽດນາມ ບ່ອນທີ່ສະພາວະເງີນເຟີ້ໄດ້ຖີບຂຶ້ນສູງສຸດໃນຮອບສອງປີປາຍຜ່ານມາ. (AP Photo/Chitose Suzuki)
ຕະຫລາດແຫ່ງນຶ່ງໃນຫວຽດນາມ ບ່ອນທີ່ສະພາວະເງີນເຟີ້ໄດ້ຖີບຂຶ້ນສູງສຸດໃນຮອບສອງປີປາຍຜ່ານມາ. (AP Photo/Chitose Suzuki)

ສະພາວະ​ເງິນ​ເຟີ້​ໃນ​ຫວຽດນາມ​ແມ່ນ​ຢູ່​ໃນ​ລະດັບ​ສູງ​ສຸດ​ໃນ
ຮອບ 2 ປີປາຍ​ຜ່ານ​ມາ ຊຶ່ງ​ລາຄາ​ສິ່ງ​ຂອງ​ໃນ​ເດືອນ​ພຶດ
ສະພາ​ ປີ​ນີ້​ ແມ່ນ​ເກືອບ 20 ​ເປີ​ເຊັນ​ລື່ນ​ໃນ​ຊ່ວງດຽວ​ກັນ
ຂອງ​ປີ​ແລ້ວ​ນີ້.

ໂຕ​ເລກ​ຫລ້າ​ສຸດ​ນີ້ ​ທີ່ໄດ້​ປະກາດ​ໃຫ້​ຮູ້​ໂດຍ​ຫ້ອງການ​ສະ
ຖິຕິ​ທົ່ວ​ໄປໃນ​ກຸງ​ຮາ​ໂນ​ຍ ໄດ້​ເຮັດ​ໃຫ້​ລາຄາ​ຮຸ້ນ ໃນ​ຕະ
ຫລາດ​ຮຸ້ນ​ນ້ອຍໆ​ຂອງຫວຽດນາມ​ ລົດ​ລົງ 3.7​ ເປີ​ເຊັນ ​ໃນ​ມື້​ນີ້​. ນັບ​ວ່າ​ເປັນ​ມື້​ທີ 9 ລຽນຕິດທີ່​ ຮຸ້ນໄດ້​ຕົກລາຄາ ​ແລະ​ເຮັດ​ໃຫ້ຕະຫລາດ​ຮຸ້ນຫວຽດນາມ​ລົດຄ່າ​ລົງ 17 ​ເປີ​ເຊັນ ​ຕັ້ງ​ແຕ່​ວັນ​ທີ 11 ​ເດື່ອ​ນນີ້​ເປັນ​ຕົ້ນ​ມາ.

ຫວຽດນາມ​ມີ​ຄວາມ​ປະ​ທັບ​ໃຈ​ ທີ່​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ
ໃນ​ພາກ​ພື້ນ​ເອ​ເຊຍ​ທີ່​ມີ​ການ​ເສດຖະກິດ​ເຕີບ​ໂຕ​ຂຶ້ນ​ໄວ​ທີ່​ສຸດ​
ໂດຍ​ມີ​ອັດຕາຂະຫຍາຍໂຕສະ​ເລ່ຍ​ 7 ​ເປີ​ເຊັນ​ໃນ​ຮອບ 10
ກວ່າ​ປີຜ່ານມາ​ນີ້. ​ແຕ່​ອົງການວັດ​ແທກ​ຄວາມ​ໜ້າ​ເຊື່ອ​ຖື
ທາງ​ດ້ານ​ການ​ເງິນ​ລະຫວ່າງ​ຊາດ​ໄດ້ຫຼຸດຄວາມໜ້າເຊື່ອຖືກ່ຽວກັບການ​ຈ່າຍ​ໜີ້​ສິນ​ຂອງ​ປະ
ເທດ​ໃນ​ປີຜ່ານມາ​ນີ້ ​ໂດຍ​ກ່າວ​ວ່າຫວຽດນາມ​ໄດ້​ສືບ​ຕໍ່​ກະ​ຕຸ້ນ​ເສດຖະກິດ​ມາ​ດົນ​ໂພດ ຫລັງ​
ຈາກ​ໂຜ່​ໂຕ​ອອກ​ຈາກ​ສະພາວະ​ເສດຖະກິດ​ຕົກ​ຕໍ່າ​ຂອງ​ໂລກ​ໃນ​ປີ 2009 ມາ​ແລ້ວ.

ນັບ​ແຕ່​ນັ້ນ​ມາ ລັດຖະບານ​ໄດ້​ເອົາ​ບາດກ້າວ​ຕ່າງໆ​ເພື່ອເຮັດ​ໃຫ້​ເສດຖະກິດ​ຂອງ​ຕົນ​ຢູ່​ໃນ​ສະພາ​ບທຸ່ນ​ທ່ຽງ ຮວມທັງ​ການ​ຂຶ້ນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສູງ​ຂຶ້ນ​ແລະ​ຫລຸດ​ຄ່າ​ເງິນຕາ​ຂອງ​ຕົນ​ລົງ. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ມາດ​ຕະການ​ເຫລົ່າ​ນີ້ ​ເບິ່ງ​ຄື​ວ່າ​ຍັງຈະ
ບໍ່ສາມາດຄວບຄຸມໄດ້​ໄປຈົນ​ຮອດ​ທ້າຍປີ​ນີ້.

ລັດຖະບານ​ກ່າວ​ວ່າ ອັດຕາເງິນ​ເຟີ້​ປະ​ຈໍາປີ​ ໃນ​ເດືອນ​ພຶດສະພາ​ນີ້​ແມ່ນ ​ຢູ່​ໃນ​ລະດັບ 19.78 ​ເປີ​ເຊັນ ຊຶ່ງ​ນັບ​ວ່າ​ເປັນ​ອັດຕາ​ສູງ​ສຸດ​ນັບ​ແຕ່​ເດືອນ​ທັນວາ​ປີ 2008 ​ເປັນ​ຕົ້ນ​ມາ.

XS
SM
MD
LG