ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫວຽດນາມ ໃຫ້ໂອກາດ ແກ່ອິນເດຍ ​ເພື່ອ ເອົາບົດບາດ ​ທີ່ໜັກແໜ້ນຂຶ້ນ ຕໍ່ຄູ່ແຂ່ງ ທາງທະເລ ກໍຄື ຈີນ

ປະ​ທາ​ນາ​ທິ​ບໍ ​ດີ​ອິນ​ເດຍ ທ່ານສ​ຣີ ຣາມ​ນາດ ໂຄວິນ​ດ໌, ຊ້າຍ, ຈັບມືກັບ ປະທານປະເທດ ຫວຽດນາມ ທ່ານ ຫງຽນ ຟູ ຈອງ ກ່ອນຈະໄປເຂົ້າຮ່ວມ ການເຈລະຈາ ແບບປິດລັບ ຢູ່ໃນນະຄອນນຫຼວງ ຮາໂນ່ຍ ຂອງຫວຽດນາມ, ວັນອັງຄານ ທີ 20 ພະຈິກ 2018.

ຄວາມ​ສຳ​ພັນທີ່​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ ລະ​ຫວ່າງ ​ຫວຽດ​ນາມ ແລະ ​ອິນ​ເດຍ ຈະຊ່ວຍ
​ໃຫ້ ​ປະ​ເທດທັງ​ສອງ ໃນ​ການ​ຕ້ານ​ຢັນ​ການ​ຂະ​ຫຍາຍ​ໂຕ​ຂອງ​ຈີນ​ຢູ່​ໃນ​ເອ​ເຊຍ ຮວມ​ທັງ
​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຍາດ​ແຍ່ງ​ແຂ່ງ​ຂັນ​ກັນ​ ນັ້ນ ​ຄື​ຄຳ​ເວົ້າ​ຂອງນັກ​ຊ່ຽວ​ຊານ
​ກ່ຽວ​ກັບ ​ເອ​ເຊຍ ​ທີ່​ໄດ້​ກ່າວ​ໄວ້.

ຄວາມ​ສຳ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ອິນ​ເດຍ ໄດ້​ຂະ​ຫຍາຍ​ໂຕ​ຕື່ມ​ອີກ ​ໃນ​ອາ​ທິດນີ້
ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ ​ດີ​ອິນ​ເດຍ ທ່ານສ​ຣີ ຣາມ​ນາດ ໂຄວິນ​ດ໌ (Shri Ram Nath
Kovind) ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ຫວຽດ​ນາມ ໃນ​ວັນ​ອ​າ​ທິດ​ທີ່​ຜ່ານມາ ຫາ​ ວັນ​ອັງ​ຄານ
ມື້ນີ້. ທ່ານ​ມີ​ກຳ​ນົດ​ ຈະພົບ​ປະ ​ກັບ ​ປະ​ທານ​ປະ​ເທດ ​ຫວຽດ​ນາມ ທ່ານ​ຫງຽນ ຟູ ຈອງ
ໃນ​ການ​ໂອ້​ລົມ​ເຈ​ລະ​ຈາ​ແບບ​ປິດ​ລັບ.

​ປະ​ທາ​ນາ​ທິ​ບໍ ​ດີ​ອິນ​ເດຍ ທ່ານສ​ຣີ ຣາມ​ນາດ ໂຄວິນ​ດ໌, ຂວາ, ແລະຄູ່ຕຳແໜ່ງຂອງທ່ານ ຈາກ ຫວຽດນາມ ທ່ານ ຫງຽນ ຟູ ຈອງ ກຳລັງກວດແຖວກອງທະຫານກຽດຕິຍົດ ໃນນະຄອນ ຮາໂນ່ຍ ຂອງຫວຽດນາມ, ວັນອັງຄານ ທີ 20 ພະຈິກ 2018.
​ປະ​ທາ​ນາ​ທິ​ບໍ ​ດີ​ອິນ​ເດຍ ທ່ານສ​ຣີ ຣາມ​ນາດ ໂຄວິນ​ດ໌, ຂວາ, ແລະຄູ່ຕຳແໜ່ງຂອງທ່ານ ຈາກ ຫວຽດນາມ ທ່ານ ຫງຽນ ຟູ ຈອງ ກຳລັງກວດແຖວກອງທະຫານກຽດຕິຍົດ ໃນນະຄອນ ຮາໂນ່ຍ ຂອງຫວຽດນາມ, ວັນອັງຄານ ທີ 20 ພະຈິກ 2018.

ການ​ຢ້ຽມ​ຢາມ​ດັ່ງ​ກ່າວ ໄດ້​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່ມິດ​ຕະ​ພາບ​ທີ່​ໄດ້​ຮັບ​ການປັບ​ປຸງ
ໃຫ້​ດີ​ຂຶ້ນ​ ມາ​ເປັນ​ເວ​ລາ​ດົນ​ນານ ເລີ້ມ​ແຕ່​ຊຸມ​ປີ 1970 ເວ​ລາ​ພວກ​ຜູ້​ນຳ​ຂອງ​ຫວຽດ​ນາມ
ຈັດ​ເອົາ​ອິນ​ເດຍ ​ເຂົ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ທີ່​ຫລາກຫຼາຍ ແລະ​ກ້າວ​ກະ​ໂດດ
​ໃນ​ປີ 2016 ເວ​ລາ​ປະ​ເທດ​ທັງ​ສອງ ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ​ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​
ຮອບ​ດ້ານ. ປັດ​ຈຸ​ບັນນີ້ ປະ​ເທດ​ທັງ​ສອງ​ຕ່າງ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ກ່ຽວ​ກັບ​ຈີນ.

ທ່ານ ​ຊາ​ເມຍ ລາ​ລ​ວາ​ນີ ຮອງ​ຜູ້​ອຳ​ນວຍ​ການ ໂຄງ​ການກ່ຽວ​ກັບ​ເຂດ​ເອ​ເຊຍ​ໃຕ້ ​
ສູນ​ກາງ​ສ​ຕິມ​ສັນ​ ຂອງ​ສະ​ຫະ​ລັດ ກ່າວ​ວ່າ “​ໂດຍ​ການ​ມີ​ແນວ​ຄິດ​ຮ່ວມ​ກັນ ​ກ່ຽວ​ກັບ ​
ການ​ສະ​ແດງ​ອຳ​ນາດ​ຂອງ​ຈີນ ນິວ​ເດ​ລີ ​ຕ້ອງ​ການ​ທີ່​ຈະ​ເສີມ​ຄວາມ​ສາ​ມາດ​ຂອງ​
ຮາ​ໂນ່ຍ ເພື່ອກວດ​ສອບ​ຈີນ ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ອິນ​ເດຍ ໃນ​ເຂດ​ເອ​ເຊຍ​
ຕາ​ເວັນ​ອອກ​ສຽງ​ໃຕ້ ​ເພື່ອ​ເປັນ​ແຮງ​ຖ່ວງ​ ຕໍ່​ການ​ຂະ​ຫຍາຍ​ອຳ​ນາດ​ຂອງ​ຈີນ​ ຢູ່​ໃນ
​ເຂດ​ເອ​ເຊຍ​ໃຕ້​.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG