ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດໄດ້ຕັ້ງເອົາວັນທີ່ 11 ພືດສະພາ ເປັນວັນສິດທິມະນຸດຂອງຫວຽດນາມ


ເມື່ອສິບຫົກປີຜ່ານມາ ສະພາຄອງແກຣສສະຫະລັດໄດ້ຕັ້ງເອົາວັນທີ່ 11 ພືດສະພາເປັນວັນສິດທິມະນຸດຂອງຫວຽດນາມ ອັນເປັນການເນັ້ນຍ້ຳ ເຖິງຄວາມສຳຄັນຂອງການສະໜັບສະູໜູຸນຂອງສະຫະລັດ ສຳຫລັບການພິທັກປົກປ້ອງແລະສົ່ງເສີມເສລີພາບຂັ້ນພື້ນຖານຕ່າງໆໃນຫວຽດນາມ. ພິທີກຳແລະ ກອງປະຊຸມປຶກສາຫາລືກັນແມ່ນໄດ້ຈັດຂື້ນມື້ນ ີ້ທີ່ຕຶກລັດທະສະພາສະຫະລັດທີ່ກຸງວໍຊິງຕັນດີຊີ ເພື່ອໃຫ້ເປັນຂີດໝາຍວັນ ດັ່ງກ່າວ ທີ່ປະກອບດ້ວຍ ບັນດາສະມາຊິກສະພາຄອງແກຣສ ຜູ້ນຳກຳມະກອນ ກຸ່ມທີ່ບໍ່ພົວພັນກັບລັດຖະບານ ແລະບັນດາຜູ້ຕ່າງໜ້າປະຊາຄົມຫວຽດນາມ ຈາກທົ່ວ ສະຫະລັດອາເມຣິກາ.

ວັນດັ່ງກ່າວນີ້ ຍັງຖືເປັນຂີດໝາຍເຖິງເລຶ່ອງທີ່ເດັ່ນດັງທີ່ສຸດໃນການສະນັບສະນຸນດ້ານສິດທິມະນຸດທີ່ເກີດ ຂື້ນຢູ່ໃນຫວຽດນາມ ຄືເມື່ອວັນທີ່ 11 ພືດ ສະພາ ປີ 1990 ຜ່ານມານັ້ນ ດອກເຕີ ຫງວຽນ ດານ ກເວ ແລະພວກນັກເຄຶ່ອນໄຫວອື່ນໆໄດ້ພິມເຜີຍແຜ່ຖະແຫລງການສະບັບນຶ່ງ ວ່າດ້ວຍການ ເຄຶ່ອນໄຫວທີ່ບໍ່ໃຊ້ ຄວາມຮຸນແຮງດ້ານສິດທິມະນຸດໃນຫວຽດນາມ ຊຶ່ງຖະແຫລງການສະບັບດັ່ງກ່າວນັ້ນໄດ້ຮຽກຮ້ອງເອົາການ ສະນັບສະນຸນ ຢ່າງສັນຕິ ຕໍ່ຕ້ານການປາບປາມກົດຂີ່ຂົ່ມເຫງ ແລະຮຽກຮ້ອງໃຫ້ລັດຖະບານຫວຽດນາມຈົ່ງ ເຄົາລົບສິດທິມະນຸດ ພ້ອມກັບຮັບເອົາການໃຫ້ມີ ພັກການເມືອງຫລາຍໆພັກ ແລະໃຫ້ມີການເລືອກຕັ້ງແຫ່ງ ຊາດໄດ້ຢ່າງເສລີແລະຍຸຕິທຳ. ດອກເຕີ ກເວ ແລະພວກຮ່ວມສະນັບສະນຸນຂອງ ທ່ານຖືກເຈົ້າໜ້າທີ່ລັດ ຖະບານຫວຽດນາມຈັບກຸມ ແລະຕັດສິນວ່າໄດ້ກະທຳຜິດດ້ານອາຊະຍາກຳຕໍ່ຕ້ານປະເທດ. ດອກເຕີ ກເວ ໄດ້ຖືກຄວບ ຄຸມຕິດຕາມຢ່າງໄກ້ຊິດໂດຍເຈົ້າໜ້າທີ່ລັດຖະບານຫວຽດນາມ ນັບຕັ້ງແຕ່ທ່ານໄດ້ຖືກປ່ອຍຕົວ ອອກຈາກຄຸກໃນປີ 2005 ນັ້ນ.

ສະຫະລັດແລະຫວຽດນາມໄດ້ເອົາບາດກ້າວອັນຍິ່ງໃຫຍ່ຫລາຍອັນໃນການສ້າງຄວາມສຳພັນແບບເປັນ ປົກກະຕິກັນ ແລະເສີມຂະຫຍາຍການຄ້າ ແລະການເຕີບໂຕດ້ານເສດຖະກິດທີ່ໄດ້ນຳເອົາການປັບປຸງ ທີ່ດີຂື້ນມາສູ່ການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ. ແຕ່ເວລານີ້ປະຫວັດດ້ານ ສິດທິມະນຸດຂອງລັດຖະບານຫວຽດນາມຍັງບໍ່ມີຄວາມຄືບໜ້າຫຍັງເລີຍ ໃນຂະນະທີ່ໄດ້ເຫັນມີຄວາມກ້າວໜ້າໃນບາງພາກ ສ່ວນກ່ຽວກັບການ ຂະຫຍາຍ ເສລີພາບດ້ານສາສໜານັ້ນ ລັດຖະບານຫວຽດນາມຍັງສືບຕໍ່ໃຊ້ຄວາມ ຈຳກັດຮັບແຄບຕ່າງໆດ້ານເສລີພາບໃນການປາກເວົ້າ ແລະ ສື່ມວນຊົນ ແລະມີປະຫວັດຂອງການຈັບກຸມ ແລະຕັດສິນກະທຳຜິດພວກທີ່ຕຳໜິຕິຕຽນນະໂຍບາຍຕ່າງໆຂອງລັດຖະບານຢ່າງ ເປີດແປນນັ້ນ ຢູ່ຕໍ່ມາ. ຄວາມເຫັນແຕກຕ່າງກັນດ້ານສິດທິມະນຸດ ເປັນຈຸດສຳຄັນຂອງການຂັດແຍ່ງຢູ່ໃນຄວາມສຳພັນແບບ ສອງຝ່າຍກັນກັບຫວຽດນາມ ທີ່ກຳລັງກ້າວໜ້າດີຢູ່ນ.ີ້ ເວລານີ້ສະຫະລັດເປັນຫ່ວງໃນດ້ານສິດທິມະນຸດ ທີ່ເກີດຂື້ນແກ່ຄວາມປາດຖະໜາທີ່ແທ້ຈິງສຳຫລັບ ຫວຽດນາມທີ່ສືບຕໍ່ ການມີສະຖຽນລະ ພາບ ແລະ ຄວາມຈະເຣີນແບບຍືນຍົງຖາວອນຂອງປະເທດຢ່າງຕໍ່ເນຶ່ອງ ແລະພວກເຮົາເຊື່ອວ່າການຂະຫຍາຍສິດທິແລະເສລີ ພາບຕ່າງໆອອກໄປ ບໍ່ແມ່ນແຕ່ເປັນການສອດຄ່ອງກັບການເຕີບໂຕ ແລະສະຖຽນລະພາບຂອງຫວຽດນາມເທົ່ານັ້ນ ແຕ່ໃນລະຍະຍາວແລ້ວ ແມ່ນເປັນສິ່ງທີ່ຕ້ອງການ ກ່ອນອື່ນທັງໝົດ.

XS
SM
MD
LG