ເມື່ອສິບຫົກປີຜ່ານມາ ສະພາຄອງແກຣສສະຫະລັດໄດ້ຕັ້ງເອົາວັນທີ່ 11 ພືດສະພາເປັນວັນສິດທິມະນຸດ ຂອງຫວຽດນາມ ອັນເປັນການເນັ້ນຍ້ຳເຖິງ ຄວາມສຳຄັນຂອງການສະນັບ ສະນຸນຂອງສະຫະລັດສຳຫລັບ ການພິທັກປົກປ້ອງແລະສົ່ງເສີມເສລີພາບຂັ້ນພື້ນຖານຕ່າງໆໃນຫວຽດນາມ. ພິທີກຳ ແລະກອງປະຊຸມປຶກ ສາຫາລືກັນແມ່ນໄດ້ຈັດຂື້ນມື້ນີ້ທີ່ຕຶກລັດທະສະພາສະຫະລັດທີ່ກຸງວໍຊິງຕັນດີຊີ ເພື່ອໃຫ້ເປັນຂີດໝາຍວັນ ດັ່ງກ່າວທີ່ປະກອບ ດ້ວຍບັນດາສະມາຊິກສະພາຄອງແກຣສ ຜູ້ນຳກຳມະກອນ ກຸ່ມທີ່ບໍ່ພົວພັນກັບລັດຖະ ບານ ແລະບັນດາຜູ້ຕ່າງໜ້າປະຊາຄົມຫວຽດນາມ ຈາກທົ່ວສະຫະລັດອາເມລິກາ.
ວັນດັ່ງກ່າວນີ້ ຍັງຖືເປັນຂີດໝາຍເຖິງເລຶ່ອງທີ່ເດັ່ນດັງທີ່ສຸດໃນການສະນັບສະນຸນດ້ານສິດທິມະນຸດທີ່ເກີດ ຂື້ນຢູ່ໃນຫວຽດນາມ ຄືເມື່ອວັນທີ່ 11 ພືດ ສະພາ ປີ 1990 ຜ່ານມານັ້ນ ດອກເຕີ ຫງວຽນ ດານ ກເວ ແລະພວກນັກເຄຶ່ອນໄຫວອື່ນໆໄດ້ພິມເຜີຍແຜ່ຖະແຫລງການສະບັບນຶ່ງ ວ່າດ້ວຍ ການເຄຶ່ອນໄຫວທີ່ບໍ່ໃຊ້ ຄວາມຮຸນແຮງດ້ານສິດທິມະນຸດໃນຫວຽດນາມ ຊຶ່ງຖະແຫລງການສະບັບດັ່ງກ່າວນັ້ນໄດ້ຮຽກຮ້ອງເອົາການ ສະນັບສະນຸນ ຢ່າງສັນຕິ ຕໍ່ຕ້ານການປາບປາມກົດຂີ່ຂົ່ມເຫງ ແລະຮຽກຮ້ອງໃຫ້ລັດຖະບານຫວຽດນາມຈົ່ງ ເຄົາລົບສິດທິມະນຸດ ພ້ອມກັບຮັບເອົາການໃຫ້ມີພັກ ການເມືອງຫລາຍໆພັກ ແລະໃຫ້ມີການເລືອກຕັ້ງແຫ່ງ ຊາດໄດ້ຢ່າງເສລີແລະຍຸຕິທຳ. ດອກເຕີ ກເວ ແລະພວກຮ່ວມສະນັບສະນຸນຂອງທ່ານ ຖືກເຈົ້າໜ້າທີ່ລັດ ຖະບານຫວຽດນາມຈັບກຸມ ແລະຕັດສິນວ່າໄດ້ກະທຳຜິດດ້ານອາຊະຍາກຳຕໍ່ຕ້ານປະເທດ. ດອກເຕີ ກເວ ໄດ້ຖືກຄວບຄຸມຕິດ ຕາມຢ່າງໄກ້ຊິດໂດຍເຈົ້າໜ້າທີ່ລັດຖະບານຫວຽດນາມ ນັບຕັ້ງແຕ່ທ່ານໄດ້ຖືກປ່ອຍຕົວ ອອກຈາກຄຸກໃນປີ 2005 ນັ້ນ.
ສະຫະລັດແລະຫວຽດນາມໄດ້ເອົາບາດກ້າວອັນຍິ່ງໃຫຍ່ຫລາຍອັນໃນການສ້າງຄວາມສຳພັນແບບເປັນ ປົກກະຕິກັນ ແລະເສີມຂະຫຍາຍການຄ້າ ແລະການເຕີບໂຕດ້ານເສດຖະ ກິດທີ່ໄດ້ນຳເອົາການປັບປຸງ ທີ່ດີຂື້ນມາສູ່ການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ. ແຕ່ເວລານີ້ປະຫວັດດ້ານ ສິດທິມະນຸດຂອງ ລັດຖະບານຫວຽດນາມຍັງບໍ່ມີຄວາມຄືບໜ້າ ຫຍັງເລີຍ ໃນຂະນະທີ່ໄດ້ເຫັນມີຄວາມກ້າວໜ້າໃນບາງພາກ ສ່ວນກ່ຽວກັບການ ຂະຫຍາຍ ເສລີພາບດ້ານສາສໜານັ້ນ ລັດຖະບານຫວຽດນາມຍັງສືບຕໍ່ໃຊ້ຄວາມ ຈຳກັດຮັບແຄບຕ່າງໆດ້ານເສລີພາບໃນການປາກເວົ້າ ແລະສື່ມວນ ຊົນ ແລະມີປະຫວັດຂອງການຈັບກຸມ ແລະຕັດສິນກະທຳຜິດພວກທີ່ຕຳໜິຕິຕຽນນະໂຍບາຍຕ່າງໆຂອງລັດຖະບານຢ່າງເປີດແປນນັ້ນຢູ່ຕໍ່ມາ. ຄວາມເຫັນແຕກຕ່າງກັນດ້ານສິດທິມະນຸດ ເປັນຈຸດສຳຄັນຂອງການຂັດແຍ່ງຢູ່ໃນຄວາມສຳພັນແບບ ສອງຝ່າຍກັນກັບຫວຽດນາມທີ່ກຳລັງກ້າວ ໜ້າດີຢູ່ນີ້ ເວລານີ້ສະຫະລັດເປັນຫ່ວງໃນດ້ານສິດທິມະນຸດ ທີ່ເກີດຂື້ນແກ່ຄວາມປາດຖະໜາທີ່ແທ້ຈິງສຳຫລັບຫວຽດນາມທີ່ສືບຕໍ່ ການມີສະຖຽນ ລະພາບ ແລະ ຄວາມຈະເຣີນແບບຍືນຍົງຖາວອນຂອງປະເທດຢ່າງຕໍ່ເນຶ່ອງ ແລະພວກເຮົາເຊື່ອວ່າການຂະຫຍາຍ ສິດທິແລະເສລີພາບຕ່າງໆອອກໄປ ບໍ່ແມ່ນແຕ່ເປັນການສອດຄ່ອງກັບການເຕີບໂຕ ແລະສະຖຽນ ລະພາບຂອງຫວຽດນາມເທົ່ານັ້ນ ແຕ່ໃນລະຍະຍາວແລ້ວ ເປັນສິ່ງທີ່ຕ້ອງການ ກ່ອນອື່ນທັງໝົດ.