ເມື່ອເບິ່ງອ້ອມໆເຂດຕົວເມືອງຕ່າງໆໃນຫວຽດນາມແລ້ວ ມັນບໍ່ເປັນການຍາກເລີຍທີ່ຈະຫລຽວເຫັນອາພາດເມັນແບບຫລູຫລາທີ່ມີລາຄາຫລາຍລ້ານໂດລາ ໃນຂະນະທີ່ຢູ່ໃນຖະໜົນສາຍດຽວກັນນັ້ນ ກໍມີຕູບທີ່ໃກ້ຈະພັງລົງທີ່ມີຫລັງຄາທີ່ ເຮັດດ້ວຍໂລຫະທີ່ຕາຍສີແລ້ວ. ຂີດຕ່ຳສຸດ ແລະເຂດສູງສຸດຂອງຂະແໜງອະສັງຫາລິມະຊັບຂອງປະເທດ ເວົ້າຈັ່ງນຶ່ງກໍເມ່ນໄດ້ຮັບການສ້າງຕັ້ງເປັນຢ່າງດີ ແຕ່ວ່າ ສຳລັບຄົນອື່ນໆ ທີ່ຢູ່ໃນສອງຂົ້ວນີ້ເດ່ລະ?
ການໂຜ່ຕົວຂຶ້ນມາຂອງຊົນຊັ້ນປານກາງ ແລະຊົນຊັ້ນກຳມະກອນໃນຫວຽດນາມທີ່ມີການຂະຫຍາຍຕົວຢ່າງວ່ອງໄວໄດ້ເຮັດໃຫ້ຄວາມຕ້ອງການເຮືອນຊານ ຍິ່ງເພີ້ມຫລາຍຂຶ້ນອີກ. ຖ້າຫາກຄວາມຕ້ອງການຢູ່ໃນຕະຫລາດນີ້ບໍ່ໄດ້ຮັບການຕອບສະໜອງແລ້ວ ມັນອາດເຮັດໃຫ້ປະເທດປະສົບກັບວິກິດການປະເພດທີ່ມີເຮືອນແຕ່ບໍ່ມີຄົນສາມາດຊື້ໄດ້ດັ່ງທີ່ເຫັນຢູ່ໃນປະເທດຕ່າງໆ ນັບແຕ່ບຣາຊີລ ໄປຈົນຮອດໄອແລນ.
ຕົວເລກດັ່ງກ່າວສະແດງໃຫ້ຮູ້ວ່າ ລາຄາຂອງເຮືອນຍ່ອມເຍົາບໍ່ແມ່ນບັນຫາທີ່ເປັນບູລິມະສິດສູງສຸດ. ຂໍ້ມູນສະຖິຕິເມື່ອມໍ່ໆມານີ້ໜ່ວຍ ລວບລວມຂໍ້ມູນ Jones Lang LaSalle Incorporated, ຊຶ່ງເປັນບໍລິສັດໃຫ້ບໍລິການດ້ານອະສັງຫາລິມະຊັບສະແດງໃຫ້ເຫັນວ່າ ອາພາດເມັນຢູ່ໃນພາກສ່ວນຂອງລະດັບຫລູຫລາ, ລະດັບດີ ແລະປານກາງທີ່ໄດ້ອອກມາສູ່ຕະຫລາດຂອງນະຄອນໂຮ່ຈີມິນ (Ho Chi Minh City) ໃນປີນີ້ ແຕ່ວ່າກໍບໍ່ມີອາພາດເມັນຢູ່ໃນພາກສ່ວນທີ່ມີຄາລາຍ່ອຍເຍົານັ້ນຫລາຍເທົ່າກັນກັບໃນພາກສ່ວນເຫລົ່ານັ້ນ.
ແຕ່ວ່າພວກນັກກໍ່ສ້າງທີ່ຢູ່ອາໄສກຳລັງເລີ້ມໃຫ້ຄວາມສົນໃຈຕໍ່ຄວາມຕ້ອງການຂອງຕະຫລາດນີ້. ບໍລິສັດ Phu My Hung Development, ທີ່ສຸມໃສ່ ພວກຄົນຊື້ທີ່ຢູ່ໃນຊົນຊັ້ນປານກາງ ໄດ້ລະດົມເອົາທຶນ 1 ພັນ 7໐໐ ຕື້ດົງ ຊຶ່ງເທົ່າກັບປະມານ 75 ລ້ານໂດລາ ໂດຍຜ່ານການອອກພັນທະບັດເພື່ອພັດທະນາຕົວເມືອງ ຢູ່ໃນເຂດຊົນນະບົດ ທີ່ຫ່າງຈາກນະຄອນຫລວງຮາໂນ່ຍປະມານ 60 ກິໂລແມັດ.