ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫວຽດນາມທັບມ້າງ ການປະທ້ວງຂອງຊາວມົ້ງ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ເຈົ້າໜ້າທີ່ຫວຽດນາມກ່າວວ່າໄດ້ມີການໃຊ້ກຳລັງທະຫານທັບມ້າງການປະທ້ວງທີ່ບໍ່ຄ່ອຍມີຂຶ້ນ ຂອງພວກຊົນກຸ່ມນ້ອຍຊາວມົ້ງຫຼາຍພັນຄົນ ໃນບໍລິເວນຊາຍແດນ ທາງພາກຕາເວັນຕົກສຽງ
ເໜືອຂອງປະເທດ.

ເຈົ້າໜ້າທີ່ໃນແຂວງດຽນບຽນ ກ່າວໃນວັນພະຫັດມື້ນີ້ວ່າ ພວກປະທ້ວງຊາວມົ້ງໄດ້ຖືກຂັບໄລ່
ໃຫ້ແຕກພ່າຍໜີຫຼັງຈາກໄດ້ມີການປະທ້ວງເປັນເວລາຫຼາຍໆມື້. ເຈົ້າໜ້າທີ່ເວົ້າຕື່ມວ່າຊາວມົ້ງ
ຊຶ່ງສ່ວນໃຫຍ່ແລ້ວນັບຖືສາສະໜາຄຣິສຕ໌ນັ້ນ ໄດ້ຮຽກຮ້ອງເອົາສິດ ໃນການປົກຄອງຕົນເອງ
ຫຼາຍຂຶ້ນ ແລະອິດສະຫຼະພາບໃນການນັບຖືສາສະໜາ ໃນເຂດທີ່ພວກເຂົາເຈົ້າອາໄສຢູ່ໃກ້ໆ
ຊາຍແດນລາວ.

ເຈົ້າໜ້າທີ່ກ່າວຕໍ່ອົງການຂ່າວຕ່າງໆວ່າ ມີການປະທະກັນແຕ່ພຽງເລັກນ້ອຍເກີດຂຶ້ນແລະບໍ່ມີ
ຜູ້ໃດຖືກຈັບກຸມ.

ແຕ່ແນວໃດກໍຕາມອົງການຄົ້ນຄວ້າດ້ານນະໂຍບາຍນິຍົມແນວທາງເດີມທີ່ກຸງວໍຊິງຕັນກ່າວວ່າ ມີຊາວມົ້ງຫຼາຍໆຄົນເສຍຊີວິດຫຼືບໍ່ກໍຫາຍສາບສູນ. ລາຍງານທີ່ວ່ານີ້ຍັງບໍ່ສາມາດໄດ້ຮັບການ
ຢືນຢັນຈາກແຫຼ່ງຂ່າວທີ່ເປັນອິດສະຫຼະເທື່ອ.

XS
SM
MD
LG