ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ພວກປະທ້ວງຊາວມົ້ງ ຖືກຈັບໃນຫວຽດນາມ


ພວກຊາວມົ້ງໃນຫວຽດນາມ ພວມພາກັນກັບຄືນບ້ານ ຈາກຕະຫຼາດທີ່ Lung Cu ໃກ້ໆຊາຍແດນຈີນ ໃນແຂວງ Ha Giang ຂອງຫວຽດນາມ.
ພວກຊາວມົ້ງໃນຫວຽດນາມ ພວມພາກັນກັບຄືນບ້ານ ຈາກຕະຫຼາດທີ່ Lung Cu ໃກ້ໆຊາຍແດນຈີນ ໃນແຂວງ Ha Giang ຂອງຫວຽດນາມ.

ລັດຖະບານຫວຽດນາມກ່າວວ່າ ຕົນໄດ້ຈັບກຸມພວກຊົນກຸ່ມ
ນ້ອຍຊາວມົ້ງຈຳນວນນຶ່ງ ທີ່ໄປໂຮມຊຸມນຸມກັນຢູ່ແຂວງດຽນ
ບຽນ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ເມື່ອສັບ
ປະດາແລ້ວແຕ່ບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍກ່ຽວກັບການ
ຈັບກຸມດັ່ງກ່າວ.

ໂຄສົກຍິງຄົນນຶ່ງຂອງກະຊວງການຕ່າງປະເທດຫວຽດນາມ
ກ່າວໃນວັນພະຫັດວານນີ້ວ່າ ພວກທີ່ມີຄວາມຕື່ນເຕັ້ນເກີນ
ເຫດຈຳນວນນຶ່ງໄດ້ຖືກຄວບຄຸມໂຕໄວ້ ແລະຈະຖືກຈັດການ
ຕາມກົດໝາຍ. ທ່ານນາງບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບຈຳ
ນວນຂອງພວກທີ່ຖືກຈັບຫຼືຂໍ້ຫາທີ່ພວກກ່ຽວປະເຊີນ. ນອກ
ນັ້ນແລ້ວ ທ່ານນາງຍັງບໍ່ຍອມໃຫ້ຄວາມເຫັນໃດໆ ກ່ຽວກັບລາຍງານຂ່າວທີ່ບໍ່ທັນໄດ້ຮັບ
ການຢືນຢັນທີ່ວ່າມີຫຼາຍຄົນເສຍຊີວິດເວລາທະຫານລັດຖະບານຫວຽດນາມທັບມ້າງການ
ໂຮມຊຸມນຸມຂອງພວກຊາວມົ້ງ.

ໂຄສົກ Nguyen Puong Nga ກ່າວຕື່ມວ່າ ພວກທີ່ໄປຮ່ວມໂຮມຊຸມນຸມອື່ນໆໄດ້ພາກັນ
ກັບຄືນໄປຍັງເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າຢ່າງສັນຕິ.

ໃນວັນພະຫັດສັບປະດາແລ້ວ ສື່ມວນຊົນນາໆຊາດເລີ່ມລາຍງານວ່າ ມີຊາວມົ້ງທີ່ນັບຖືສາ
ສະໜາຄຣິສຕ໌ຈຳນວນຫຼາຍພັນຄົນ ໄດ້ໄປໂຮມຊຸມນຸມກັນທີ່ແຂວງດຽນບຽນ. ລັດຖະບານ
ຫວຽດນາມເວົ້າວ່າ ພວກຊາວມົ້ງໄປໂຮມຊຸມນຸມກັນຍ້ອນເຂົາເຈົ້າເຊື່ອວ່າພະເຈົ້າຫຼືຜູ້ມີພະ ລັງອຳນາດເໜືອມະນຸດຈະມາຮັບເອົາພວກເຂົາເຈົ້າ ໄປຍັງດິນແດນສັນຍາໃນທ້າຍເດືອນນີ້.
ໃນມື້ວານນີ້ ທ່ານນາງ Nguyen ໄດ້ຖະແຫຼງຢໍ້າເຖິງການກ່າວຫາຂອງລັດຖະບານທີ່ວ່າມີ ຄົນບາງກຸ່ມຕ້ອງການຢາກຈະສ້າງຕັ້ງລາດຊະອານາຈັກມົ້ງທີ່ເປັນອິດສະຫຼະຂຶ້ນມາ.

ລາຍງານຂ່າວຫຼາຍໆກະແສແຈ້ງວ່າ ພວກທະຫານຫວຽດນາມໄດ້ໃຊ້ກຳລັງ ທັບມ້າງການ
ໂຮມຊຸມນຸມຂອງພວກຊາວມົ້ງ. ບັນດາກຸ່ມສະໜັບສະໜຸນຊາວມົ້ງກ່າວວ່າມີຫຼາຍກວ່າ 60
ຄົນເສຍຊີວິດ ແລະອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ໃນການປາບປາມດັ່ງກ່າວ. ແຕ່ການ
ກ່າວອ້າງທີ່ວ່ານີ້ ຍັງບໍ່ທັນໄດ້ຮັບການຢືນຢັນຈາກແຫຼ່ງຂ່າວທີ່ເປັນອິດສະຫຼະເທື່ອ.

ສື່ມວນຊົນຂອງຫວຽດນາມລາຍງານວ່າ ມີຜູ້ຄົນຈຳນວນນຶ່ງໄດ້ລົ້ມປ່ວຍ ຍ້ອນສະພາວະ
ທີ່ຂາດຫຼັກສຸກຂະພິບານຢູ່ບ່ອນໂຮມຊຸມນຸມ ຊຶ່ງຕັ້ງຢູ່ໃນເຂດສອກຫຼີກຫ່າງໄກແລະເດັກ
ນ້ອຍຄົນນຶ່ງໄດ້ເສຍຊີວິດຈາກອາການປ່ວຍທີ່ວ່ານີ້.

ລັດຖະບານຫວຽດນາມກ່າວວ່າ ສະຖານະການຢູ່ໃນເຂດດັ່ງກ່າວໄດ້ກັບຄືນເຂົ້າສູ່ສະພາບ
ປົກກະຕິແລ້ວ.

ລັດຖະບານຫວຽດນາມ ໄດ້ປະຕິເສດຊໍ້າແລ້ວຊໍ້າອີກ ຕໍ່ການຮ້ອງຂໍຂອງພວກນັກຂ່າວທີ່
ຢາກເດີນທາງໄປຍັງເຂດດັ່ງກ່າວເພື່ອເບິ່ງສະພາບການທີ່ນັ້ນຢ່າງເປັນອິດສະຫຼະ.


XS
SM
MD
LG