ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງໃຫ້ຫວຽດນາມ ສືບສວນການປະທ້ວງຊາວມົ້ງ


ຊົນເຜົ່າມົ້ງ ໃນຫວຽດນາມ. ວັນທີ 9 ພຶດສະພາ 2011
ຊົນເຜົ່າມົ້ງ ໃນຫວຽດນາມ. ວັນທີ 9 ພຶດສະພາ 2011


















ກຸ່ມ​ສົ່ງ​ເສິມ​ສິດທິ​ມະນຸດ​ຊັ້ນ​ນໍາ​ກຸ່ມ​ນຶ່ງ​ຮຽກຮ້ອງ​ໃຫ້​ຫວຽດນາມ​ດໍາ​ເນີນການ​ສືບສວນ​ສອບ​ສວນ​ຢ່າງ​ຖີ່​ຖ້ວນ​ແລະ​ເປີດ​ເຜີຍ​ກ່ຽວ​ກັບ​ຄວາມ​ວຸ້ນວາຍ​ທີ່​ພົວພັນ​ກັບ​ຊົນ​ເຜົ່າ​ມົ້ງຫວ່າງ​ໄວໆ​ມາ​ນີ້​ໃນ​ແຂວງ Dien Bien ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ​ນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ນະຄອນ​ນິວຢອກ​ໃນ​ວັນ​ອັງຄານ​ມື້​ນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຍັງ​ຮຽກຮ້ອງ​ໃຫ້​ຫວຽດນາມ​ບອກ​ຊື່​ທຸກໆ​ຄົນ​ທີ່​ຖືກ​ຈັບ​ກຸມຍ້ອນພົວພັນ​ກັບ​ການ​ປະ​ທ້ວງ​ແລະ​ໃຫ້​ເຂົາ​ເຈົ້າ​ມີໂອກາດໄດ້ພົບກັບ​ຄອບຄົວແລະ​ທີ່​ປຶກສາ​ທາງດ້ານ​ກົດໝາຍ​ຂອງ​ເຂົາ​ເຈົ້າ​ໄດ້​ເຊ່ນ​ກັນ.

ໂຄສົກ​ຍິງ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກ່າວ​ໃນ​ສັບປະດາຜ່ານ​ມາ​ວ່າພວກ​ທີ່​ສະ​ແດງ​ປະຕິ​ກິຍາ​ເກີນ​ຂອບ​ເຂດ​ຈໍານວນ​ນຶ່ງ​ໄດ້​ຖືກ​ຈັບ​ກຸມ​ຍ້ອນສ່ວນ​ມີພົວພັນ​ກັບ​ການ​ປະ​ທ້ວງ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ນັກ​ຂ່າວ​ແລະ​ພວກ​ນັກ​ການ​ທູດ​ໄດ້ຖືກ​ປະຕິ​ເສດ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ຂົງ​ເຂດ ​ແລະ​ຫາ​ລາຍ​ລະອຽດ​ທີ່​ເຊື່ອ​ຖື​ໄດ້​ກ່ຽວ​ກັບ​ວ່າ​ມີ​ຫຍັງເກີດ​ຂຶ້ນ​ແທ້ໆນັ້ນ.

ສື່​ມວນ​ຊົນ​ລະຫວ່າງ​ຊາດ​ແຈ້ງ​ໃຫ້​ຊາບ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ພວກ​ຊົນ​ເຜົ່າ​ມົ້ງທີ່​ເຊື່ອ​ຖື​ສາ​ສະໝາ​ຄຣີສ​ຫລາຍ​ພັນ​ຄົນ​ ພາກັນ​ໂຮມ​ຊຸມນຸມ​ກັນ​ໃນ​ແຂວງ​ດັ່ງກ່າວ. ລັດຖະບານ​ຫວຽດນາມກ່າວ​ວ່າ ພວກ​ຊາວ​ມົ້ງ​ເຫລົ່າ​ນີ້​ໄປ​ເຕົ້າ​ໂຮ​ມກັນ​ເພາະວ່າ​ເຂົາ​ເຈົ້າ​ເຊື່ອ​ວ່າຜູ້ສູງສຸດຫຼືແຖນຈະມາ​ຮັບ​ເອົາ​ເຂົາ​ເຈົ້າ​ໄປ​ຍັງ​ດິນ​ແດນ​ສັນຍາ​.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທ້ອງ​ຖິ່ນ​ໃຫ້ການຢືນຢັນ​ວ່າ ​ໄດ້​ໃຊ້ກໍາລັງ​ຮັກສາ​ຄວາມປອດ​ໄພ​ຂັບ​ໄລ່​ພວກ​ຊາວ​ມົ້ງດັ່ງ ກ່າວ​ໃຫ້​ແຕກ​ໜີ​ໄປ​ແລະ​ພວກ​ກຸ່ມ​ສົ່ງ​ເສີມ​ສິດທິ​ມະນຸດ​ບາງ​ກຸ່ມ​ອ້າງ​ວ່າ ພວກ​ຊາວ​ມົ້ງຈໍານວນ​ນຶ່ງ​ໄດ້ເສຍ​ຊີວິດ.

XS
SM
MD
LG