ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະກັນ​ໄພ​ສຸ​ຂ​ພາບ​ ແມ່ນ​ສິດທິຂັ້ນ​ພື້ນ​ຖານ ໃນ​ຫວຽດ​ນາມ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ພະ​ຍາ​ຍາມ​ເປີດ​ໃຫ້​ເປັນ​ການ​ລົງ​ທຶນ​ຈາກ​ເອກ​ກະ​ຊົນ​


ທ່ານໝໍ ໃຊ້​ໂທ​ລະ​ສັບ​ສະ​ຫຼາດ ຖ່າຍ​ຮູບ​ເດັກ​ທາ​ລົກ ທີ່​ຫາ ກໍ​ຄອດ ທີ່​ມີ​ໜ້າ​ຕາ​ອັບ​ປະ​ລັກ ກ່ອນ​ການ​ຜ່າ​ຕັດ ໃນ​ຫວຽດ​ນາມ ກຸຍ​ບາ, ຮ່າໂນ່ຍ, ຫວຽດ​ນາມ.
ທ່ານໝໍ ໃຊ້​ໂທ​ລະ​ສັບ​ສະ​ຫຼາດ ຖ່າຍ​ຮູບ​ເດັກ​ທາ​ລົກ ທີ່​ຫາ ກໍ​ຄອດ ທີ່​ມີ​ໜ້າ​ຕາ​ອັບ​ປະ​ລັກ ກ່ອນ​ການ​ຜ່າ​ຕັດ ໃນ​ຫວຽດ​ນາມ ກຸຍ​ບາ, ຮ່າໂນ່ຍ, ຫວຽດ​ນາມ.

ປະ​ເທດ​ຄອມ​ມຸຍ​ນິ​ດ ຫວຽດ​ນາມ ພວມເຄື່ອນ​ຍ້າຍ​ຈັດ​ສັນ​ການ​ປະ​ກັນ​ໄພ​ສຸ​ຂະ​ພາບ​
ໃຫ້​ທາງ​ທຸ​ລະ​ກິດເອກກ​ະຊົນ ເປັນ​ຜູ້​ຈັດ​ການ ໃນ​ບາງ​ພາກ​ສ່ວນ, ເຮັດ​ໃຫ້​ເກີດ​ມີ
​ຄຳ​ຖາມ​ກ່ຽວ​ກັບ​ບົດ​ບາດ​ໜ້າ​ທີ່​ຂອງ​ລັດ ທີ່​ຄ້ຳ​ປະກັນ​ໄພ​ສຸ​ຂ​ພາບ​ຂັ້ນ​ພື້ນ​ຖານ​
ໃຫ້​ແກ່​ປະ​ຊາ​ຊົນ​ທັງປວງແລະ​ກ່ຽວ​ກັບ​ງົບ​ປະ​ມານ​ໃນ​ການ​ບໍ​ລິ​ຫານ​ຈັດ​ການ​ນັ້ນ​.

ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ ທີ່​ໄດ້​ທຶນ​ຈາກ​ສາ​ທາ​ລະ​ນະ ໃນ​ນະ​ຄອນ​ໂຮ​ຈິ​ມິນ​ຊີ​ຕີ
ໄດ້​ລະ​ບຸ ໃນ​ເດືອນ​ນີ້​ວ່າ ຕົນ​ພວມຊອກ​ຫາ​ນັກ​ລົງ​ທຶນ​ເອກກ​ະຊົນ ມາຊ່ອຍ​ໃນ​ການ​
ສ້າງ​ອາ​ຄານ​ຝຶກ​ຫັດ ແລະສູນ​ກາງ​ພວກ​ຜູ້​ປ່ວຍ​ທີ່​ບໍ່​ໄດ້​ນອນ​ໃນ​ໂຮງ​ໝໍ ທີ່​ທຽວ​ເອົາ
ໃນ​ມະ​ຫາ​ວິ​ທະ​ຍາ​ໄລ. ມະ​ຫາ​ວິ​ທະ​ຍາ​ໄລການ​ແພດ Pham Ngoc Thach ໄດ້​ກ່າວ
ວ່າ ຄວາມ​ຄິດ​ນີ້ ແມ່ນ​ ເພື່ອ​ກຳ​ກັບ​ການ​ປະ​ຕິ​ບັດ​ງານ​ທາງຄ​ລີ​ນິກ​ແລະ​ຝຶກ​ຫັດ,
ໃນ​ຂະ​ນະ​ທີ່​ບໍ​ລິ​ສັດ​ເອ​ກະ​ຊົນ ຈະ​ກຳ​ກັບ​ເລື້ອງ​ການ​ກໍ່​ສ້າງ​ອື່ນໆ.

ການໃຫ້​ການບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ​ທີ່ພຽງ​ພໍ ​ນັ້ນ​ ອາດ​ຈະ​ໝາຍ​ເຖິງ​ການ​ເຈາະ
​ເຂົ້າ​ຫາການ​ລົງ​ທຶນ​ຂອງ​ເອກ​ກະ​ຊົນ.

“ປະ​ກັນ​ໄພ​ສຸ​ຂ​ພາບ​ໂຮ​ຈິ​ມິນ​ຊີ​ຕີ ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ຄ​ລີ​ນິກ​ເພື່ອ​ຮອງ​ຮັບ​ການ
​ຂະ​ຫຍາຍຕົວ​ຂອງ​ເມືອງ ແລະ​ການ​ເພີ້ມ​ຂຶ້ນ​ຂອງ​ປະ​ຊາ​ກອນ,”
ຊຶ່ງ​ທ່ານ​ໝໍ Ngo
Minh Xuan ​ຜູ້​ອຳ​ນວຍ​ການ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລການ​ແພດ Pham Ngoc
Thach ແລະ​ທ່ານ​ຍັງ​ໄດ້​ກ່າວຕໍ່​ໄປ​ວ່າ “ເຖິງ​ຢ່າງ​ນັ້ນ ກໍ​ຕາມ, ພວກ​ເຮົາ​ສາ​ມາດ​ທີ່​
ຈະ​ບໍ​ລິ​ຫານ​ຈັດ​ການ​ຄວາມຈຳ​ເປັນພວກ​ນີ້ ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ແລະ​ວ່ອງ​ໄວ
ໂດຍ​ທີ່​ພວກ​ເຮົາ​ກາງ​ຕໍ່​ກອງທຶນ​ສາ​ທາລະ​ນະ​ເທົ່າ​ນັ້ນ.”

ການ​ຍົກ​ຍ້າຍ​ທີ່​ວ່າ​ນີ້ ແມ່ນ​ເປັນ​ເອກ​ກະ​ຊົນ ໃນ​ບາງ​ສ່ວນ ເຂົ້າ​ໃນ​ການ​ໃຫ້​ບໍ​ລິ​ການ
​ດ້ານ​ສຸ​ຂ​ະອະນາ​ໄມ ແມ່ນ​ແນວ​ໂນ້ມທີ່​ເກີດ​ຂຶ້ນ​ໃນ​ປັດ​ຈຸ​ບັນ​ນີ້ ໃນ​ຂະ​ນະ​ທີ່​ປະ​ເທດ
​ທີ່​ມີ​ປະ​ຊາ​ກອນ 100 ລ້ານ​ຄົນ ໄດ້​ຫັນ​ປ່ຽນ​ມາ​ເປັນ​ລະ​ບອບ​ທຶນ​ນິ​ຍົມ​.

ມີ​ໂຮງ​ພະ​ຍາ​ບານ​ນາໆ​ຊາດ​ຫຼາຍໆ​ແຫ່ງ ທີ່ໃ​ຫ້​ການ​ບໍ​ລິ​ການ​ແລະ​ຂະ​ຫຍາຍ​ຕົວ​ຢ່າງ
ວ່ອງ​ໄວ ເຊັ່ນ ໂຮງ​ພະ​ຍາ​ບານ Hanh Phuc ​ແລະໂຮງ​ພະ​ຍາ​ບານຫວຽດ​ນາມ​
ເຢຍ​ຣະ​ມັນ, ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ ແມ່ນ​ເປີດກວ້າງ​ເພີ້ມ​ຂຶ້ນ​ຕໍ່​ພາກ​ສ່ວນ​ເອກ​ກະ​ຊົນ
ເຊັ່ນ​ຂໍ້​ຕົກ​ລົງການ​ຄ້າ ກັບ​ສະ​ຫະ​ພາບຢູ​ໂຣບ ທີ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​
ສູງ​ຂຶ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG