ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງ​ການ ຫວຽດ​ນາມ  ໃຫ້​ທຶນ​ການ​ສຶກ​ສາ ​ແກ່​ນັກ​ສຶກ​ສາ ລາວ 1,273 ທຶນ​ໃນ​ປີ 2019


ນັກ​ສຶກ​ສາ ລາວ ຮັບ​ທຶນ​ການ​ສຶກ​ສາ ຈີນ.
ນັກ​ສຶກ​ສາ ລາວ ຮັບ​ທຶນ​ການ​ສຶກ​ສາ ຈີນ.

ທາງ​ການ ຫວຽດ​ນາມ ໃຫ້​ທຶນ​ການ​ສຶກ​ສາ​ແກ່​ນັກ​ສຶກ​ສາ ລາວ 1,273 ທຶນ​ໃນ​ປີ 2019
ແຕ່ໃນຂະນະດຽວກັນກໍປາກົດວ່າຄົນ ລາວ ໄດ້ພາກັນສົ່ງລູກຫຼາຍໄປຮຽນຕໍ່ທີ່ປະເທດ
ຈີນ ຫຼາຍກວ່າ 7,000 ຄົນໃນປີນີ້.

ທ່ານ ສຸ​ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຖະ​
ແຫຼງຢືນຢັນວ່າໃນປີ 2019 ລັດຖະບານ ຫວຽດນາມ ໄດ້ຕົກລົງໃຫ້ທຶນການສຶກສາແກ່
ນັກສຶກສາ ລາວ ຈຳນວນ 1,273 ທຶນໃນນີ້ແບ່ງເປັນລະດັບປະລິນຍາຕີ 538 ທຶນ,
ປະລິນຍາໂທ 202 ທຶນ, ປະລິນຍາເອກ 32 ທຶນ ແລະ ການຝຶກອົບຮົມໄລຍະສັ້ນ 546
ທຶນ ເຖິງແມ່ນວ່າຈະເປັນການໃຫ້ທຶນການສຶກສາທີ່ເພີ່ມຂຶ້ນຈາກປີ 2018 ພຽງແຕ່ 2
ທຶນກໍຕາມ ແຕ່ກໍຍັງຖືວ່າ ຫວຽດນາມ ເປັນປະເທດທີ່ມີນັກສຶກສາ ລາວ ໄປຮຽນຕໍ່ຫຼາຍ
ທີ່ສຸດ ຊຶ່ງມີຈຳນວນຫຼາຍກວ່າ 14,000 ຄົນໃນປັດຈຸບັນນີ້ ດັ່ງທີ່ທ່ານ ສຸພັນ ໄດ້ໃຫ້ການ
ຢືນຢັນວ່າ

"ສ​ສ​. ຫວຽດ​ນາມ ເພິ່ນ​ກະ​ໄດ້​ຊ່ວຍ​ທຶນ​ໃນ​ການ​ກໍ​່​ສ້າງ​ພະ​ນັກ​ງານ​ໃຫ້​ພວກ​ເຮົາ​ຫັ້ນ​ນະ
ປີນຶ່ງພັນກວ່າທຶນພຸ້ນເດ້ ແລ້ວກະພວກເຮົາກະມີນັກສຶກສາທີ່ຮຽນຢູ່ໃນສະຖາບັນ
ຕ່າງໆຂອງ ສສ. ຫວຽດນາມ ຫຼາຍກວ່າ 14,000 ຄົນ ອັນນີ້ກະຖືວ່າເປັນກຳລັງທີ່ຈະ
ມາຊ່ວຍພັດທະນາປະເທດເຮົາໃນອະນາຄົດທີ່ຫຼາຍພໍສົມຄວນຫັ້ນແຫຼະ."

ສ່ວນ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ນະ​ຄອນຫຼວງ ວຽງ​ຈັນ ບອກວ່າ​ໃນ​ປັດ
ຈຸບັນນີ້ມີນັກສຶກສາ ລາວ ຈຳນວນ 14,644 ຄົນກຳລັງຮຽນຢູ່ໃນສະຖາບັນການສຶກ
ສາຕ່າງໆໃນ ຫວຽດນາມ ໃນນີ້ແບ່ງເປັນ 4,228 ຄົນທີ່ໄດ້ຮັບທຶນການສຶກສາຈາກ​ລັດ​
ຖະບານ ຫວຽດນາມ ໃນນີ້ແບ່ງເປັນ 4,228 ຄົນທີ່ໄດ້ຮັບການສຶກສາຈາກລັດຖະບານ
ຫວຽດນາມ ສ່ວນອີກ 10,416 ຄົນນັ້ນໃຊ້ທຶນຂອງພວກເຂົາເຈົ້າເອງ ເນື່ອງຈາກສະ
ຖາບັນການສຶກສາຊັ້ນສູງໃນ ລາວ ບໍ່ສາມາດຮອງຮັບໄດ້ຢ່າງພຽງພໍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ຖະ​ບານ ລາວ ກໍ​ໄດ້​ວາງ​ແຜນ​ການ​ສົ່ງ​ເສີມ​ພາກ​ເອ​ກະ​ຊົນ​ຈາກ​
ຕ່າງປະເທດໃຫ້ເຂົ້າມາລົງທຶນພັດທະນາສະຖາບັນການສຶກສາຊັ້ນສູງໃນ ລາວ ຫຼາຍ
ຂຶ້ນ ເນື່ອງຈາກລັດຖະບານ ລາວ ຍັງຕ້ອງປະເຊີນກັບບັນຫາຂາດແຄນດ້ານງົບປະ
ມານ ຈຶ່ງເຮັດໃຫ້ບໍ່ສາມາດຈະຂະຫຍາຍ ຫຼື ສ້າງຕັ້ງສະຖາບັນການສຶກສາຊັ້ນສູງໄດ້
ເທົ່າທັນກັບຈຳນວນນັກສຶກສາທີ່ເພີ່ມຂຶ້ນຢ່າງໄວວາ ເຖິງແມ່ນວ່າສະຖາບັນການສຶກ
ສາຊັ້ນສູງຂອງເອກະຊົນ 100 ກວ່າແຫ່ງໃນ ລາວ ຈະສ້າງບຸກຄະລາກອນທີ່ຈົບລະ
ດັບປະລິນຍາຕີ ແລະ ປະລິນຍາໂທໄດ້ຈຳນວນຫຼາຍພັນຄົນໃນແຕ່ລະປີກໍຕາມ ແຕ່
ກໍຍັງບໍ່ພຽງພໍກັບຄວາມຕ້ອງການຕົວຈິງ.

ທັງ​ນີ້​ໂດຍ​ການ​ສອບ​ເສັງ​ເພື່ອ​ສຶ​ກ​ສາ​ຕໍ່​ລະ​ດັບ​ປະ​ລິນ​ຍາ​ຕີ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​
ຊາດຂອງ ລາວ ໃນແຕ່ລະປີນັ້ນຈະມີນັກຮຽນສະໝັກສອບເສັງເກືອບ 20,000 ຄົນ
ໃນທົ່ວປະເທດໂດຍມີມະຫາວິທະຍາໄລທັງ 4 ແຫ່ງຂອງລັດຖະບານ ລາວ ກໍສາມາດ
ຮັບນັກສຶກສາໃໝ່ທີ່ຜ່ານການສອບເສັງໄດ້ລວມກັນພຽງແຕ່ 11,000 ຄົນເທົ່ານັ້ນ
ໃນນີ້ແບ່ງເປັນ 4,800 ກວ່າຄົນທີ່ຈະຜ່ານການຄັດເລືອກເພື່ອໃຫ້ເຂົ້າສຶກສາຕໍ່ໃນ
ມະຫາວິທະຍາໄລແຫ່ງຊາດທີ່ນະຄອນຫຼວງ ວຽງຈັນ ສ່ວນອີກ 6,000 ກວ່າຄົນຈະ
ໄດ້ຮັບການຄັດເລືອກໃຫ້ເຂົ້າສຶກສາໃນມະຫາວິທະຍາໄລແຫ່ງຊາດທີ່ຫຼວງພະບາງ,
ສະຫວັນນະເຂດ ແລະ ຈຳປາສັກ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ແຕ່​ລະ​ປີ​ຈະ​ມີ​ນັກ​ຮຽນ​ທີ່​ຈົບ​ຊັ້ນ​ມັດ​ທະ​ຍົມ​ປາຍຫຼາຍກວ່າ
60,000 ຄົນ ໃນນີ້ຈະມີໂອກາດໄດ້ສຶກສາຕໍ່ໃນມະຫາວິທະຍາໄລແຫ່ງຊາດທັງ 4
ແຫ່ງຂອງລັດຖະບານ ລາວ ພຽງ 11,000 ຄົນເທົ່ານັ້ນ ຈຶ່ງເຮັດໃຫ້ຈຳນວນນັກຮຽນ
ທີ່ເຫຼືອອີກເກືອບ 50,000 ຄົນນັ້ນທີ່ບໍ່ໄດ້ຮັບໂອກາດເຂົ້າສຶກສາຕໍ່ໃນມະຫາວິທະ
ຍາໄລແຫ່ງຊາດ ຈຶ່ງຕ້ອງເຂົ້າສຶກສາຕໍ່ໃນສະຖາບັນການສຶກສາຂອງເອກະຊົນເປັນ
ຫຼັກ.

ທາງ​ດ້ານ​ທ່ານ ວົງ​ສິນ ໄຊ​ຍະ​ວົງ ເລ​ຂາ​ເອກ​ຝ່າຍ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ​ປະ​ຈຳ​
ສະຖານທູດ ລາວ ຢູ່ນະຄອນຫຼວງ ປັກກິ່ງ ລາຍງານວ່າ ນັກສຶກສາ ລາວ ເດີນທາງ
ໄປຮຽນຕໍ່ທີ່ປະເທດ ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສະເພາະປີ 2019 ນີ້ກໍປາກົດວ່າມີ
ນັກສຶກສາ ລາວ ຈຳນວນ 7,271 ຄົນທີ່ຮຽນຢູ່ໃນປະເທດ ຈີນ ໃນນີ້ຮຽນລະດັບປະ
ລິນຍາຕີ 3,000 ກວ່າຄົນ, ປະລິນຍາໂທ 900 ກວ່າຄົນ, ປະລິນຍາເອກ 100 ກວ່າ
ຄົນ ແລະ ອື່ນໆ 3,000 ກວ່າຄົນ ຊຶ່ງສ່ວນໃຫຍ່ໃຊ້ທຶນຂອງຕົນເອງ ເພາະເຊື່ອວ່າ
ສະຖາບັນການສຶກສາຂອງ ຈີນ ມີມາດຕະຖານສູງກວ່າ ຫວຽດນາມ ໂດຍລັດຖະ
ບານ ຈີນ ໃຫ້ທຶນການສຶກສາແກ່ ລາວ ປີລະ 350 ກວ່າທຶນເທົ່ານັ້ນ.

XS
SM
MD
LG