ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດລະເບີດຢູ່ຫວຽດນາມ


ແປວຄວັນຂະໜາດໃຫຍ່ກຸ້ມຂຶ້ນ ຈາກເຫດບັ້ງໄຟດອກລະເບີດ ທີ່ນະຄອນຫຼວງຮ່າໂນ່ຍ.
ແປວຄວັນຂະໜາດໃຫຍ່ກຸ້ມຂຶ້ນ ຈາກເຫດບັ້ງໄຟດອກລະເບີດ ທີ່ນະຄອນຫຼວງຮ່າໂນ່ຍ.

ເຈົ້າໜ້າທີ່ຫວຽດນາມກ່າວວ່າ ມີຊາວເຢຍຣະມັນ 2 ຄົນ ແລະຊາວສິງກະໂປຄົນນຶ່ງ ຮວມ ຢູ່ໃນຈຳນວນພວກເສຍຊີວິດ 4 ຄົນ ໃນເຫດບັ້ງໄຟດອກລະເບີດ ທີ່ນະຄອນຫຼວງຮ່າໂນ່ຍ ບ່ອນທີເຈົ້າໜ້າທີ່ພວມກະກຽມການສະເຫຼີມສະຫຼອງ ໂອກາດວັນຄົບຮອບ 1,000 ປີ ໃນ ການສ້າງຕັ້ງນະຄອນດັ່ງກ່າວ ໃນມື້ວັນອາທິດນີ້.

ເຫດລະເບີດໃກ້ໆສະໜາມກິລາ My Dinh ໃນມື້ວັນພຸດຜ່ານມາໄດ້ເຮັດໃຫ້ປະຕູປ່ອງຢ້ຽມ ເຮືອນແຕກ ແລະສົ່ງແປວຄວັນຂະໜາດໃຫຍ່ກຸ້ມຂຶ້ນສູ່ທ້ອງຟ້າ. ນອກນັ້ນຍັງມີອີກຫຼາຍໆ ຄົນໄດ້ຮັບບາດເຈັບ ໃນເຫດລະເບີດດັ່ງກ່າວ.

ຊາວເຢຍຣະມັນ 2 ຄົນ ທີ່ເສຍຊີວິດໃນເຫດລະເບີດຄັ້ງນີ້ ແມ່ນເປັນນາຍຊ່າງທີ່ຖືກຈ້າງມາ ເພື່ອຊ່ອຍໃນການກະກຽມ ຈູດບັ້ງໄຟດອກ. ສ່ວນຄົນສິງກະໂປນັ້ນ ເປັນນັກທຸລະກິດຍິງ ທີ່ ເຮັດວຽກນຳບໍລິສັດບັ້ງໄຟດອກ ທີ່ຫວຽດນາມວ່າຈ້າງມາ ໃຫ້ຈູດບັ້ງໄຟດອກສະແດງ ໃນວັນ ສະຫຼອງ ດັ່ງກ່າວ. ຜູ້ເຄາະຮ້າຍຄົນທີ 4 ແມ່ນເປັນຊາວຫວຽດນາມ.

ຕຳຫຼວດເວົ້າວ່າ ເຫດລະເບີດໃນຄັ້ງນີ້ ແມ່ນມີສາເຫດມາຈາກການຂົນສົ່ງ ໃນລັກສະນະ ທີ່ບໍ່ຖືກຕ້ອງເໝາະສົມ ບັ້ງໄຟດອກ ທີ່ນຳເຂົ້າຈາກຕ່າງປະເທດ 2 ລັງ.

ສະໜາມກິລາດັ່ງກ່າວນີ້ ແມ່ນນຶ່ງໃນສະຖານທີ 29 ແຫ່ງ ໃນນະຄອນຫຼວງຮ່າໂນ່ຍ ທີ່ ທາງການວາງແຜນໄວ້ວ່າ ຈະມີການຈູດສະແດງບັ້ງໄຟດອກ ເພື່ອເປັນການມ້ວນທ້າຍພິທີ ສະເຫຼີມສະຫຼອງວັນຄົບຮອບໃນການສ້າງຕັ້ງ ນະຄອນຫຼວງຮ່າໂນ່ຍ ໃນມື້ວັນອາທິດຈະມານີ້.

XS
SM
MD
LG