ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍພົນ ທີ່ມີຊື່ສຽງຂອງຫວຽດນາມ ສະຫຼອງວັນເກີດ ຄົບຮອບ 100 ປີ


ນາຍພົນ Vo Nguyen Giap ທີ່ມີຊື່ສຽງຂອງຫວຽດນາມ (24 ສິງຫາ 2011)
ນາຍພົນ Vo Nguyen Giap ທີ່ມີຊື່ສຽງຂອງຫວຽດນາມ (24 ສິງຫາ 2011)

ທ່ານ Vo Nguen Giap ອະດີດນາຍພົນຫວຽດນາມທີ່ສາມາດເອົາຊະນະກຳລັງທະຫານ
ທີ່ເໜືອກວ່າທັງຂອງຝຣັ່ງແລະສະຫະລັດ ມີອາຍຸຄົບ 100 ປີ ໃນວັນພະຫັດມື້ນີ້.

ທ່ານ Giap ສະຫຼອງວັນເກີດ ທີ່ເປັນຂີດໝາຍສຳຄັນຂອງທ່ານ ຢູ່ທີ່ໂຮງໝໍທະຫານໃນ
ນະຄອນຫຼວງຮາໂນ່ຍ ບ່ອນທີ່ທ່ານໄດ້ເຂົ້າໄປຮັບການພະຍາບານໂຕໃນໄລຍະຫຼາຍໆ
ເດືອນຜ່ານມານີ້. ອະດີດເລຂາຂອງທ່ານ ພັນເອກ Nguyen Huyen ກ່າວວ່າ ນາຍ
ພົນ Giap ຍັງຕື່ນໂຕ ແລະຈຳພວກມິດສະຫາຍເກົ່າຂອງທ່ານໄດ້ເປັນຢ່າງດີ.

ທ່ານ Giap ໄດ້ນຳພາກຳລັງກອງໂຈນທີ່ບໍ່ມີອາວຸດພຽງພໍ ຊະນະແບບບໍ່ໜ້າເຊື່ອຕໍ່ກຳ
ລັງລ່າອານານິຄົມຂອງຝຣັ່ງທີ່ດຽນບຽນຟູ ໃນປີ 1954 ທີ່ຄໍ້າປະກັນ​ໃຫ້ຫວຽດນາມໄດ້
ຮັບເອກກະລາດ ແລະຍຸດຕິການປົກຄອງຂອງຝຣັ່ງ ຢູ່ໃນທົ່ວອິນໂດຈີນ.

ໃນໄລຍະນຶ່ງທົດສະວັດກວ່າໆຕໍ່ມາ ທ່ານກໍໄດ້ນຳພາກຳລັງຂອງພວກຄອມມູນິສຫວຽດ
ນາມເໜືອໃນການຕໍ່ສູ້ມາເປັນເວລາດົນນານ ກັບກຳລັງທະຫານສະຫະລັດທີ່ໃຫ້ການສະ ໜັບສະໜຸນຫວຽດນາມໃຕ້ຢູ່ໃນສົງຄາມກາງເມືອງ ຊຶ່ງໃນທີ່ສຸດ ໄດ້ບັງຄັບໃຫ້ກຳລັງທະ ຫານອະເມຣິກັນຕ້ອງຖອນອອກໄປໃນປີ 1975 ນັ້ນ.

XS
SM
MD
LG