ຖ້າຄວາມເຊື່ອພື້ນຖານຂອງລັດທິຄອມມູນິສ ແມ່ນຄວາມສະເໝີພາບ ຮວມທັງຄວາມ
ສະເໝີພາບທາງເພດແລ້ວ ດັ່ງນັ້ນ ຄວາມເຫັນຈຳນວນນຶ່ງ ຂອງສາທາລະນະລັດ
ສັງຄົມນິຍົມ ຫວຽດນາມ ຈຶ່ງເບິ່ງຄືວ່າ ສອດຄ່ອງກັນດີ ກັບແນວຄິດໃນການກໍ່ຕັ້ງ
ປະເທດ ດັ່ງກ່າວ.
ແມ່ຍິງແມ່ນໄດ້ຖືກພົບເຫັນຢູ່ທຸກໆແຫ່ງຫົນ ໃນທົ່ວປະເທດຫວຽດນາມ ທີ່ມີປະຊາກອນ
100 ລ້ານຄົນ ບ່ອນທີ່ພວກເຂົາເຈົ້າ ໄດ້ເຫັນຫົວໜ້າບໍລິຫານງານ ບໍລິສັດທີ່ສຳຄັນໆ
ລັດຖະມົນຕີຢູ່ໃນຄະນະລັດຖະບານ ຫຼືວ່າ ເປັນຫົວໜ້າຄອບຄົວ ກໍມີ. ນອກນັ້ນແລ້ວ
ພວກແມ່ຍິງຫວຽດນາມ ຍັງໄດ້ມີໜ້າຮ່ວມກັບພວກຜູ້ຊາຍ ຢູ່ໃນວຽກງານຕ່າງໆ ເຊັ່ນ
ຄົນງານກໍ່ສ້າງ ຄົນຂັບລົດແທັກຊີ ແລະເປັນຕຳຫຼວດ.
ແຕ່ເມື່ອເວົ້າເຖິງເລື້ອງຂໍ້ມູນທັງໝົດແລ້ວ ສະແດງໃຫ້ເຫັນວ່າ ຫວຽດນາມແມ່ນນຳໜ້າ
ປະເທດອື່ນໆ ກ່ຽວກັບຄວາມສະເໝີພາບທາງເພດ ເຊັ່ນອັດຕາສ່ວນຮ້ອຍ ຂອງພວກ
ແມ່ຍິງທີ່ເປັນກຳລັງແຮງງານ ຫຼື ເປັນເຈົ້າໜ້າທີ່ບໍລິຫານ ມັນເປັນການງ່າຍ ທີ່ຈະເບິ່ງ
ຂ້າມຄວາມຈິງທີ່ວ່າ ພວກຜູ້ຊາຍຍັງເປັນຜູ້ໄດ້ປຽບຢູ່ໃນຫຼາຍໆຂົງເຂດວຽກງານ.
ລາຍໄດ້ສະເລ່ຍຂອງພວກແມ່ຍິງ ຢູ່ໃນຫວຽດນາມ ແມ່ນ 224 ໂດລາ ຫຼືປະມານ 5
ລ້ານ 2 ແສນດົງ ຕໍ່ເດືອນ ອີງຕາມໂຕເລກ ທີ່ຫາກໍນຳອອກເປີດເຜີຍ ເມື່ອເດືອນມີນາ
ຜ່ານມາ ໂດຍບໍລິສັດ Adecco Vietnam. ເງິນເດືອນດັ່ງກ່າວແມ່ນຢູ່ໃນ ລະດັບ 81
ເປີເຊັນ ໂດຍສະເລ່ຍທຽບໃສ່ພວກຜູ້ຊາຍ.
ຍິ່ງໄປກວ່ານັ້ນ ຊ່ອງຫວ່າງໃນດ້ານເງິນເດືອນ ແມ່ນເລື້ອງແຮງງານທີ່ບໍ່ຖືກຈ່າຍ. ນອກ
ຈາກມື້ທີ່ເຮັດວຽກທີ່ເປັນທາງການແລ້ວ ພວກແມ່ຍິງຫວຽດນາມ ຍັງໃຊ້ເວລາອີກ 5 ຊົ່ວ
ໂມງໃນແຕ່ລະມື້ ເພື່ອເຮັດໜ້າທີ່ຕ່າງໆເຊັ່ນທຳຄວາມສະອາດມ້ຽນມັດເຮືອນ ຊານ ຫຼືບໍ່
ກໍເບິ່ງແຍກພວກຍາດທີ່ນ້ອງ ທີ່ລົ້ມປ່ວຍເປັນຕົ້ນ.