ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຈັບກຸມ ຜູ້ຕ້ອງສົງໄສສໍ້ໂກງເງິນ ຫລາຍກວ່າ 50 ຄົນ


ແຜນທີ່ຫວຽດນາມ.
ແຜນທີ່ຫວຽດນາມ.


















ຕໍາຫລວດຫວຽດນາມ​ຈັບ​ກຸມ​ຜູ້​ຄົນ​ຫລາຍ​ກວ່າ 50 ຄົນ​ ແລະ​ຕັ້ງ​ຂໍ້​ກ່າວຫາ​ເຂົາ​ເຈົ້າ​ວ່າ ປະກອບສ່ວນ​ໃນ​ກຸ່ມ​ສໍ້​ໂກງ​ເງິນ​ລະຫວ່າງ​ຊາດ​ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກ​ປະຊາຊົນ​ເຊື້ອສາຍ​ຈີນນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ໃນ​ແຂວງ Phu Yen ​ໃນ​ພາກ​ໃຕ້​ຫວຽດນາມ​ໄດ້​ທໍາ​ການ​ຈັບ​ກຸມ​ຄົນ​ຈີນ​ຈໍານວນ​ຫລາຍ​ກວ່າ 25 ຄົນ​ແລະ​ຊາວ​ຈີນ​ໄຕ້​ຫວັນຈໍານວນ​ຫລາຍ​ກວ່າ 25 ຄົນ ພ້ອມ​ກັບ​ຄົນ​ຫວຽດນາມ​ຕື່ມ​ອີກ​ຢ່າງ​ນ້ອຍ2 ຄົນ​ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ບ້ານ​ເຮືອນ​ແຫ່ງ​ນຶ່ງ​ໃນ​ເມືອງTuy Hoa.

ກຸ່ມ​ຫລອກ​ລວງ​ດັ່ງກ່າວ​ຖືກ​ກ່າວ​ຫາ​ວ່າ ປອມ​ໂຕ​ເປັນ​ເຈົ້າ​ໜ້າ​ທີ່​ຫວຽດ ນາມ ຈີນ​ແລະ​ເກົາຫລີແລະ​ທໍາ​ການ​ຊັກ​ຊວນ​ໃຫ້​ພວກເຄາະຮ້າຍເຫລົ່າ​ນີ້ ໃຫ້​ຂໍ້​ມູນກ່ຽວກັບ​ບັນຊີ​ເງິນ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ ໃນທະນາຄານ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຜູ້​ຕ້ອງ​ຫາ​ເຫລົ່າ​ນີ້ ​ໄດ້​ພາກັນ​ດໍາ​ເນີນ​ການ​ລັກຂະ​ໂມ​ຍ​ເງິນ​ຈໍານວນ​ຫລາຍ​ລ້ານ​ໂດ​ລາຈາກ​ພວກເຄາະ​ຮ້າຍ​ດັ່ງກ່າວ.

ຕໍາຫລວດ​ໄດ້​ຍຶດ​ເອົາ​ໂທລະສັບ​ຫລາຍ​ກວ່າ 100 ​ເຄື່ອງ​ແລະ​ເຄື່ອງຄອມ​ພີ​ວ​ເຕີ​ມື​ຖື​ຫລາຍ​ສິບ​ເຄື່ອງ​ພ້ອມທັງ​ວິທະຍຸ​ຕິດ​ຕໍ່​ສື່ສານ​ສອງ​ທາງ​ຫລາຍ​ໜ່ວຍ​ແລະ​ເຄື່ອງ​ເຕັກ​ໂນ​ໂລ​ຈີ​ຊັ້ນ​ສູງ​ອື່ນໆອີກ​ຫລາຍ​ຢ່າງ.

XS
SM
MD
LG