ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ຂຽນຂ່າວ ລົງ​ອິນ​ເຕີ​ແນັດ ຄົນຫວຽດນາມ ຖືກລັດຖະບານ ຈັບເຂົ້າຄຸກ


ນັກເຄື່ອນໄຫວນາມປາກກາ Mother Mushroom, ຜູ້ທີ່ໄດ້ຮັບລາງວັນແມ່ນຍິງກ້າຫານສາກົນ ຈາກສະຕີໝາຍເລກໜຶ່ງທ່ານນາງ ເມລາເນຍ ທຣຳ ໃນເດືອນມີນາທີ່ຜ່ານມາ, ໄດ້ຖືກລັດຖະບານ ຮ່າໂນຍ ຟ້ອງຮ້ອງຢ່າງເປັນທາງການ.
ນັກເຄື່ອນໄຫວນາມປາກກາ Mother Mushroom, ຜູ້ທີ່ໄດ້ຮັບລາງວັນແມ່ນຍິງກ້າຫານສາກົນ ຈາກສະຕີໝາຍເລກໜຶ່ງທ່ານນາງ ເມລາເນຍ ທຣຳ ໃນເດືອນມີນາທີ່ຜ່ານມາ, ໄດ້ຖືກລັດຖະບານ ຮ່າໂນຍ ຟ້ອງຮ້ອງຢ່າງເປັນທາງການ.

Me Nam ຫຼື Mother Mushroom, ແມ່ນຊື່ຂອງນັກຂຽນຂ່າວ​ລົງ​ອິນ​ເຕີ​ແນັດຄົນ
ຫວຽດນາມ ທີ່ໄດ້ຮັບລາງວັນແມ່ຍິງຜູ້ກ້າຫານສາກົນ ຈາກ ສະຕີໝາຍເລກໜຶ່ງຂອງ
ສະຫະລັດ ທ່ານນາງ Melania Trump ໃນເດືອນມີນາທີ່ຜ່ານມາ, ໄດ້ຖືກຟ້ອງຮ້ອງ
ຢ່າງເປັນທາງການໂດຍລັດຖະບານ ຮາໂນ່ຍ ຍ້ອນກິດຈະກຳຕ່າງໆ ທີ່ເຮັດໃຫ້ລາວ
ໄດ້ຮັບລາງວັນ, ອີງຕາມການລາຍງານຂອງ ນັກຂ່າວວີໂອເອພະແນກພາສາ ຫວຽດ
ນາມ.

ລັດຖະບານ ໄດ້ຟ້ອງນາງ Ngoc Nhu Quynh ​ເຊິ່ງຮູ້​ກັນ​ໃນ​ຊື່ນາມປາກກາ​ວ່າ
Mother Mushroom, ດ້ວຍຂໍ້ຫາທາງ​ອາຍາສາມກະທົງ ພາຍໃຕ້ມາດຕາທີ 88
ກ່ຽວກັບ “ການໂຄສະນາຊວນເຊື່ອ ຕໍ່ຕ້ານສາທາ​ລະນະ​ລັດສັງຄົມນິຍົມ ຫວຽດ
ນາມ.”
ກົດໝາຍທີ່ມີຄຳເວົ້າບໍ່ກະຈ່າງແຈ້ງດັ່ງກ່າວ ໄດ້ພາ​ໃຫ້​ມີ​ການກ່າວປະນາມ
ຈາກສາກົນກ່ຽວ​ກັບອຳນາດທີ່​ໄດ້ມອບໃຫ້ລັດຖະບານ ເພື່ອປາບປາມພວກຄັດຄ້ານ
ລັດຖະບານ.

ນັກເຄື່ອນໄຫວຂຽນຂ່າວລົງອິນເຕີແນັດ ນາງ Me Nam ຮູ້ຈັກອີກຊື່ໜຶ່ງດັ່ງກັບ Mother Mushroom.
ນັກເຄື່ອນໄຫວຂຽນຂ່າວລົງອິນເຕີແນັດ ນາງ Me Nam ຮູ້ຈັກອີກຊື່ໜຶ່ງດັ່ງກັບ Mother Mushroom.

ນາງ Quynh ອາຍຸ 37 ປີ ໄດ້ຖືກກັກຂັງນັບຕັ້ງແຕ່ວັນທີ​ 10 ຕຸລາ 2016 ເປັນຕົ້ນມາ.
ລາວປະ​ເຊີນ​ກັບ​ການຖືກຂັງຄຸກດົນ​ເຖິງ 12 ປີຖ້າຖືກພົບວ່າມີຄວາມຜິດ. ລາວແມ່ນຜູ້
ທີ່ໄດ້ຮັບລາງວັນພຽງຄົນດຽວ ທີ່ບໍ່ສາມາດເຂົ້າຮ່ວມພິທີໃນນະຄອນຫຼວງ ວໍຊິງຕັນ ເມື່ອ
ວັນທີ​ 29 ທີ່ຜ່ານມາ, ຍ້ອນວ່າລາວຖືກຈັບເຂົ້າຄຸກ.

ທ່ານ Nguyen Ha Luan ທະນາຍຄວາມຂອງນາງ Quynh ໄດ້ກ່າວວ່າ ລາວ ແລະ ທະນາຍຄວາມອີກຄົນໜຶ່ງ, ທ່ານ Le Luan, ໄດ້ຖືກມອບໝາຍ ໃຫ້ເປັນຕົວແທນນາງ ໃນສານປະຊາຊົນ ແຂວງ Khanh Hoa.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG