ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າ​ຖ້ວມ​ໃນ​ຫວຽດນາມ


ລົດປະຈຳທາງ ທີ່ຖືກນໍ້າສຸໄປ ທີ່ເມືອງ Nghi Xuan ແຂວງ Ha Tinh ໃນພາກກາງຂອງຫວຽດນາມ.
ລົດປະຈຳທາງ ທີ່ຖືກນໍ້າສຸໄປ ທີ່ເມືອງ Nghi Xuan ແຂວງ Ha Tinh ໃນພາກກາງຂອງຫວຽດນາມ.

ມີ 8 ຄົນເສຍຊີວິດຫຼັງຈາກໄດ້ເກີດນໍ້າຖ້ວມສຸຮອບໃໝ່ໃນເຂດພາກກາງຂອງຫວຽດນາມ.
ເຈົ້າໜ້າທີ່ກ່າວວ່າ ມີ 6 ຄົນຫາຍສາບສູນ ຫຼັງຈາກໄດ້ເກີດຝົນຕົກເປັນເວລາຫຼາຍໆມື້ ທີ່
ພາໃຫ້ເກີດນໍ້າຖວ້ມໃນແຂວງ Phu Yen, Hanh Hoa ແລະ Ninh Thuan. ໄພທຳ
ມະຊາດໃນຄັ້ງນີ້ ໄດ້ບັງຄັບໃຫ້ມີການຍົກຍ້າຍປະຊາຊົນ 34,000 ຄົນອອກໜີຈາກເຮືອນ ຊານບ້ານຊ່ອງຂອງພວກເຂົາເຈົ້າ.

ເຂດພາກກາງຂອງຫວຽດນາມໄດ້ມີຝົນຕົກໜັກແລະຖືກນໍ້າຖ້ວມມາແລ້ວ 2 ຮອບກ່ອນໜ້າ
ນີ້ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 143 ຄົນຮວມທັງຜູ້ໂດຍສານຂອງລົດປະຈຳທາງຄັນນຶ່ງ
ທີ່ໄດ້ຖືກນໍ້າທີ່ຖ້ວມສຸເອົາໄປຈາກທາງຫຼວງ ພ້ອມດ້ວຍຜູ້ໂດຍສານ 20 ຄົນທີ່ຢູ່ເທິງລົດ.

XS
SM
MD
LG