ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​​ຢ່າງ​ນ້ອຍ 20 ຄົນ​ເສຍ​ຊີວິດ ​​​ຍ້ອນນໍ້າຖ້ວມ ທີ່ຫ​ວຽດນາມ


ຊາວບ້ານກໍາລັງຊ່ອຍໝູທີ່ຖືກນໍ້າພັດ
ຊາວບ້ານກໍາລັງຊ່ອຍໝູທີ່ຖືກນໍ້າພັດ

ທາງ​ການ​ກ່າ​ວວ່າ ໄພນໍ້າຖ້ວ​ມ​ຮ້າຍ​ແຮງໃນ​ພາກ​ກາງຫ​ວຽດນາມ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ​ຢ່າງ​ນ້ອຍ 20 ຄົນ​ແລ້ວ ​ແລະ​ມີ​ອີກຫຼາຍ​ຄົນ​ທີ່ຍັງ​ຊອກຫາ​ບໍ່​ເຫັນ​ ຮວມທັງ 13
ຄົນ​ ທີ່ຢູ່​ໃນ​ລົດ​ບັສຄັນ​ນຶ່ງ ທີ່ຖືກ​ນໍ້າ​ພັດ​ໄປ​.

ຕໍາຫຼວດ​ເວົ້າ​ວ່າ 17 ຄົນ​ໃນ​ລົດ​ບັສ ຖືກຊ່ອຍ​ຊີວິດ​ໄວ້ໄດ້ຫລັງ​ຈາກ​ໄດ້​ເອົາ​ໂຕເອງອອກ
ມາ​ຈາກ​ລົດ​ບັສ ທີ່​ຖືກ​ນໍ້າພັດ​ໄປໃນ​ຂະນະ​ກໍາລັງ​ເດີນທາງ​ຜ່ານເຂດດິນ​ສູງທາງ​ພາກ​
ກາ​ງປະ​ເທດ.

ເຈົ້າ​ໜ້າ​ທີ່​ກົມ​ອຸ​ທົກ​ກະ​ໄພ​ແລະ​ພາຍຸ​ແຫ່ງ​ຊາດ​ຫ​ວຽດ​ນາມກ່າວ​ວ່າ ຝົນຕົກ​ໜັກມາ​ເປັນ
ເວລາຫລາຍ​ມື້ ​ໄດ້​ຖ້ວມບ້ານ​ເຮືອນ​ຈຳນວນ​ຫຼາຍ​ໝື່ນຫຼັງ ​ຊຶ່ງ​ເປັນ​ເທື່ອ​ທີສອງ ນັບ​ແຕ່​
ຕົ້ນເດືອນຕຸລາມາ. ຝົນຕົກ​ໄດ້​ຄ່ອຍ​ຊາ​ລົງ​ແດ່​ແລ້ວ​ໃນ​ບໍ່​ເທົ່າ​ໃມມື້​ຜ່ານ​ມາ​ນີ້ ແຕ່ມີ​ຄວາມ
ຢ້ານ​ກົວ​ກັນວ່າ ລົມພາຍຸ​ໄຕ້​ຝຸ່ນ Megi ອາດ​ສາມາດ​ພາ​ໃຫ້​ມີ​ໃນ​ຕົກ​ໜັກ​ ເພີ່ມຂຶ້ນ​ໃນ ​ທ້າຍອາທິດ​ນີ້.

ນໍ້າຖ້ວມ​ໄດ້​ຕັນ​ແລະຕັດຂາດຖະໜົນ​ໃຫຍ່ໆແລະເສັ້ນທາງ​ລົດ​ໄຟສາຍ​ສໍາຄັນ​ຫຼາຍເສັ້ນ
ພາ​ໃຫ້​ບ້ານ​ເຮືອນ​ ຫລາຍ​ກ່ວາ 100 ພັນຫຼັງ ຖືກຕັດຂາດ​ຈາກ​ໂລກ​ພາຍ​ນອກ ແລະ​
ຂັດຂວາງ​ບໍ່​ໃຫ້​ພວກເຈົ້າ​ໜ້າ​ທີ່​ແລະ​ພວກ​ກູ້ໄພ ເຂົ້າ​ໄປ​ເຖິງເຂດ​ທີ່​ຖືກ​ກະທົບນັ້ນໄດ້.

XS
SM
MD
LG