ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຫວຽດນາມ ບໍ່ໄດ້ ຫຼຸດໂທດ ຈໍາຄຸກ ໃຫ້ແກ່ ຄົນລ້ຽງກຸ້ງ ທີ່ກ້າຫານ


ທ່ານດ່ວນວັນເຫວືອນ (ຢືນຢູ່ ທີ 4 ຈາກຊ້າຍ), ທ່ານດ່ວນວັນກຸ່ຍ (ຢືນຢູ່,ທີ 2 ຈາກຊ້າຍ) ແລະ ທ່ານດ່ວນວັນ ຊິ່ງ (ຢືນຢູ່ທີ 3 ຈາກຂວາ) ຢືນຢູ່ກັບຕໍາຫລວດ ຢູ່ຫ້ອງສານ ໃນໄລຍະ ທີ່ມີການຕັດສິນຄະດີ ໃນແຂວງຫາຍຟອງ ໃນວັນທີ 5 ເມສາ 2013.
ທ່ານດ່ວນວັນເຫວືອນ (ຢືນຢູ່ ທີ 4 ຈາກຊ້າຍ), ທ່ານດ່ວນວັນກຸ່ຍ (ຢືນຢູ່,ທີ 2 ຈາກຊ້າຍ) ແລະ ທ່ານດ່ວນວັນ ຊິ່ງ (ຢືນຢູ່ທີ 3 ຈາກຂວາ) ຢືນຢູ່ກັບຕໍາຫລວດ ຢູ່ຫ້ອງສານ ໃນໄລຍະ ທີ່ມີການຕັດສິນຄະດີ ໃນແຂວງຫາຍຟອງ ໃນວັນທີ 5 ເມສາ 2013.
ຊາວຫວຽດນາມທີ່ເຮັດຟາມລ້ຽງກຸ້ງຄົນນຶ່ງ ທີ່ກາຍເປັນວິລະ
ຊົນ ລຸນຫລັງທີ່ໄດ້ໃຊ້ອາວຸດຜະລິດເອງ ຕ້ານ​ຢັນຕໍ່ການຖືກບັງ
ຄັບໃຫ້ອອກຈາກດິນຂອງຕົນນັ້ນ ໄດ້ເສຍໄຊໃນການຂໍອຸທອນ
ຕໍ່ການຕັດສິນ​ໂທດຈໍາຄຸກ 5 ປີ ໃນຂໍ້ຫາພະຍາຍາມຂ້າ​ຄົນ.

ທ່ານດ່ວນວັນເຫວືອນ ແລະສະມາຊິກຄອບຄົວຂອງທ່ານຫ້າຄົນ
ຖືກຈັບລຸນຫລັງທີ່ໄດ້ ໃຊ້ອາວຸດເຮັດເອົາເອງ ເພື່ອປົກປ້ອງດິນ
ແດນຂອງພວກເຂົາເຈົ້າບໍ່ໃຫ້ຕໍາຫລວດ ແລະທະຫານຫລາຍ
ຮ້ອຍຄົນ ທີ່ພາກັນປະຕິບັດຕາມຄໍາສັ່ງຂອງເຈົ້າໜ້າທີ່ທ້ອງຖິ່ນ
ໄລ່ເຂົາເຈົ້າ ໃຫ້ໜີອອກຈາກດິນຂອງຕົນໄປ.

ຕໍາຫລວດ ແລະທະຫານ 7 ຄົນ ໄດ້ຮັບບາດເຈັບ ໃນເດືອນມັງກອນປີ 2012 ໃນເຫດ ຮ້າຍທີ່ສວນລ້ຽງກຸ້ງຂອງຄອບຄົວທ່ານເຫວືອນ ຢູ່ເມືອງຕຽນລ່າງ ໃນແຂວງຫາຍຟອງ ທີ່ ຕັ້ງຢູ່ຫ່າງຈາກນະຄອນຮາໂນ່ຍ 90 ກິໂລແມັດໄປທາງທິດຕາເວັນອອກ.

ການກະທໍາທີ່ເປັນການຂັດຂືນທີ່ບໍ່​ຄ່ອຍ​ເຫັນຢູ່ໃນຫວຽດນາມ ແບບນີ້ ໄດ້ຮັບຄວາມສົນໃຈ ຈາກປະຊາຊົນ ແລະເຮັດໃຫ້ມີການສະໜັບສະໜຸນ ລວມທັງ ການຮ້ອງຮຽນທີ່ມີລາຍເຊັນ ຂອງຫລາຍພັນຄົນ ໄດ້ຫລັ່ງໄຫລໄປຫາຜູ້ກ່ຽວ.

ສານອຸທອນ​ໄດ້​ເຫັນ​ພ້ອມກັບ​ການຕັດສິນຈໍາຄຸກທ່ານເຫວືອນ ແລະສະມາຊິກຄອບຄົວ 3 ຄົນ ໃນຂະນະທີ່ໄດ້ຫລຸດຜ່ອນ​ໂທດຈໍາຄຸກ​ໃຫ້ສະມາຊິກຄອບຄົວອີກສອງຄົນ.

ທະນາຍຄວາມເຈີ່ນວູຫາຍ ກ່າວຕໍ່ວີໂອເອວ່າ ຄໍາຕັດສິນຂອງສານບໍ່ທ່ຽງທໍາ ແລະການ ໂຕ້ແຍ້ງຄືນທາງກົດໝາຍຂອງທະນາຍຄວາມຕ່າງໆ ບໍ່ໄດ້ຖືກນໍາໄປພິຈາລະນາ ໃນ ການ​ດຳ​ເນີນ​ຄະດີ​ຂອງຄໍາອຸທອນ.

ທ່ານເຫວືອນເວົ້າວ່າ ທ່ານໄດ້ກະທໍາແບບຮຸນແຮງ ກໍແມ່ນເພື່ອປົກປ້ອງຊັບສິນຂອງຕົນ ລຸນຫລັງໄດ້ໃຊ້ຄວາມພະຍາຍາມທຸກຢ່າງແລ້ວ ແຕ່ບໍ່ສໍາເລັດຜົນ.

ຖະແຫລງຂ່າວຈາກຄອບຄົວຂອງ ທ່ານເຫວືອນ ເວົ້າວ່າ ພວກເຂົາເຈົ້າມີຄວາມເສຍໃຈ
ຕໍ່ຜົນຂອງການດໍາເນີນຄະດີຂອງສານອຸທອນ ແລະເວົ້າຕື່ມວ່າ ຜົນດັ່ງກ່າວ ບໍ່ມີຄວາມ ຍຸຕິທໍາ. ພວກເຂົາເຈົ້າຍັງເວົ້າອີກວ່າ ເຂົາເຈົ້າເສຍໃຈຕໍ່ການຕັດສິນໂທດແບບຂັ້ນເບົາ ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບກໍລະນີການຂັບໄລ່ຄົນໜີຈາກດິນດັ່ງກ່າວ.

ເຈົ້າໜ້າທີ່ 5 ຄົນທີ່ກ່ຽວຂອ້ງກັບເຫດການດັ່ງກ່າວຖືກຕັດສິນວ່າຜິດຍ້ອນ ບໍ່ໄດ້ປະຕິບັດ ໜ້າທີ່ຂອງຕົນຢ່າງຖືກຕ້ອງ. ນຶ່ງຄົນໃນຈໍານວນເຈົ້າໜ້າທີ່ຈຸນີ້ ໄດ້ຖືກຕັດສິນໃຫ້ຈໍາຄຸກ ເປັນເວລາສອງປີເຄິ່ງ ໃນຂະນະທີ່ອີກ 4 ຄົນທີ່ເຫລືອນັ້ນ ຖືກຕັດສິນຝາກ​ໂທດ​ແຕ່ 15 ຫາ 24 ເດືອນ.
XS
SM
MD
LG