ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຖິງ​ເວ​ລາ​ແລ້ວ​ບໍ ທີ່​ບັນ​ດາ​ບໍ​ລິ​ສັດ​ຫວຽດ​ນາມ ຈະ​ອອກໄປ​​ຕັ້ງ​ຢູ່ນອກ​ປະ​ເທ​ດ


​ຫວຽດ​ນາມ​ມີ​ຄວາມ​ຫວັງ ທີ່​ທຸ​ລະ​ກິດ​ພາຍ​ໃນ​ປະ​ເທດ ຈະ​ຂະ​ຫຍາຍອອກ​ໄປ​ທົ່ວ​ໂລກ ເພື່ອ​ຊ່ວຍ​ຊຸກ​ຍູ້​ເສດ​ຖະ​ກິດຂອງຕົນ.
​ຫວຽດ​ນາມ​ມີ​ຄວາມ​ຫວັງ ທີ່​ທຸ​ລະ​ກິດ​ພາຍ​ໃນ​ປະ​ເທດ ຈະ​ຂະ​ຫຍາຍອອກ​ໄປ​ທົ່ວ​ໂລກ ເພື່ອ​ຊ່ວຍ​ຊຸກ​ຍູ້​ເສດ​ຖະ​ກິດຂອງຕົນ.

ຕາມ​ປົ​ກ​ກະ​ຕິ​ແລ້ວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ຢູ່ນະ​ຄອນ​ຮາ​ໂນ່ຍ ຈະນຳ​ເອົາ​
ຜົນ​ປະ​ໂຫຍດ​ຂອງ​ຊາວ​ອາ​ເມ​ຣິ​ກັນ​ໄປ​ຫວຽດ​ນາມ ແຕ່​ວ່າ​ໃນ​ເດືອນ​ໜ້າ​ນີ້ ທ່ານ​ມີ​ແຜນ
​ທີ່​ຈະ​ນຳ​ເອົາ​ບັນ​ດາ​ບໍ​ລິ​ສັດ​ຫວຽດ​ນາມ​ມາ​ສະ​ຫະ​ລັດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ຫວຽດ​ນາມ ທ່ານ​ດາ​ນຽ​ລ ຈ. ກ​ຣິ​ເຕີນ ບຣິງ
ແລະ​ທິມ​ຂອງ​ທ່ານ​ໄດ້​ຂົນ​ຂວາຍ​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ຢູ່​ໃນ​ປະ​ເທດ​ເອ​ເຊຍ​ອາ​ຄະ​ເນ
ເພື່ອ​ເປັນ​ຜູ້​ແທນ​ທຸ​ລະ​ກິດ​ຢູ່ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ດີ​.ຊີ. ຊຶ່ງ​ໄດ້​ເກີດມີ​ຄຳຖາມ​ຢ່າງ
ກວ້າງ​ຂວາງວ່າ ເຖິງ​ເວ​ລາ​ແລ້ວ​ບໍ ​ທີ່​ບັນ​ດາ​ບໍ​ລິ​ສັດ​ຫວຽດ​ນາມ ຈະ​ອອກ​ໄປ​ຢູ່ນອກ​
ປະ​ເທດ?

ທ່ານກ​ຣິ​ເຕີນ ບຣິງ ກ່າວ​ວ່າ “ການ​ລົງ​ທຶນຢູ່​ໃນ​ສະ​ຫະ​ລັດ ເປັນ​ການ​ຕັດ​ສິນ​ໃຈດີທີ່​ສຸດ
ທີ່​ບໍ​ລິ​ສັດ​ຫວຽດ​ນາມ​ຈະສ​າ​ມາດ​ເຮັດ​ໄດ້ ໂດຍ​ສະ​ເພາະ​ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ຂອງ​
ປະ​ເທດ​ ສືບ​ຕໍ່​ຂະ​ຫຍາຍ​ຕົວຢ່າງວ່ອງ​ໄວນີ້. ໃນ​ຂະ​ນະ​ທີ່​ບັນ​ດາ​ບໍ​ລິ​ສັດ​ໄດ້​ຮັບ​ຜົນ​ກຳ​
ໄລ​ຈາກ​ການ​ຂະ​ຫຍາຍຕົວນີ້ ເຂົາ​ເຈົ້າ​ສົມ​ຄວນສັງເກດ​ເບິ່ງ ​ເພື່ອ​ຂະ​ຫຍາຍ​ເຂົ້າ​ສູ່​ຕະ​
ຫຼາດ​ໃໝ່ ແລະ​ມັນ​ເປັນ​ພຽງ​ທຳ​ມະ​ຊາດ​ ທີ່​ຈະ​ພິ​ຈາ​ລະ​ນາເປັນ​ນຶ່ງ​ຂອງ​ຕະ​ຫຼາດ​ສົ່ງ​ອອກ​
ຂອງ​ຫວຽດ​ນາມ​ທີ່​ໃຫຍ່​ສຸດ​ ຄື ສະ​ຫະ​ລັດ.”

ພວກ​ເຈົ້າ​ໜ້າທີ່​ເສດ​ຖະ​ກິດ​ສະ​ຫະ​ລັດ​ໄດ້​ຈັດ​ພິ​ທີ​ຢູ່​ນະ​ຄອນ​ຮາ​ໂນ່ຍ ແລະ​ເມືອງໂຮ​ຈີ​ມິນ
ຕະ​ຫຼອດ​ປີ ​ເພື່ອ​ວິ້ງ​ເຕັ້ນ​ໃຫ້​ເຂົາ​ເຈົ້າ​ຮ່ວມ​ຢູ່​ໃນ​ບັນ​ດາ​ຜູ້​ແທນ​ ມາວໍຊິງ​ຕັນທີ່​ມີ​ກຳ​ນົດ​ໃສ່
​ເດືອນ​ມິ​ຖຸ​ນາ ວັນ​ທີ 10 ຫາ 12 ທີ່ຈະມາເຖິງ.

ຂໍ້​ສະ​ເໜີ​ດັ່ງກ່າວໄດ້ເກີດ​ຂຶ້ນ​ ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ຂອງຫວຽດ​ນາມກຳ​ລັງ​ສົມ​ບຸນ​
ແບບ ເຮັດ​ໃຫ້​ຫຼາຍ​ບໍ​ລິ​ສັດ​ພິ​ຈາ​ລະ​ນາຢູ່ວ່າ ​ນີ້​ເປັນ​ເວ​ລາ​ສຳລັບ​ເຂົາ​ເຈົ້າ ​ທີ່​ຈະ​ເອົາ​ບາດ
​ກ້າວ​ຕໍ່​ໄປ​ ໃນ​ການ​ເຕີບ​ໂຕ​ຂອງ​ເຂົາ​ເຈົ້າ ແລະ​ຂະ​ຫຍາຍ​ອອກ​ໄປ​ນອກຊາຍ​ແດນ​ຂອງ​
ປະ​ເທດ.

ໃນ​ຂະ​ນະ​ທີ່​ທ່ານກ​ຣິ​ເຕີນ ບຣິງ ໄດ້​ໃຫ້​ຂໍ້​ສັງ​ເກດວ່າ ສະ​ຫະ​ລັດ​ເປັນ​ຕະ​ຫຼາດ​ໃຫຍ່​ທີ່​ສຸດ​ສຳລັບຜະ​ລິດ​ຕະ​ພັນຫວຽດ​ນາມ ຊຶ່ງ​ເປັນ​ການ​ເຕືອນ​ວ່າ ປ​ະ​ເທດ​ຄອມ​ມິວ​ນິ​ສ​ແຫ່ງນີ້
ໄດ້​ປາ​ກົດ​ໂຕ​ຢ່າງ​ໃຫຍ່ຢູ່​ໃນ​ເວ​ທີ​ສາ​ກົນ ທີ່​ໄດ້​ສະ​ຖາ​ປະ​ນາ​ຕົນ​ເອ​ງ​ວ່າ ເປັນ​ຜູ້​ມີ​ອຳ​ນາດ​
ສົ່ງ​ອອກ​ ໃນ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມານີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ຫວຽດ​ນາມ ທ່ານ​ດາ​ນຽ​ລ ຈ. ກ​ຣິ​ເຕີນ ບຣິງ (ຊ້າຍ) ຈັບ​ມື​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ທ່ານ​ຫງ​ຽ​ນ ຊວນ ຟຸກ ວັນ​ທີ 9 ກໍ​ລະ​ກົດ 2018.
ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ຫວຽດ​ນາມ ທ່ານ​ດາ​ນຽ​ລ ຈ. ກ​ຣິ​ເຕີນ ບຣິງ (ຊ້າຍ) ຈັບ​ມື​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ທ່ານ​ຫງ​ຽ​ນ ຊວນ ຟຸກ ວັນ​ທີ 9 ກໍ​ລະ​ກົດ 2018.

ແຕ່​ຫວຽດ​ນາມ​ຄິດ​ວ່າ​ຈະ​ບັນ​ລຸຜົນ​ສຳ​ເລັດ​ທີ່​ສຳ​ຄັນ ຖ້າ​ຫາກ​ບັນ​ດາ​ບໍ​ລິ​ສັດ​ນຳ​ເອົາ​ໄປ​
ສູ່​ລະ​ດັບ​ຕໍ່​ໄປ ບໍ່​ພຽງ​ແຕ່​ສົ່ງ​ສິນ​ຄ້າ​ອອກນອກ​ປະ​ເທດ ແຕ່​ຄວາມ​ຈິງ​ແລ້ວ ແມ່ນໄປຕັ້ງ​
ການ​ປະ​ຕິ​ບັດ​ງານ ແລະ​ຫ້ອງ​ການ​ຕ່າງໆ​ຢູ່ນອກ​ປະ​ເທດນຳ.

ບໍ​ລິ​ສັດ​ຈຳ​ນວນ​ນຶ່ງ​ໄດ້​ເຮັດ​ມາ​ແລ້ວ ບໍ່​ວ່າ​ຈະ​ເປັນ​ບໍ​ລິ​ສັດ​ອີ​ເລັກ​ໂຕ​ຣ​ນິກ​ໃຫ​ຍ່ PFT ທີ່​
ໄປ​ສູ່​ຍີ່ປຸ່ນ ຫຼື​ບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມ​ຍັກ​ໃຫຍ່ ຫວຽດ​ແທ​ລ ບໍ​ລິ​ການ​ຕະ​ຫຼາດ​ຈາກ​
ບູ​ຣຸນ​ດີ ໄປ​ຫາ​ເປ​ຣູ.

ອ່ານ​ຂ່າວນ​ີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG