ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນບາດເຈັບ ຍ້ອນປະທະກັນ ຢູ່ບ່ອນກໍ່ສ້າງ ໂຮງງານ ໃນຫວຽດນາມ


ແຜນທີ່ ຫວຽດນາມ
ແຜນທີ່ ຫວຽດນາມ
ພວກຄົນງານກໍ່ສ້າງໂຮງງານແຫ່ງນຶ່ງຂອງບໍລິສັດ Samsung ໃນ
ພາກເໜືອຂອງຫວຽດນາມໄດ້ປະທະກັບຕຳຫຼວດແລະຈູດໄຟເຜົາ
ລົດຈັກ ເຮັດໃຫ້ຢ່າງໜ້ອຍ 13 ຄົນບາດເຈັບ.

ທ່ານ Duong Ngoc Long ປະທານຄະນະກຳມະການປະຊາ
ຊົນໃນແຂວງ Thai Nguyen ກ່າວຕໍ່ວີໂອເອ ພະແນກພາສາ
ຫວຽດນາມວ່າ ຄວາມຮຸນແຮງໄດ້ລະເບີດຂຶ້ນ ຍ້ອນມີການຂັດ
ແຍ້ງກັນລະຫວ່າງພວກຄົນງານ ແລະຍາມຮັກສາຄວາມປອດ
ໄພຢູ່ບ່ອນກໍ່ສ້າງດັ່ງກ່າວ.

ຍັງມີລາຍງານ ທີ່ຂັດແຍ້ງກັນກ່ຽວກັບສາເຫດ ໃນການປະທະ
ກັນ ຮວມທັງການຂັດແຍ້ງໃນເລື່ອງລະບຽບການດ້ານຄວາມປອດໄພ ແລະມີລາຍງານວ່າ ຄົນງານຜູ້ນຶ່ງໄດ້ຖືກທຸບຕີໂດຍພວກຍາມ ຫລັງຈາກໄດ້ເຂົ້າໄປໃນບໍລິເວນກໍ່ສ້າງ ຜິດທາງ.

ທ່ານ Long ກ່າວວ່າ ເວລານີ້ ກຳລັງມີການສືບສວນກັນຢູ່ ຊຶ່ງທ່ານເວົ້າວ່າ “ພວກທີ່ພົບວ່າ
ມີຄວາມຮັບຜິດຊອບນັ້ນຈະຖືກຈັດການຕາມກົດໝາຍ. ພວກເຮົາຖືວ່າເລື່ອງນີ້ມີຄວາມສຳ
ຄັນຫຼາຍ ເພື່ອຈະປ້ອງກັນບໍ່ໃຫ້ມີເລື່ອງໃນທຳນອງນີ້ ເກີດຂຶ້ນອີກໃນອະນາຄົດ.”

ໃນຖະແຫຼງການສະບັບນຶ່ງ ທີ່ອ້າງໂດຍອົງການຂ່າວເອພີນັ້ນ ບໍລິສັດ Samsung ກ່າວວ່າ ການກໍ່ສ້າງຢູ່ທີ່ນັ້ນບໍ່ໄດ້ຮັບຜົນກະທົບແຕ່ຢ່າງໃດແລະເວົ້າຕື່ມວ່າຕົນຈະດຳເນີນການຢ່າງ ສຸດຂີດ ເພື່ອປ້ອງກັນບໍ່ໃຫ້ເຫດຮ້າຍໃນທຳນອງນີ້ ເກີດຂຶ້ນອີກໃນອະນາຄົດ.
XS
SM
MD
LG