ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ປະເຊີນກັບການສູນເສຍ ພືດຜົນຜະລິດ ປະຈຳປີ ຈຳນວນ 3 ຕື້ໂດລາ ຍ້ອນລະດັບນ້ຳເກືບສູງຂຶ້ນ


ແຟ້ມພາບ - ຊາວນາຄົນນຶ່ງ ກຳລັງເບິ່ງຕົ້ນເຂົ້ານາແຊງຂອງລາວ ໃນແຂວງ ກາມາວ (Ca Mau) ທາງພາກໃຕ້ຂອງຫວຽດນາມ, ວັນທີ 23 ກຸມພາ 2024.
ແຟ້ມພາບ - ຊາວນາຄົນນຶ່ງ ກຳລັງເບິ່ງຕົ້ນເຂົ້ານາແຊງຂອງລາວ ໃນແຂວງ ກາມາວ (Ca Mau) ທາງພາກໃຕ້ຂອງຫວຽດນາມ, ວັນທີ 23 ກຸມພາ 2024.

ຫວຽດນາມພວມປະເຊີນກັບການສູນເສຍພືດຜົນໃນປີນີ້ເກືອບ 3 ຕື້ໂດລາ ຂະນະທີ່ນ້ຳເກືອຈາກລະເທຊຶມເຂົ້າມາໃນເນື້ອທີ່ດິນປູກຝັງດັ່ງທີ່ຊື່ມວນຊົນໄດ້ລາຍງານໃນວັນອາທິດວານນີ້ ໂດຍອ້າງເຖິງການຄົ້ນຄວ້າໃໝ່ ອີງຕາມລາຍງານ ຂອງອົງການຂ່າວເອແອັຟພີ.

ຄວາມເສຍຫາຍດັ່ງກ່າວ ມີ​ຄວາມເປັນໄປໄດ້ວ່າຈະຢູ່ໃຈກາງຂົງເຂດສາມຫຼ່ຽມ ປາກແມ່ນ້ຳຂອງ, ເຊິ່​ງ​ຮູ້​ຈັກ​ກັນ​ດັ່ງ​ກັບ “ຖ້ວຍເຂົ້າຂອງຫວຽດນາມ” ຍ້ອນວ່າ ມັນໄດ້ສະໜອງອາຫານແລະເປັນສະຖານທີ່ທຳມາຫາກິນຂອງປະຊາຊົນ ດັ່ງທີ່ ການຄົ້ນຄວ້າຈາກກະຊວງສິ່ງແວດລອມຂອງປະເທດ ໄດ້ສະແດງໃຫ້ເຫັນ.

ລະດັບນ້ຳເກືອແມ່ນມັກ​ຈະສູງກວ່າໃນລະດູແລ້ງ ແຕ່ລະດັບນ້ຳເກືອນັ້ນ ກຳລັງທະວີຂຶ້ນເນື່ອງຈາກຫຼາຍປັດໄຈເຊັ່ນວ່າ ລະດັບນ້ຳທະເລສູງຂຶ້ນ, ໄພແຫ້ງແລ້ງ, ການຂຶ້ນລົງຂອງກະແສນ້ຳທະເລ ແລະການຂາດແຄນນ້ຳຈືດຢູ່ຕົ້ນນ້ຳ.

ສື່ມວນຊົນຂອງທາງການ VnExpress ໄດ້ລາຍງານວ່າ ຜົນຂອງການສູນເສຍ ຜົນປູກຝັງນັ້ນອາດຫຼາຍ​ເຖິງ 70 ພັນຕື້ດົງ ຫຼືເທົ່າກັບ 2 ພັນ 940 ລ້ານໂດລາ ສະຫະລັດ, ໂດຍອ້າງອີງການຄົ້ນຄວ້າໃໝ່ຈາກສະຖາບັນວິທະຍາສາດດ້ານ ແຫຼ່ງນ້ຳ, ເຊິ່ງຢູ່ພາຍໃຕ້ກະຊວງສິ່ງແວດລອມ.

ການຄົ້ນຄວ້ານັ້ນ ໄດ້ພົບເຫັນໃນຫຼາຍພາກສ່ວນຂອງຂົງເຂດດັ່ງກ່າວທີ່ໄດ້ຮັບ ຜົນກະທົບຫຼາຍທີ່ສຸດກໍຄື ແຂວງກາມາວ (Ca Mau) ຢູ່ທາງພາກໃຕ້ສຸດ ຊຶ່ງອາດໄດ້ສູນເສຍປະມານ 665 ລ້ານໂດລາ.

ສ່ວນແຂວງ ເບນ ເຊ (Ben Tre) ອາດປະເຊີນກັບການສູນເສຍປະມານ 472 ລ້ານໂດລາ ອີງຕາມການສຶກສາຄົ້ນຄວ້າ, ເຊິ່ງໄດ້ຖືກນຳສະເໜີ ໃນວັນສຸກຜ່ານມານີ້ ຢູ່ທີ່ກອງປະຊຸມກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ.

Vietnam faces nearly $3 billion a year in crop losses as more saltwater seeps into arable land, state media reported Sunday, citing new research.

The damage would likely center on the Mekong Delta region, known as "Vietnam's rice bowl," because it provides food and livelihoods for tens of millions of people, research from the country's environment ministry showed.

Saltwater levels are often higher in the dry season, but they are intensifying due to rising sea levels, droughts, tidal fluctuations, and a lack of upstream freshwater.

The resulting crop losses could amount to 70 trillion dong ($2.94 billion), state media VnExpress reported, citing new research from the Water Resources Science Institute, which is under the environment ministry.

The research found among the most impacted parts of the region would be the southernmost Ca Mau province, which could lose an estimated $665 million.

Ben Tre province could face roughly $472 million in losses, according to the study, which was presented Friday at a conference on water resource management.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG