ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດ​ນາມ ຢູ​ໂຣບ ຊອກຫາ​ທາ​ງ​ເລືອກດ້ານການ​ຄ້າ ​ອອກຈາກ​ສະ​ຫະ​ລັດ


ພວ​ກ​ພະ​ນັກ​ງານ ກຳ​ລັງ​ເລີກອອກ​ຈາກ​ໂຮງ​ງານ ໃນ​ເມືອງ​ດົງ​ຮາຍ ປະ​ເທດ​ຫວຽດ​ນາມ.
ພວ​ກ​ພະ​ນັກ​ງານ ກຳ​ລັງ​ເລີກອອກ​ຈາກ​ໂຮງ​ງານ ໃນ​ເມືອງ​ດົງ​ຮາຍ ປະ​ເທດ​ຫວຽດ​ນາມ.

ຫວຽດ​ນາມ ກັບ​ຢູ​ໂຣບ ອາດ​ສາ​ມາດເພີ້ມການ​ແລກ​ປ່ຽນສິນ​ຄ້າກັນດ້ວຍ ໝາກ​ກ້ຽງ​
ໃຫຍ່ ກັບເນີຍແຂງ​ຂອງ​ປອກ​ຕຸຍ​ການໃນ​ບໍ່​ຊ້າ​ນີ້ ຖ້າ​ຫາກ​ຂໍ້​ຕົກ​ລົງ​ການ​ຄ້າ​ຈະເປັນຜົນ
ໃຊ້ໄດ້ ເຊື່ອ​ມ​ໂຍງ​ສອ​ງ​ຂົງ​ເຂດທີ່ຊອກ​ຫາ​ທາງ​ເລືອກ​ການ​ຄ້າ ທີ່​ນຳມາຊຶ່ງຄວາມ​ເຄັ່ງ​ຕືງ
​ໂດຍ​ສະ​ຫະ​ລັດ.

ສະ​ພາ​ຢູ​ໂຣບ​ ມີ​ກຳ​ນົດ​ທີ່​ຈະ​ສົນ​ທະ​ນາ​ແລກ​ປ່ຽນຂໍ້​ຕົກ​ລົງການ​ຄ້າ ໃນ​ວັນ​ທີ 28 ພຶດ​ສະ​
ພາ ຫຼັງ​ຈາ​ກ​ຫຼາຍ​ປີ​ຂອງ​ການ​ເຈ​ລະ​ຈາ​ ລະ​ຫວ່າງ​ຫວຽດ​ນາມ ກັບສະ​ຫະ​ພາບ​ຢູ​ໂຣບ.
ຂໍ້​ຕົກ​ລົງດັ່ງກ່າວ​ເປັນ​ວິ່ງສຳ​ຄັນ​ບໍ່​ພຽງ​ແຕ່​ເພາະ​ວ່າ​ ເປັນ​ການ​ຊອກ​ຫາ​ທາງ​ທີ່​ງ່າຍ​ໃນ​
ການ​ສົ່ງ​ອອກ ເຊັ່ນໝາກ​ໄມ້​ຈາກ​ປະ​ເທດ​ຮ້ອນ ແຕ່​ຍັງ​ໄດ້​ວາງ​ອອກ​ໄປ ​ຄວາມ​ໝັ້ນ​ໝາຍ
​ແກ່​ສິດ​ທິ​ມະ​ນຸດ ສະ​ຫະ​ພັນ​ແຮງ​ງານ ແລະ​ການ​ປ້ອງ​ກັນ​ສິ່ງ​ແວດ​ລ້ອມ. ບັນ​ດາ​ຜູ້​ຕິ​ຕຽນ
ເຖິງ​ຢ່າງ​ໃດ​ກໍ​ດີ ກ່າວ​ວ່າ ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ-ຢູ​ໂຣບ ຈະ​ບໍ່​ບັງ
​ຄັບ​ພື້ນ​ຖານ​ສິດ​ທິ​ມະ​ນຸດ​ຢ່າງ​ແທ້​ຈິງ ແລະ​ຈະ​ນຳ​ເອົາ​ວຽກ​ອອກ​ໄປ ທີ່​ໄດ້​ປ່ອຍ​ໃຫ້​ແຮ​ງ
​ງານ​ເປັນອັນ​ຕະ​ລາຍ.

ສຳ​ລັບ​ຢູ​ໂຣບ​ແລ້ວ ຂໍ້​ຕົກ​ລົງດັ່ງກ່າວ​ແມ່ນອີກ​ທາງ​ນຶ່ງ​ເພື່ອ​ເຂົ້າ​ສູ່​ເສດ​ຖະ​ກິດ​ຂອງ​ເອ​ເຊຍ
ທີ່​ກຳ​ລັງ​ເຕີບ​ໂຕຢ່າງ​ໄວ ເປັນ​ແບບຢ່າງການ​ຄ້າ​ກັບ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ
ແລະ​ເຮັດ​ໃຫ້​ປະ​ເທດ​ທີ່​ມີ​ພັກ​ດຽວ​ເປັນ​ຜູ້​ຮັບ​ຜິດ​ຊອບ ​ໃນ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢູ່​ໃນ​ລະ
​ດັບສະ​ໜາມ​ການ​ທຸ​ລະ​ກິດ.

ເຫລົ້າ​ແວງ ຄື​ດັ່ງ​ເຫັນ​ຢູ່ໃນຮ້ານ ທີ່ນ​ະ​ຄອນ​ໂຮ​ຈີ​ມິນ ອາດ​ເພີ້ມ​ຂຶ້ນ ຖ້າ​ຫາກ​ຂໍ້​ຕົກ​ລົງ​ການ​ຄ້າ​ບັນ​ລຸ​ຜົນ.
ເຫລົ້າ​ແວງ ຄື​ດັ່ງ​ເຫັນ​ຢູ່ໃນຮ້ານ ທີ່ນ​ະ​ຄອນ​ໂຮ​ຈີ​ມິນ ອາດ​ເພີ້ມ​ຂຶ້ນ ຖ້າ​ຫາກ​ຂໍ້​ຕົກ​ລົງ​ການ​ຄ້າ​ບັນ​ລຸ​ຜົນ.

ສຳ​ລັບ​ຫວຽດ​ນາມແລ້ວ ແມ່ນ​ໂອ​ກາດ​ທີ່​ຮ້ອງ​ຕົນ​ເອງວ່າ​ເປັນ​ປະ​ເທດ​ເປີດ​ເຮັດ​ທຸ​ລະ​ກິດ
ພ້ອມ​ດ້ວຍ​ຂໍ້​ຕົກ​ລົງ​ການ​ຄ້າ​ຫຼາຍ​ຢ່າງ ພ້ອ​ມ​ທັງ​ຍົກ​ພື້ນ​ຖານຄຸນ​ນະ​ພາບ​ໃຫ້ແກ່​ພວກ​ທີ່
​ໄດ້​ຄາດ​ຫວັງ​ໄວ້​ໂດຍ​ລູກ​ຄ້າ​ຢູ​ໂຣບ.

ທ່ານ​ລີ ທັນ ລຽມ​ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ໂຮ​ຈີ​ມິນ ກ່າວ​ຢູ່​
ຫ້ອງ​ການ​ສະພາການຄ້າຂອງຢູ​ໂຣບ ໃນ​ພິ​ທີ​ຢູ່​ຫວຽດ​ນາມ​ວ່າ “ມັນຮວມ​ມີ​ຄວາມ​ໝັ້ນ
ໝາຍ​ຫຼາຍ​ຢ່າງ​ທີ່​ຈະ​ປັບ​ປຸງສິ່ງ​ແວດ​ລ້ອມທາງດ້ານທຸ​ລະ​ກິດໃນຫວຽດ​ນາມ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG