ສັນຍາການຄ້າລະຫວ່າງສະຫະພາບຢູໂຣບ ຫລື ອີຢູ (EU) ແລະຫວຽດນາມທີ່ຄາດວ່າຈະ
ໄດ້ຖືກຮັບຮອງເອົາໃນປີນີ້ ຈະເຮັດໃຫ້ເສດຖະກິດຂອງຫວຽດນາມ ທີ່ເພິ່ງພາອາໄສການ
ສົ່ງອອກນັ້ນ ຂະຫຍາຍໂຕເພີ້ມຂຶ້ນ ໂດຍບໍ່ຕ້ອງການ ການຊ່ວຍເຫລືອຈາກຕະຫລາດ
ສະຫະລັດ, ອີງຕາມການສັງເກດການຂອງນັກວິໄຈເຫດການ.
ສັນຍາການຄ້າເສລີ ລະຫວ່າງສະຫະພາບຢູໂຣບ ແລະຫວຽດນາມ ທີ່ໄດ້ເຊັນກັນໃນປີ
2015 ນັ້ນຄວນຈະເຮັດໃຫ້ອັດຕາຂະຫຍາຍໂຕທາງເສດຖະກິດປະຈໍາປີເພີ້ມຂຶ້ນປະມານ
ເຄິ່ງເປີເຊັນຈາກອັດຕາທີ່ສູງກວ່າ 7 ເປີເຊັນທີ່ມີຢູ່ແລ້ວນັ້ນ ພາຍໃນປີ 2019 ຈະມາເຖິງ
ນີ້, ອີງຕາມຂໍ້ມູນຈາກບໍລິສັດທີ່ປຶກສາດ້ານທຸລະກິດ ເດແຊນ ຊີລາ ແອນ ແອສໂຊຊີ
ເອດສ໌ (Dezan Shira & Associates).
ປະເທດສະມາຊິກສະຫະພາບໂຢໂຣບ ເຊັ່ນເຢຍຣະມັນ, ເນເທີແລນ (Netherlands)
ແລະອັງກິດແມ່ນກວາມເອົາ 9 ເປີເຊັນຂອງສິນຄ້າຂາອອກ ທັງໝົດຂອງຫວຽດນາມແລ້ວ
ແລະ ກໍມີ 28 ປະເທດຢູ່ໃນກຸ່ມເສດຖະກິດນັ້ນ.
ໜັງສືພິມ Nhan Dan ທີ່ເປັນໜັງສືພິມອອນລາຍຂອງພັກຄອມມີວນິດຫວຽດນາມລາຍ
ງານວ່າ ກະຊວງອຸດສາຫະກໍາ ແລະການຄ້າຂອງຫວຽດນາມກ່າວໃນວັນອັງຄານຜ່ານມາ
ວ່າ ທັງສອງຝ່າຍ ໄດ້ສໍາເລັດການທົບທວນເບິ່ງດ້ານກົດໝາຍຂອງສັນຍາດັ່ງກ່າວ.
ສັນຍາທີ່ໄດ້ເຊັນກັນໂດຍພວກນັກເຈລະຈາໃນເດືອນທັນວາ ປີ 2015 ຕ້ອງໄດ້ເອົາໄປ
ຜ່ານສະພາຂອງຢູໂຣບ ແລະພວກຜູ້ແທນສະພາຂອງຫວຽດນາມເຊັ່ນກັນ.
ທ່ານອາດາມ ແມັກຄາທີ (Adam McCarty), ຫົວໜ້ານັກເສດຖະສາດຢູ່ ອົງການເສດ
ຖະກິດຂອງແມ່ນໍາຂອງ (Mekong Economics) ຢູ່ນະຄອນຫລວງ ຮ່າໂນ້ຍກ່າວວ່າ
"ສັນຍາດັ່ງກ່າວຄວນຈະເຮັດໃຫ້ຫວຽດນາມ ມີຊ່ອງທາງເຂົ້າເຖິງຕະຫລາດຂອງຢູໂຣບ
ດີກວ່າເກົ່າ, ບໍ່ພຽງສໍາລັບສິນຄ້າເຄື່ອງນຸ່ງຫົ່ມ ແລະເກີບຕາມປົກກະຕິເທົ່ານັ້ນ ແຕ່ຍັງ
ແມ່ນຕະຫລາດສໍາລັບ ອາຫານທະເລ, ແລະສິນຄ້າກະສິກໍາແປຮູບອີກດ້ວຍ. ໂດຍ
ລວມແລ້ວ ມັນຈະເປັນການດີ."