ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫວຽດນາມ ປະກາດລັອກດາວ ແລະເປົ້າໝາຍ ຂອງການສັກຢາວັກຊີນ


ນັກຮຽນມັດທະຍົມປາຍຂອງຫວຽດນາມ ສອບເສັງໃນຊ່ວງການແຜ່ລະບາດ ຂອງພະຍາດໂຄວິດ-19.
ນັກຮຽນມັດທະຍົມປາຍຂອງຫວຽດນາມ ສອບເສັງໃນຊ່ວງການແຜ່ລະບາດ ຂອງພະຍາດໂຄວິດ-19.

ຫວຽດນາມປະກາດໃຊ້ກົດໝາຍໃນວັນສຸກມື້ນີ້ ເພື່ອລັອກດາວນະຄອນໂຮຈິມິນເປັນເວລາສອງອາທິດ ໃນການຕໍ່ສູ້ ກັບການແຜ່ລະບາດ ຂອງພະຍາດໄວຣັສໂຄໂຣນາ.

ນະຄອນຫລວງຮ່າໂນ່ຍຍັງປະກາດແຜນການສັກຢາວັກຊີນ 50 ເປີເຊັນຂອງປະຊາກອນອາຍຸແຕ່ 18 ປີຂຶ້ນໄປພາຍໃນທ້າຍປີນີ້ ແລະຕັ້ງເປົ້າໝາຍ ໄວ້ທີ່ 70 ເປີເຊັນຂອງປະຊາກອນທັງໝົດຈະໄດ້ຮັບການສັກຢາວັກຊີນໃນເດືອນມີນາ ປີໜ້າ.

“ການສັກຢາວັກຊີນປ້ອງກັນໂຄວິດ-19 ເປັນມາດຕະການທີ່ຈໍາເປັນ ແລະສໍາຄັນ ເພື່ອຄວບຄຸມໂຣກແລະຮັບປະກັນການພັດທະນາທາງເສດຖະກິດສັງຄົມ,” ນັ້ນຄືຄຳເວົ້າຂອງກະຊວງສາທາລະນະສຸກໄດ້ກ່າວໃນຖະແຫລງການ, ອີງຕາມລາຍງານຂອງອົງການຂ່າວ AFP.

ປະເທດທີ່ມີປະຊາກອນ 100 ລ້ານຄົນດັ່ງກ່າວ ມີຜູ້ປ່ວຍຍ້ອນໂຄວິດ-19 ທີ່ໄດ້ຮັບການບັນທຶກໜ້ອຍກວ່າ 3,000 ຄົນ, ເຊິ່ງເປັນໂຣກທີ່ເກີດຈາກໄວຣັສໂຄໂຣນາ ຕັ້ງແຕ່ເດືອນເມສາທີ່ຜ່ານມາ. ຈົນເຖິງວັນສຸກນີ້ ຫວຽດນາມ ມີຜູ້ປ່ວຍຍ້ອນໂຄວິດ-19 ທີ່ໄດ້ຮັບການຢືນຢັນແລ້ວ 24,810 ຄົນ ແລະເສຍຊີວິດແລ້ວ 104 ຄົນ, ອີງຕາມການລາຍງານ ຂອງສູນກາງຄົ້ນຄວ້າໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ຫວຽດນາມໄດ້ມີການສັກຢາວັກຊີນໃຫ້ປະຊາຊົນແລ້ວ 4 ລ້ານໂດສ, ໂດຍມີປະມານ 240,000 ຄົນເທົ່ານັ້ນທີ່ໄດ້ຮັບການສັກວັກຊີນຄົບຖ້ວນ ຫລືປະມານ 0.25 ເປີເຊັນຂອງປະຊາກອນທັງໝົດ, ອີງຕາມລາຍງານຂອງ ຈອນສ໌ ຮັອບກິນສ໌.

ປະຊາກອນ 9 ລ້ານຄົນ ໃນນະຄອນໂຮຈິມິນ ເຊິ່ງເປັນສູນກາງທາງດ້ານເສດ ຖະກິດຂອງປະເທດ, ໄດ້ຖືກສະກັດກັ້ນບໍ່ໃຫ້ລວມກຸ່ມຫລາຍກວ່າສອງຄົນ ແລະໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນ ພາຍໃນສອງອາທິດຂ້າງໜ້າພຽງແຕ່ໃນກໍ ລະນີສຸກເສີນ ຫລືອອກໄປຊື້ອາຫານ, ຊື້ຢາເທົ່ານັ້ນ.

ໃນຂະນະດຽວກັນ, ນາຍົກລັດຖະມົນຕີຂອງປະເທດ ຟີຈິ ທ່ານ ແຟຣງ ໄບນິມາຣາມາ (Frank Bainimarama) ກ່າວວ່າ ບັນດາປະເທດໃນເຂດປາຊີຟິກໃຕ້ ຈະຕ້ອງບັງຄັບໃຫ້ປະຊາຊົນມາຮັບການສັກຢາວັກຊີນເພື່ອຕ້ານເຊື້ອໄວຣັສ ໂຄໂຣນາ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG