ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫວຽດນາມຍຶດ ງາຊ້າງເຖື່ອນໄດ້ 1 ຕັນ


ງາຊ້າງ ທີ່ຖືກຍຶດຄືນໄດ້ຈາກພວກລັກລອບຂາຍງາຊ້າງ ຖືກເຜົາຖີ້ມ
ໃນເຄັນຢາ ທີ່ເປັນປະເທດນຶ່ງທີ່ພວກລັກລອບລ່າຊ້າງ ເຂົ້າໄປລ່າເອົາ
ງາຂອງມັນ ເປັນຈໍານວນຫລວງຫລາຍ ແລ້ວສົ່ງໄປຂາຍໃນເອເຊຍ,
ວັນທີ 20 ກໍລະກົດ 2011. ນີ້ແມ່ນສ່ວນນຶ່ງຂອງງາຊ້າງ ຈໍານວນ
5 ຕັນທີ່ຍຶດ
ຈາກພວກລັກລອບໄດ້ ໃນສິງ
ງາຊ້າງ ທີ່ຖືກຍຶດຄືນໄດ້ຈາກພວກລັກລອບຂາຍງາຊ້າງ ຖືກເຜົາຖີ້ມ ໃນເຄັນຢາ ທີ່ເປັນປະເທດນຶ່ງທີ່ພວກລັກລອບລ່າຊ້າງ ເຂົ້າໄປລ່າເອົາ ງາຂອງມັນ ເປັນຈໍານວນຫລວງຫລາຍ ແລ້ວສົ່ງໄປຂາຍໃນເອເຊຍ, ວັນທີ 20 ກໍລະກົດ 2011. ນີ້ແມ່ນສ່ວນນຶ່ງຂອງງາຊ້າງ ຈໍານວນ 5 ຕັນທີ່ຍຶດ ຈາກພວກລັກລອບໄດ້ ໃນສິງ

ບັນດາ​ເຈົ້າ​ໜ້າ​ທີ່​ພາສີ​ຫວຽດນາມ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ຍຶດງາ​ຊ້າງໄດ້​ຢ່າງ​ໜ້ອຍ 1 ຕັນ ທີ່​ພວກ​ລັກລອບຄ້າຂາຍ​ງາ​ຊ້າງ ພະຍາຍາມ​ຈະສົ່ງໄປ​ຍັງ​ຈີນ.

ທາງ​ການ​ຫວຽດນາມ​ກ່າວ​ວ່າ ງາ​ຊ້າງ​ຈໍານວນ​ປະມານ 221 ອັນ​ໄດ້​ຖືກ​ພົບ​ເຫັນ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ​ນີ້ ທີ່​ຖືກ​ຊຸກ​ເຊື່ອງ​ໄວ້​ໃນ​ເຮືອ​ລໍານຶ່ງ​ໃນ​ແມ່​ນໍ້າ Ka Long ​ເຂດ​ແດນ​ຕິດ​ຕໍ່​ລະຫວ່າງ​ສອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ ມີ​ການ​ຈັບ​ກຸມ​ຜູ້​ຊາຍ 2 ຄົນ​ໄວ້​ເພື່ອ​ສອບ​ປາກ​ຄໍາ. ​ທາງ​ການ​ຢາກ​ຮູ້​ວ່າ​ພວກ​ງາ​ຊ້າງ​ເຫລົ່າ​ນີ້​ມາ​ຈາກ​ໃສ ແລະ​ຈະ​ມຸ້ງ​ໜ້າ​ໄປ​ໃສ.

ຫວຽດນາມ​ໄດ້​ອອກ​ກົດໝາຍ​ຫ້າມ​ການ​ລ່າ​ຊ້າງ​ເນື່ອງ​ຈາກ​ພົນລະ​ເມືອງ​ຊ້າງ​ກໍາລັງ​ລຸດນ້ອຍ​ລົງນັບ​ມື້. ພວກ​ງາ​ຊ້າງ​ສ່ວນ​ຫລາຍ​ທີ່ລັກລອບ​ເຂົ້າ​ມາຍັງ​ປະ​ເທດ​ ແມ່ນ​ມາ​ຈາກ​ພວກ​ປະ​ເທດ​ອະ​ຟຣິກາ.

XS
SM
MD
LG