ປະຊາຊົນຫວຽດນາມພາກັນອອກໄປປ່ອນບັດເລືອກຕັ້ງໃນວັນອາທິດມື້ນີ້ ທີ 22 ພຶດສະພາ ເພື່ອເລືອກເອົາສະມາຊິກສະແຫ່ງຊາດ ອັນທີ່ຮັບປະກັນວ່າພັກຄອມມີວນິດທີ່ກໍາລັງ ປົກຄອງປະເທດໃນປັດຈຸບັນ ຈະຍັງຄົງຄອງອໍານາດຢູ່ຕໍ່ໄປ.
ພວກປ່ອນບັດຈະເລືອກເອົາຜູ້ແທນປະຊາຊົນ 500 ຄົນໃນຈໍານວນຜູ້ສະມັກຮັບເລືອກຕັ້ງ 827 ຄົນ ຊຶ່ງທັງໝົດແມ່ນເປັນສະມາຊິກຂອງແນວໂຮມປິຕຸພູມ ຊຶ່ງເປັນອົງການຄວບຄຸມພັກທ່ີມີອໍນາດຫລາຍທີ່ສຸດນັ້ນ.
ລັດຖະບານມີມີພັກການເມືອງພັກດຽວ ໄດ້ໂຄສະນາເຜີຍແຜ່ການເລືອກຕັ້ງ ວ່າເປັນການສະແດງອອກເຖິງຄວາມມີປະຊາທິປະໄຕ ແຕ່ຄາດວ່າ ຈະເຫັນສິ່ງແປກໃໝ່ໜ້ອຍຫລາຍ ປາກົດອອກມາ.
ຄາດວ່າຈະຮູ້ຈັກຜົນຂອງການເລືອກຕັ້ງ ໃນອີກປະມານນຶ່ງອາທິດ ແລະຄາດວ່າກອງປະຊຸມສະພາຈະມີຂຶ້ນໃນເດືອນກໍລະກົດ ເພື່ອເລືອກເອົາຄະນະລັດຖະບານໃໝ່ ຊຶ່ງກໍຄາດວ່ານາຍົກລັດຖະມົນຕີ ຫງຽນຕັນຢຸງ ຈະຄອງຕໍາແໜ່ງຂອງທ່ານ ສືບຕໍ່ໄປ.