ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ປະກາດ ຜົນການເລືອກຕັ້ງ ສະພາແຫ່ງຊາດ


ຜູ້ສູງອາຍຸຄົນນຶ່ງພວມກວດເບິ່ງລາຍຊື່ຜູ້ສະມັກເລືອກຕັ້ງໃນຫວຽດນາມ
ຜູ້ສູງອາຍຸຄົນນຶ່ງພວມກວດເບິ່ງລາຍຊື່ຜູ້ສະມັກເລືອກຕັ້ງໃນຫວຽດນາມ

ຫວຽດນາມໄດ້ເປີດເຜີຍໃຫ້ຊາບກ່ຽວກັບຜົນການເລືອກຕັ້ງ
ສະພາແຫ່ງຊາດຊຶ່ງປາກົດວ່າຫຼາຍກວ່າ 90% ຂອງສະມາ
ຊິກສະພາທີ່ໄດ້ຮັບເລືອກ ແມ່ນມາຈາກພັກຄອມມູນິສທີ່ປົກ
ຄອງປະເທດຢູ່ໃນເວລານີ້.

ເລຂາທິການຂອງຄະນະກຳມາທິການເລືອກຕັ້ງຫວຽດນາມ
ທ່ານ Pham Minh Tuyen ກ່າວຕໍ່ພວກນັກຂ່າວໃນວັນ
ສຸກມື້ນີ້ວ່າ ມີພຽງແຕ່ 14 ຄົນທໍ່ນັ້ນທີ່ໄດ້ຖືກຮັບເລືອກເປັນ
ສະມາຊິກສະພາ ບໍ່ແມ່ນສະມາຊິກຂອງພັກຄອມມູນິສ.

ທ່ານ Tuyen ເອີ້ນການເລືອກຕັ້ງ ໃນຄັ້ງນີ້ວ່າ ປະສົບກັບ
ຄວາມສຳເລັດແຕ່ກໍໄດ້ກ່າວຫາໃນອັນທີ່ທ່ານເອີ້ນວ່າ “ກຳ
ລັງທີ່ເປັນປໍລະປັກ” ພະຍາຍາມຫາທາງກໍ່ກວນການເລືອກຕັ້ງໂດຍຮຽກຮ້ອງ ບໍ່ໃຫ້ປະຊາຊົນ
ໄປປ່ອນບັດ ແລະສິ້ນສຸດການປົກຄອງຂອງພັກຄອມມູນິສ.

XS
SM
MD
LG