ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງິນເຟີ້ຢູ່ຫວຽດນາມ ຍັງສືບຕໍ່ ຮ້າຍແຮງຂຶ້ນຕື່ມ


ແມ່ຄ້າຂາຍໝາກນາວຢູ່ຫວຽດນາມ
ແມ່ຄ້າຂາຍໝາກນາວຢູ່ຫວຽດນາມ

ລາຍງານສະບັບນຶ່ງຂອງລັດຖະບານຫວຽດນາມ ທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ ແຈ້ງວ່າ
ອັດຕາເງິນເຟີ້ຂອງຫວຽດນາມ ຊຶ່ງເປັນອັດຕາທີ່ສູງທີ່ສຸດປະເທດນຶ່ງໃນໂລກນັ້ນ ໄດ້ຖີບໂຕ
ຂຶ້ນຕື່ມໃນເດືອນມິຖຸນານີ້ເປັນເກືອບ 21%.

ກົມສະຖິຕິຂອງຫວຽດນາມເວົ້າວ່າ ອັດຕາເງິນເຟີ້ ໃນເດືອນມິຖຸນາພຽງເດືອນດຽວເທົ່ານັ້ນ
ແມ່ນສູງ 20.8% ລື່ນໄລຍະດຽວກັນ ຂອງປີກາຍນີ້. ອັດຕາເງິນເຟີ້ທົ່ວໄປຂອງຫວຽດນາມ
ໃນປີກາຍນີ້ແມ່ນ 11.5%.

ລາຍງານເວົ້າວ່າ ລາຄາອາຫານການກິນແມ່ນໂຕການຂັບດັນທີ່ສຳຄັນຄືຖີບໂຕຂຶ້ນຫຼາຍກວ່າ
22% ໃນໄລຍະ 6 ເດືອນທຳອິດຂອງປີນີ້ສົມທຽບໃສ່ໄລຍະດຽວກັນຂອງປີ 2010.

ລັດຖະບານຫວຽດນາມກ່າວໃນຕົ້ນເດືອນນີ້ວ່າ ຕົນຫວັງວ່າຈະສາມາດຄວບຄຸມເງິນເຟີ້ໃຫ້ຢູ່
ໃນລະດັບບໍ່ເກີນ 15% ໃນປີນີ້.

XS
SM
MD
LG