ບັນຫາທາງດ້ານເສດຖະກິດຂອງຫວຽດນາມໄດ້ເພີ່ມທະວີ
ຂຶ້ນຕື່ມ ຫລັງຈາກທີ່ອົງການໃຫ້ຄະແນນຄວາມໜ້າເຊື່ອຖື
ຂອງໂລກໄດ້ລົດຄະແນນຄວາມໜ້າເຊື່ອຖືຫຼືເຄຣດິດຂອງ
ຫວຽດນາມລົງເປັນເທື່ອທີສອງໃນເດືອນນີ້.
ອົງການໃຫ້ຄະແນນ Standard & Poor’s ປະກາດໃນ
ວັນພະຫັດມື້ນີ້ວ່າຕົນໄດ້ຫຼຸດອັດຕາຄວາມໜ້າເຊື່ອຖືຂອງ
ຫວຽດນາມ ລົງນຶ່ງວັກ ເປັນ BB ລົບຊຶ່ງເຮັດໃຫ້ຫວຽດ
ນາມຕົກຢູ່ໃນລະດັບດຽວກັນ ກັບບັງກລາແດັສແລະມົງໂກ
ເລຍ.
ສ່ວນອົງການ Moody’s Investors ກໍໄດ້ເອົາມາດຕະ
ການໃນທຳນອງດຽວກັນເມື່ອ 8 ມື້ກ່ອນ ໂດຍອ້າງເຖິງ
ຄວາມສ່ຽງກ່ຽວກັບວິກິດການ ໃນການຈ່າຍໜີ້ຂອງ
ຫວຽດນາມ ແລະບັນຫາຕ່າງໆທີ່ບໍລິສັດລັດວິສາຫະກິດ ຕໍ່ເຮືອ Vinashin.
ການຫຼຸດອັດຕາຄວາມໜ້າເຊື່ອຖືລົງນີ້ ເຮັດໃຫ້ເປັນການຍາກ ແລະແພງຂຶ້ນຕື່ມ ສຳລັບ
ຫວຽດນາມ ທີ່ຈະໄປກູ້ຢືມເງິນຢູ່ໃນຕ່າງປະເທດ.
ອົງການ Standard & Poor’s ກ່າວວ່າ ຕົນໄດ້ດຳເນີນການດັ່ງກ່າວຍ້ອນວ່າລະບົບ
ທະນາຄານຂອງຫວຽດນາມ ມີຄວາມຫວັ່ນໄຫວງ່າຍ ຕໍ່ບັນຫາກະທົບກະເທືອນ ທາງ
ດ້ານການເງິນຫຼືເສດຖະກິດ. ອົງການດັ່ງກ່າວເວົ້າຕື່ມວ່າ ສະພາບເສດຖະກິດໃນໄລຍະ
ຍາວຂອງຫວຽດນາມ ແມ່ນເປັນໄປໃນທາງລົບຊຶ່ງໝາຍຄວາມວ່າອັດຕາຄວາມໜ້າເຊື່ອ
ຖືຂອງຫວຽດນາມ ອາດຈະຖືກຫຼຸດລົງຕື່ມອີກໃນອະນາຄົດ.
ສ່ວນອົງການ Moody’s ກ່າວໃນສັບປະດາແລ້ວນີ້ວ່າ ບັນຫາຂອງຫວຽດນາມ ແມ່ນ
ມີຜົນສືບເນື່ອງມາຈາກຄວາມຂາດຕົກບົກຜ່ອງ ໃນນະໂຍບາຍເສດຖະກິດທີ່ກໍາລັງສົ່ງ
ຜົນໃຫ້ມີສະພາບຄວາມບໍ່ທຸ່ນທຽງຂອງເສດຖະກິດມະຫາພາກໃນເວລານີ້.