ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫວຽດນາມ​​ລົດ​ຄ່າ​ ເງິນດົງ​ ລົງ 9.3 ​ເປີ​ເຊັນ


ພະນັກງານທະນາຄານແຫ່ງນຶ່ງໃນຫວຽດນາມ ກໍາລັງຮັບເງິນຝາກ ທີ່ເປັນເງິນດົງຈາກລູກຄ້າ
ພະນັກງານທະນາຄານແຫ່ງນຶ່ງໃນຫວຽດນາມ ກໍາລັງຮັບເງິນຝາກ ທີ່ເປັນເງິນດົງຈາກລູກຄ້າ

ເມື່ອ​ໝໍ່ໆ​ມາ​ນີ້ ຫວຽດນາມ​ໄດ້​ລົດ​ຄ່າ​ເງິນ​ດົງ​ຂອງ​ຕົນ​ລົງ 9.3 ​ເປີ​ເຊັນ​ ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ໂດ​ລາ​ສະຫະລັດ. ພວກ​ນັກວິ​ເຄາະ​ກ່າວ​ວ່າ ສະພາ ວະ​ເງິນ​ເຟີ້ທີ່​ກໍ​າລັງສູງ​ຂື້ນ​ນັບ​ມື້​ນັ້ນ ​​ໄດ້​ເຮັດ​ໃຫ້ການ​ດໍາລົງ​ຊີວິດຂອງ​ພວກ​ຄົນ​ງານ​ຊາວ​ຫວຽດນາມ​ຫລາຍໆ​ຄົນ ຕ້ອງ​ຝືດ​ເຄຶ​ອງ​ໄປ​ຕາມໆ​ກັນ. ທອງ​ປານ ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ ຈາກ​ລາຍ​ງານ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ ນາຍ Mike Ives ສົ່ງ​ມາ​ຈາກ​ຮ່າ​ໂນ​ຍ.

ລາຄາ​ເຄຶ່ອງອຸບປະ​ໂພ​ກບໍລິ​ໂພ​ກຢູ່​ໃນ​ຫວຽດນາມ​ ໃນ​ເດືອນ
ມັງກອນ​ຜ່ານ​ມາ​ ແມ່ນໄດ້ຖີບ​ຕົວ​ຂື້ນສູງ ​ແພງ​ກ່ວານຶ່ງ​ປີ
ຜ່ານມານັ້ນ ຫລາຍ​ກວ່າ 12 ​ເປີ​ເຊັນ ຈາກຜົນ​ກະທົບ
ຂອງ​ລາຄາ​ອາຫານ ນໍ້າມັນ​ເຊື້ອ​ໄຟ ​ແລະເຄື່ອງ​ໃຊ້​ສອຍ
ປະ​ຈໍາບ້ານ ​ທີ່​ຖີບ​ຕົວ​ສູງ​ຂື້ນ​ນັບ​ມື້​ນັ້ນ. ສະພາວະ​ເງິນ​ເຟີ້​
ໃນ​ລະດັບ​ສູງ​ແມ່ນກໍາລັງສ້າງ​ຄວາມ​ກົດ​ດັນ​ໃຫ້ແກ່​ພວກ ​ຄົນ​ງານໄປ​ຕາມໆ​ກັນ.

//ສຽງ//

ນາຍ ຫງວຽນ ຮຸຍ ທິນ ​ເປັນ​ຄົນ​ຂັບ​ລົດ​ເມຫລື​ລົດ​ປະ​ຈໍາ​
ທາງ​ໃນ​ຕົວ​ເມືອງຫລວງ​ຮາ​ໂນ​ຍ. ລາວກ່າວ​ວ່າ ລາວ​ມີ
ຄວາມເດືອດຮ້ອນ​ບໍ່​ກຸ້ມ​ຢູ່​ກຸ້ມ​ກິນ​ຈາກ​ເງິນ 250 ​ໂດ​ລາ ​ຕໍ່​ເດືອນ​ຂອງ​ລາວນັ້ນ. ນາຍ​ທິນ​ເວົ້າວ່າ

"ໃນ​ຂະນະ​ທີ່​ລາຄາ​ນໍ້າ​ມັນ​ແອ​ສຊັງ ແລະ​ໄຟຟ້າ​ຖີບ​ຕົວສູງ​ຂື້ນ​ ແຕ່​ເງິນ​ເດືອນ​
ຂອງ​ຕົນ​ກໍ​ບໍ່​ຂື້ນ​ນໍາ ຊຶ່ງເຮັດ​ໃຫ້​ມີ​ຄວາມ​ຍາກ​ລໍາ​ບາກ ຫລາຍ​ຂື້ນ​ທີ່​ຈະລ້ຽງ​ດູ​ ຄອບຄົວ."

ເຖິງ​ແມ່ນ​ຫວຽດນາມໄດ້ມີ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ມາ​ໄດ້​ນຶ່ງ​ທົດ​ສະ​ວັດກໍ​ຈິງ ​ແຕ່ຫວຽດ
ນາມ​ກໍ​ມີຂາດ​ດຸນ​ການ​ຄ້າ ໃນມູນ​ຄ່າ​ທີ່ສູ​ງ​ເຖິງ 12,400 ລ້ານ​ໂດ​ລາ ເມື່ອ​ປີຜ່ານມາ​ນີ້ ​ແລະ
ອັດຕາ​ເງິນ​ເຟີ້​ກໍສູງ​ກາຍ 11 ​ເປີ​ເຊັນ​ໃນ​ປີ​ນັ້ນ ​ເຖິງ​ແມ່ນ​ລັດຖະບານ​ພະຍາຍາມ​ຈະ​ຄວບ​ຄຸມ ໄວ້​ບໍ່​ໃຫ້​ເກີນ 8 ​ເປີ​ເຊັນ​ກໍ​ຕາມ.

ເພື່ອ​ຄວບ​ຄຸມ​ສະພາວະ​ເງິນເຟີ້​ແລະ​ຕັດ​ການ​ຂາດ​ດຸນ​ການ​ຄ້າ​ລົງ​ໃຫ້​ໄດ້​ນັ້ນ ຫວຽດນາມ​ໄດ້​ລົດ​ຄ່າ​ເງິນດົງ​ຂອງ​ຕົນ​ລົງ 9.3 ​ເປີ​ເຊັນ ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ໂດ​ລາສະຫະລັດ ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ເປັນ​ຄັ້ງ​ທີ່​ສີ່ ນັບຕັ້ງ​ແຕ່​ປີ 2009 ມາ.

ທັງ​ສອງ​ບໍລິສັດຈັດ​ອັນ​ດັບຄວາມ​ໜ້າ​ໄວ້​ວາງ​ໃຈ​ໃນ​ດ້ານ​ສິນ​ເຊື່ອ ຄື​ບໍລິສັດ Moody Investors Service ​ແລະ ບໍລິສັດ Standard & Poor’s ​ໄດ້ລົດ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ຊໍາລະ​ໜີ້​ສິນ​ຂອງ​ຫວຽດນາມ​ລົງ ໃນ​ເດືອນ​ທັນວາ​ປີຜ່ານມາ ຫລັງ​ຈາກ​ກຸ່ມ​ບໍລິສັດ​ສ້າງ​ເຮືອ​ກໍາ​ປັ່ນ Vinashin ທີ່​ເປັນ​ຂອງ​ລັດນັ້ນ ຜິດສັນຍາຈ່າຍຄ່າ​ໜີ້​ງວດ​ນຶ່ງ​ເປັນເງິນ 600 ລ້ານ​ໂດລາ.

ການ​ທີ່​ຫວຽດນາມ​ມີ​ລະດັບ​ຄວາມ​ໜ້າເຊື່ອ​ຖື ທີ່​ຕົກຕໍ່າລົງ​ໄປ​ກວ່າ​ເກົ່າ​ນັ້ນ ມັນ​ຈຶ່ງ​ເປັນການ
ຍາກຂຶ້ນ ສໍາລັບ​ຫວຽດນາມ​ທີ່​ຈະ​ກູ້​ຢືມ​ເງິນ​ຈາກ​ຕ່າງປະ​ເທດ​ໄດ້.

ທ່ານ ອາ​ດັມ ​ແມ໊ກຄາ​ທີ ຫົວໜ້າ​ຄະນະນັກ​ເສດຖະສາດ​ປະ​ຈໍາບໍລິສັດ​ໃຫ້​ຄໍາປຶກສາ
Mekong Economics ​ໃນ​ຫວຽດນາມ ກ່າວ​ວ່າ​ ເສດຖະກິດຂອງ​ຫວຽດນາມ​ຍັງ​ບໍ່ໄດ້
ຢູ່ໃນຂັ້ນ​ວິ​ກິດ​ການ​ເທື່ອ ​ແຕ່​ສະພາວະ​ເງິນ​ເຟີ້ແມ່ນ​ກໍາລັງ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງຕໍ່
ພວກຄົນ​ງານທົ່ວ​ໄປ. ທ່ານ​ແມ​ກຄາ​ທີ​ເວົ້າວ່າ

“ປົກກະຕິ​ແລ້ວ​ ພວກ​ຄົນ​ທີ່ກິນເງິນ​ເດືອນ ​ແລະເງິນ​ເບ້ຍ​ບໍານານ ທີ່ທຸກ​ຈົນ​ກວ່າ​
ພວກ​ຄົນທຸກ​ໃນລະດັບສະ​ເລ່ຍນັ້ນ ​ແມ່ນ​ພວກ​ທີ່ໄດ້​ຮັບ​ຜົນ​ກະທົບ​ໜັກ​ທີ່​ສຸດເວລາ​
ອັດຕາເງິນເຟີ້ຖີບສູງ​ຂື້ນ ​ແລະເວົ້າ​ໃນ​ຂອບ​ເຂດກວ້າງ​ຂວາງ​ອອກ​ໄປກ່ວາ​ນັ້ນ​ອີກ
ກໍ​ແມ່ນ​ວ່າຈັງຫວະໃນການ​ສ້າງ​ໜ້າ​ວຽກ​ໃໝ່​ ຈະ​ຊັກ​ຊ້າລົງແດ່ ​ຖ້າ​ຫາກ​ວ່າ​ເສດ
ຖະກິດໄດ້​ຮັບ​ຄວາມ​ເດືອດຮ້ອນ.”

ທ່ານ​ແມ​ກຄາ​ທີ​ກ່າວ​ຕໍ່​ໄປ​ວ່າ ນອກ​ນີ້​ແລ້ວ​ ສະພາວະ​ເງິນ​ເຟີ້​ກໍ​ຍັງສ້າງຄວາມລໍາບາກ​ຫລາຍ
ຂື້ນ ​ໃຫ້​ແກ່​ຊາວ​ຫວຽດນາມຖານະ​ປານ​ກາງ​ ທີ່​ຈະຊື້​ບ້ານ​ເຮືອນ​ໄດ້.

ພວກ​ນັກວິ​ເຄາະ​ຕະຫລາດ​ການ​ເງິນບາງ​ຄົນ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຫວຽດນາມ​ທີ່​ລົດ​ຄ່າເງິນ​ດົງ​ຂອງ​ຕົນ​ລົງ ​ໂດຍ​ກ່າວ​ວ່າ ຄ່າ​ເງິນ​ດົງ​ໃໝ່​ນັ້ນ​ແມ່ນ​ສະທ້ອນ​ເຖິງລາຄາສິນຄ້າ​ຕ່າງໆໄດ້​ດີ
ກ​ວ່າ​ຢູ່​ຕາມ​ຕະຫລາດ​ມືດ ບ່ອນ​ທີ່​ພວກ​ພໍ່ຄ້າ​ແມ່​ຄ້າ​ທັງຫລາຍ ພາກັນ​ເອົາ​ເງິນ​ດົງ ໄປແລກ
ປ່ຽນເອົາ​ຄໍາ​ແລະ​ເງິນ​ໂດ​ລາ​ນັ້ນ ​ແຕ່​ພວກ​ນັກ​ເສດຖະສາດຄົນອື່ນໆ​ອີກ ​ເຕືອນ​ວ່າ ລັດຖະ
ບານ​ອາດຈະ​ຕ້ອງ​ໄດ້​ປະຕິບັດການ​ເພີ່ມ​ຕື່ມ​ ເພື່ອຄວບ​ຄຸມສະພາວະ​ເງິນ​ເຟີ້ ບໍ່​ໃຫ້​ຖີບຂື້ນຕື່ມ
ແລະ​ປົກ​ປ້ອງເສດຖະກິດ​ເອົາ​ໄວ້.

XS
SM
MD
LG