ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານພັດທະນາເອເຊຍ ຍ້ອງຍໍຫວຽດນາມ


ທ່ານ Nguyen Tan Dung ນາຍົກລັດຖະມຸນຕີຫວຽດນາມ
ທ່ານ Nguyen Tan Dung ນາຍົກລັດຖະມຸນຕີຫວຽດນາມ

ປະທານ​ທະນາຄານ​ພັດທະນາ​ເອ​ເຊຍ​ຍ້ອງຍໍ​ສັນລະເສີນ
ຫວຽດນາມ​ທີ່​ເຮັດ​ໃຫ້​ຄວາມ​ຍາກຈົນ​ລົດ​ລົງ​ຢ່າງ​ຫລວງ
ຫລາຍ​ແລະ​ຍົກ​ມາດຕະຖານ​ການ​ຄອງ​ຊີບໃຫ້ສູງຂຶ້ນ​ໃນ
ຂະນະ​ທີ່​ຫວຽດນາມ​ພວມຄືບ​ໜ້າໄປສູ່ການ​ບັນລຸ​ຖານະ
ປະ​ເທດ​ທີ່ມີ​ລາຍ​ໄດ້​ພໍ​ປານ​ກາງ.

ທ່ານ Haruhiko Kuroda ປະທານ​ທະນາຄານ​ພັດທະ
ນາ​ເອ​ເຊຍ ກ່າວ​ຄໍາ​ຍ້ອງຍໍ​ດັ່ງກ່າວ​ ໃນ​ລະຫວ່າງ​ການ​
ຢ້ຽມຢາມ​ກຸງ​ຮາ​ໂນ​ຍ​ເປັນ​ເວລາ 3 ມື້ກ່ອນ​ກອງ​ປະຊຸມປະ​ຈໍາປີ​ຂອງ​ສະພາ​ຜູ້​ອໍາ​ນວຍການທະນາຄານ ຊຶ່ງ​ຈະ​ໄຂ​ຂຶ້ນ​ທີ່​ນະຄອນຫລວງ​ຂອງ​ຫວຽດນາມ​ແຕ່​ວັນ​ທີ 3 ຫາ 6 ພຶດສະພາ​ໜ້າ​ນີ້.

ທ່ານ Kuroda ທີ່​ໄດ້​ພົບ​ປະ​ໃນວັນອັງຄານມື້ນີ້ກັບ​ນາຍົກລັດຖະມຸນຕີຫງຽນຕັນ​ດຸ​ງແລະ​ພວກ​ຜູ້​ນໍາ​ອື່ນໆ​ຂອງ​ຫວຽດນາມ ກ່າວເຖິງຫວຽດນາມ​ວ່າ ​ເປັນພາຄີ​ທີ່​ເຂັ້ມແຂງຫລາຍປະເທດນຶ່ງ ໃນ​ດ້ານ​ການ​ພັດທະນາ​ຢູ່ໃນ​ພາກ​ພື້ນ. ທະນາຄານ​ພັດທະນາ​ເອ​ເຊຍ​ກ່າວ​ຕື່ມ​ວ່າຫວຽດນາມ ​ໄດ້​ຫລຸດຜ່ອນ​ຄວາມ​ຍາກຈົນ​ຂອງ​ປະ​ເທດ​ຈາກ 53 ສ່ວນຮ້ອຍ ໃນປີ 1993 ​ລົງ​ມາ​ເປັນ​ພຽງ​ແຕ່ 10 ສ່ວນຮ້ອຍ​ເທົ່າ​ນັ້ນໃນ​ປັດຈຸບັນ.

ທ່ານ Kuroda ກ່າວ​ວ່າ ທ່ານ​ມອງ​ເຫັນ​ອະນາຄົດ​ທີ່​ແຈ່ມ​ໃສ​ສໍາລັບ​ຫວຽດນາມ ​ເຖິງ​ແມ່ນ ໄດ້ເກີດບັນຫາທ້າ​ທາຍ​ໃນ​ໄລຍະ​ສັ້ນ​ຕໍ່​ສະຖຽນ​ລະ​ພາບ​ໃນ​ດ້ານ​ເສດຖະກິດ​ມະຫາ​ພາກ ​ເຊ່ນ​ສະພາວະ​ເງິນ​ເຟີ້​ສູງ​ກໍ​ຕາມ.

ໃນ​ເດືອນ​ແລ້ວ​ນີ້ ຫວຽດນາມ​ໄດ້​ລົດ​ຄ່າ​ເງິນຕາ​ຂອງ​ຕົນ​ເປັນ​ເທື່ອ​ທີ 3 ພາຍໃນ​ປີ​ນີ້ ​ຕໍ່ໜ້າ​ຄວາມ​ກົດ​ດັນ​ຕ່າງໆທີ່​ຮວມທັງລາຄາ​ເຄື່ອງ​ບໍລິ​ໂພ​ກອຸບປະ​ໂພ​ກຖີບ​ຂຶ້ນສູງ 12 ສ່ວນ​ຮ້ອຍ​ລື່ນ​ປີ​ກາຍ​ນີ້. ນອກ​ນັ້ນ​ຫວຽດນາມ​ຍັງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ການ​ຄ້າ​ໃນມູນ​ຄ່າ 1 ພັນ
ລ້ານໃນເດືອນມັງກອນຜ່ານມານີ້ ແລະປະສົບກັບການຖືກລົດອັດຕາຄວາມໜ້າເຊື່ອ ຖືໃນ​ດ້ານສິນ​ເຊື່ອລົງ ເມື່ອ​ເດືອນ​ທັນວາ​ໂດຍ​ອົງການ​ຊັ່ງຊາຕີລາຄາສິນເຊື່ອ​ລະຫວ່າງ​ຊາດ ຊຶ່ງ​ເຮັດ​ໃຫ້ການ​ກູ້​ຢືມ​ເງິນຂອງຫວຽດນາມ ແພງ​ຂຶ້ນ.

XS
SM
MD
LG