ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໖ ທັນວາ ໒໐໒໔

ການກິນຊີ້ນໝາ ຢູ່ໃນຫວຽດນາມ ກຳລັງເພີ່ມຂຶ້ນ


ໝາຢູ່ໃນຄອກ ຊຶ່ງເປັນສ່ວນນຶ່ງຂອງໝາຈຳນວນ 120 ໂຕ ທີ່ຖືກເຈົ້າໜ້າທີ່ໄທຈັບໄດ້ ໃນວັນທີ 6 ກັນຍາປີນີ້ ຢູ່ທີ່ຈັງຫວັດນະຄອນພະນົມໃນພາກຕາເວັນອອກສຽງເໜືອຂອງໄທ ທີ່ຕັ້ງກົງກັນຂ້າມກັບແຂວງຄຳມ່ວນຂອງລາວ ທີ່ພວມຈະຖືກລັກລອບສົ່ງໄປຫວຽດນາມ
ໝາຢູ່ໃນຄອກ ຊຶ່ງເປັນສ່ວນນຶ່ງຂອງໝາຈຳນວນ 120 ໂຕ ທີ່ຖືກເຈົ້າໜ້າທີ່ໄທຈັບໄດ້ ໃນວັນທີ 6 ກັນຍາປີນີ້ ຢູ່ທີ່ຈັງຫວັດນະຄອນພະນົມໃນພາກຕາເວັນອອກສຽງເໜືອຂອງໄທ ທີ່ຕັ້ງກົງກັນຂ້າມກັບແຂວງຄຳມ່ວນຂອງລາວ ທີ່ພວມຈະຖືກລັກລອບສົ່ງໄປຫວຽດນາມ

ໃນຂະນະທີ່ເສດຖະກິດຂອງຫວຽດນາມເຕີບໃຫຍ່ຂະຫຍາຍໂຕແລະຜູ້ຄົນກໍຮັ່ງມີຂຶ້ນນຳນັບ ມື້ນັ້ນ ການຄ້າສຸນັກຫຼືໝາບໍ່ວ່າຕາຍຫຼືເປັນກໍເຕີບໃຫຍ່ຂຶ້ນຕິດຕາມມາ. ໃນທຸກມື້ນີ້ ມີຊາວ ຫວຽດນາມໃນຈຳນວນເພີ່ມຂຶ້ນ ສາມາດຊື້ໝາ ພັນແພງໆມາໄວ້ລ້ຽງ ແລະທ່າອຽງທີ່ວ່ານີ້ ກໍບໍ່ໄດ້ເຮັດໃຫ້ການຄ້າຊີ້ນໝາຂອງຫວຽດນາມ ຫຼຸດນ້ອຍຖອຍລົງ ແຕ່ປະການໃດ. ນາງ Marianne Brown ມີລາຍງານກ່ຽວກັບເລື່ອງຈາກນະຄອນຫຼວງຮາໂນ່ຍ

ບໍ່ວ່າຈະເສີບໃສ່ຈານກັບຊອັດກຸ້ງ ຫຼືກອດ​ໄວ້​ໃນ​ອ້ອມ​ແຂນຂອງພວກແມ່ຍິງຖານະດີກໍແລ້ວ
ແຕ່ ໝາແມ່ນໄດ້ຮັບຄວາມນິຍົມສູງຢູ່ໃນຫວຽດນາມ.

ນາຍ Nguyen Trung Thanh ອາຍຸ 41 ປີ ພວມຮັບປະທານອາຫານຢູ່ຮ້ານອາຫານ
ແຫ່ງນຶ່ງທີ່ບໍລິການຊີ້ນໝາໃນນະຄອນຫຼວງຮາໂນ່ຍບ່ອນທີ່ລາວເວົ້າວ່າ ລາວເປັລູກຄ້າຂາ
ປະຈຳນັ້ນ.

ນາຍ Thanh ເວົ້າວ່າ ລາວກັບໝູ່ມັກພາກັນມາກິນຢູ່​ຮ້ານນີ້​ເວລາ​ໃດ​ທີ່​ຄຶດຢາກຊີ້ນໝາຂຶ້ນ
ມາ. ຊີ້ນ​ໝາ​ມີຣົດຊາດ​ແຊບນົວ​ພິ​ເສດທີ່ລາວມັກກິນ. ລາວກ່າວວ່າ ຊີ້ນໝາແມ່ນດີຫຼາຍສຳ
ລັບສຸຂະພາບຂອງລາວ ຍ້ອນມັນເປັນອາຫານທີ່ມີຄຸນຄ່າຕໍ່ຮ່າງກາຍ ແລະເຮັດໃຫ້ລາວແຂງ​
ແຮງຂຶ້ນກວ່າເກົ່າ.

ເຖິງແມ່ນວ່າການກິນຊີ້ນໝາ ແມ່ນເປັນເລື່ອງທີ່ຜິດກົດໝາຍຢູ່ໃນຂົງເຂດສ່ວນໃຫຍ່ຂອງເອ
ເຊຍກໍຈິງ ແຕ່ຢູ່ຫວຽດນາມມັນເປັນທຸລະກິດໃຫຍ່. ຕາມ​ປົກກະຕິ​ແລ້ວ ໝາແມ່ນມີການລ້ຽງ
ກັນ​ໃນຈຳນວນນ້ອຍໆ ຢູ່ຕາມໝູ່ບ້ານແລ້ວ ຫຼັງຈາກນັ້ນກໍຂາຍໃຫ້ແກ່ພໍ່ຄ້າຄົນກາງຊຶ່ງພວກ
ເຂົາເຈົ້າຈະຈັດສົ່ງໝາເຫຼົ່ານີ້ໄປຍັງຮ້ານອາຫານຢູ່ໃນເມືອງ.

ທ່ານ Tuan Bendixsen ຜູ້ອຳນວຍການ ຫ້ອງການກຳກັບນຳສັດເຂດເອເຊຍ ສາຂາ
ຫວຽດນາມກ່າວວ່າ ໃນຂະນະທີ່ເສດຖະກິດຂອງຫວຽດນາມ ມີການເຕີບໃຫຍ່ຂະຫຍາຍ
ໂຕຂຶ້ນ ຜູ້ຄົນໃນຈຳນວນຫຼາຍຂຶ້ນ ກໍພາກັນຍົກຍ້າຍ ເຂົ້າໄປຢູ່ໃນເມືອງ ຊຶ່ງເຮັດຈຳນວນ
ຄອບຄົວທີ່ລ້ຽງໝາ ຢູ່ໃນເຂດຊົນນະບົດນັ້ນມີໜ້ອຍລົງ. ທ່ານ Tuan ກ່າວ​ຕື່ມວ່າ​ແຕ່​ວ່າ
ໃນຂະນະດຽວກັນ ກໍມີຜູ້ຄົນໃນຈຳນວນເພີ່ມຂຶ້ນ ທີ່ສາມາດຊື້ຊີ້ນໝາມາກິນໄດ້ ດັ່ງນັ້ນຈຶ່ງ ເຮັດໃຫ້ການບໍລິໂພກຊີ້ນໝາມີປະລິມານສູງຂຶ້ນ.

ທ່ານ Tuan ເວົ້າວ່າ “ບັນຫາກໍຄືວ່າ ມີຊີ້ນໝາບໍ່ພຽງພໍ ເພື່ອສະໜອງຕອບຕໍ່ການ
ຊື້ຂາຍ ໂດຍສະເພາະແລ້ວໃນຊ່ວງກິດເຕັດຫຼືປີໃໝ່ຫວຽດນາມ ຊຶ່ງໝາຍຄວາມ​
ວ່າ ຕ້ອງມີການນຳໝາ ເຂົ້າມາຈາກປະເທດໄທ. ກະປະມານກັນວ່າ ມີການນຳ
ເຂົ້າໝາ 25,000 ໂຕຕໍ່ເດືອນຫຼືຫຼາຍກວ່ານັ້ນ ມາຈາກປະເທດໄທ.”

ໃນເດືອນແລ້ວນີ້ ຕຳຫຼວດໄດ້ຈັບຜູ້ຊາຍ 3 ຄົນ ທີ່ພະຍາຍາມລັກລອບໝາ 1 ພັນກວ່າໂຕ
ເຂົ້າໄປໃນຫວຽດນາມໂດຍຜ່ານທາງປະເທດລາວ.

ທ່ານ Tuan ເວົ້າວ່າ “ຖ້າທ່ານຫາກເດີນທາງໄປຍັງເຂດພາກກາງຂອງຫວຽດນາມ
ໃກ້ໆຊາຍແດນລາວ ທ່ານກໍມັກຈະເຫັນລົດບັນທຸກຂ້າມຊາຍແດນເຂົ້າມາຊຶ່ງເປັນ
ລົດບັນທຸກຂະໜາດໃຫຍ່ ມີໝາ 200 ຫາ 300 ໂຕ ຖືກຂັງຢູ່​ໃນ​ຄອກ​ທີ່​ຢອງໆ​
ກັນຂຶ້ນຄືກັນກັບໄກ່ ແຕ່ລະຄອກມີໝາຂັງຢູ່ປະມານ 10 ໂຕມັນເປັນຄອກນ້ອຍໆ.
ໝາເຫຼົ່ານີ້ແມ່ນນຳ​ເຂົ້າມາ ເພື່ອປ້ອນອຸດສາຫະກຳຊີ້ນໝາ ຢູ່ໃນຫວຽດນາມ.”

ຊີ້ນໝາບໍ່ແມ່ນວ່າຈະພາໃຫ້ມີສຸຂະພາບແຂງແຂງສະເໝີໄປ. ໃນປີ 2008 ໄດ້ມີການຮຽກ
ຮ້ອງໃຫ້ຈັດຕັ້ງກົດລະບຽບ ຄວບ​ຄຸມອຸດສາຫະກຳຊີ້ນໝາຂຶ້ນມາ ຫຼັງຈາກໄດ້ມີການແຜ່ລະ
ບາດຢ່າງຮ້າຍແຮງຂອງໂຣກອະຫິວາ ທີ່ພົວພັນກັບຮ້ານ​ອາຫານ​ທີ່​ເສີ​ບຊີ້ນໝານັ້ນ.

ເຖິງແມ່ນຟາມລ້ຽງສັດຕ່າງໆເຊັ່ນງົວຄວາຍ ໝູແລະໄກ່ໄດ້ຖືກຄວບຄຸມໂດຍກະຊວງກະສິກຳ ແລະການພັດທະນາຊົນນະບົດກໍຈິງແຕ່ບໍ່ມີລະບຽບການໃດໆຄວບຄຸມກ່ຽວກັບເລື່ອງຊີ້ນໝາ.

ແຕ່ແນວໃດກໍຕາມ ອີງຕາມທ່ານ Tuan Bendixsen ແລ້ວ ມັນ​ເປັນເລື່ອງທີ່ດີຊໍ້າ.

ທ່ານ Tuan ກ່າວວ່າ ໃນປີ 2009 ພວກເຈົ້າໜ້າທີ່ລະດັບແຂວງ ໃນພາກໃຕ້ຫວຽດນາມ
ໄດ້ຮ້ອງຂໍໃຫ້ລັດຖະບານກາງ ອອກລະບຽບການກ່ຽວກັບເລື່ອງຊີ້ນໝາ ສຳລັບໃຫ້ຄົນເຮົາ
ບໍລິໂພກແຕ່ຫ້ອງການກຳກັບນຳສັດເຂດເອເຊຍໄດ້ຄັດຄ້ານຕໍ່ການເຄື່ອນໄຫວທີ່ວ່ານີ້.

ທ່ານ Tuan ເວົ້າວ່າ ພວກເຮົາຄິດວ່າມັນຈະເປັນໂຕຢ່າງທີ່ບໍ່ດີສຳລັບການຄ້າ
ຊີ້ນໝາໂດຍທົ່ວໄປ. ພວກເຮົາຄິດວ່າ ຖ້າເລື່ອງດັ່ງກ່າວຫາກເກີດຂຶ້ນມັນກໍຈະ
ເປີດປະຕູ ໃຫ້ມີການຄ້າຊີ້ນໝາຢູ່ໃນຫວຽດນາມ ດັ່ງນັ້ນ ພວກເຮົາຈຶ່ງໄດ້ສົ່ງຂໍ້
ສະລຸບສັ້ນໆກ່ຽວກັບວ່າ ເປັນຫຍັງເລື່ອງດັ່ງກ່າວ ຈຶ່ງບໍ່ຄວນເກີດຂຶ້ນ. ຫວຽດ
ນາມ ບໍ່ຄວນຈະເປັນປະເທດທຳອິດ ທີ່ບັນຢັດກົດລະບຽບເພື່ອອະນຸຍາດໃຫ້ມີ
ການຄ້າຊີ້ນໝາໄດ້.”

ທ່ານ Tuan ເວົ້າວ່າ ພວກທີ່ມັກກິນຊີ້ນໝາສ່ວນໃຫຍ່ແມ່ນເປັນພວກຄົນທີ່ມີອາຍຸປານ
ກາງ. ພວກທີ່ມີອາຍຸໜຸ່ມນ້ອຍແມ່ນມີທ່າທາງວ່າຢາກໄດ້ໝາມາລ້ຽງໄວ້ຫລາຍ​ກ່ວາຍ້ອນ
ວ່າພວກເຂົາເຈົ້າມີ​ແນວ​ຄິດ​ເອນອ່ຽງ​ໄປ​ໃນນໍາສິ່ງທີ່ຜູ້ຄົນມັກກະທຳກັນ ຢູ່ໃນສັງຄົມຂອງ ປະເທດຕາເວັນຕົກນັ້ນຫຼາຍກ່ວາ. ທ່ານ​ຊີ້​ອອກ​ວ່າ ທ່າອຽງດັ່ງກ່າວນີ້ແມ່ນສາ​ເຫດສ່ວນ
ນຶ່ງຂອງ​ການທີ່ມີຈຳນວນພວກຄົນລ້ຽງໝາເພີ່ມຂຶ້ນນັບມື້​ຢູ່ໃນຫວຽດນາມ.

ທ່ານ Quoc Bao ແມ່ນຜູ້ອຳນວຍການອະວຸໂສຂອງສະມາຄົມ​ເຮືອນໝາຫວຽດນາມ.

ທ່ານ Bao ເວົ້າວ່າ ເຖິງແມ່ນບໍ່ມີີຜູ້ຄົນປະສົມພັນໝາລາຄາ​ແພງ ລ້ຽງຢູ່ໃນຫວຽດນາມ
ຫລາຍ​ເທົ່າກັນກັບຢູ່ໃນປະເທດອື່ນໆກໍຈິງ ແຕ່ໂຕເລກກໍໄດ້ຖີບໂຕສູງຂຶ້ນ ຢ່າງຫຼວງຫຼາຍ
ໃນຮອບທົດສະວັດຜ່ານມາ​ແລະວ່າທາງສະມາຄົມຂອງ​ທ່ານໄດ້ຊ່ອຍໃຫ້ມີການເພາະພັນ
ສຳລັບພັນໝາທ້ອງຖິ່ນເຊັ່ນໝາຟູກວັກຫຼັງອານ ຊຶ່ງເປັນໝາທີ່ໄດ້ຖືກນຳໄປໂຊໃນງານສະ
ແດງໝາຂອງໂລກທີ່ກຸງປາຣີເປັນເທື່ອທຳອິດໃນເດືອນກໍລະກົດປີນີ້.

ເຖິງແມ່ນວ່າໄດ້ມີການນຳເອົາໝາຫຼາຍໆພັນ ເຂົ້າມາໃນຫວຽດນາມກໍຈິງ ແຕ່ທ່ານ Bao ເວົ້າວ່າພັນທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດ ມາຮອດປັດຈຸບັນນີ້ ກໍແມ່ນພັນ German
Shepherd ຊຶ່ງຖ້າລ້ຽງໃຫຍ່ເຕັມອັດຕາແລ້ວໝາພັນນີ້ ສາມາດຂາຍ​ໄດ້​ໃນລາຄາສູງເຖິງ
1,000 ໂດລາ ຄືປະມານ 10 ​ເທົ່າຂອງເງິນເດືອນໂດຍສະເລ່ຍຂອງຊາວຫວຽດນາມ.

ໃນຖານະທີ່ເປັນຜູ້ຮັກໝາທ່ານ Bao ຢືນຢັດວ່າທ່ານບໍ່ເຄີຍກິນໝາແລະຄິດວ່າຄົນອື່ນໆ
ທີ່ລ້ຽງໝາ ກໍບໍ່ກິນໝາຄືກັນ.

ທ້າວ Trinh Anh Ngoc ອາຍຸ 27 ປີ ເປັນຍາມຢູ່ບໍລິສັດນຶ່ງທີ່ນະຄອນຫຼວງ ຮາໂນ່ຍ.
ເມື່ອ 9 ເດືອນກ່ອນລາວໄດ້ຊື້ລູກໝາພັນ German Sepherd ໂຕນຶ່ງລາຄາ 500 ໂດ
ລາຊຶ່ງທໍ່ກັບເງິນເດືອນປະມານ 3 ເດືອນ.

ທ້າວ Trinh Anh Ngoc ເວົ້າວ່າ ເຖິງແມ່ນວ່າລາວກະຈະໃຊ້ໝາທີ່​ລາວ​ຊຶ້ນັ້ນເປັນຍາມ
ຊ່ວຍ​ລາວ​ເວລາ​ມັນ​ໃຫຍ່​ແລ້ວ ແຕ່ລາວກໍໄດ້ຊື້ໝາ​ໂຕ​ນັ້ນ ຍ້ອນວ່າລາວມີຄວາມສົນໃຈໃນ
ການຝຶກແອບໝາ ແລະປະສົມພັນໝາ. ລາວເວົ້າວ່າ ໝາແມ່ນເປັນເພື່ອນຂອງລາວ ດັ່ງ
ນັ້ນລາວຈຶ່ງຈະບໍ່ກິນໝາຂອງລາວເດັດຂາດ.

ແຕ່ແນວໃດກໍຕາມລາວເວົ້າວ່າ ລາວບໍ່ມີຄວາມຂັດຂ້ອງຫຼືອະ​ເຫຍືອງ​ແຕ່​ຢ່າງ​ໃດໃນ​ການ
ທີ່​ຈະກິນໝາອື່ນໆ.

ທ້າວ Trinh Anh Ngoc ກ່າວວ່າ “ໝາຫວຽດນາມ ແມ່ນມີຄວາມສະຫຼຽວສະ
ຫຼາດໜ້ອຍກວ່າໝາຂອງປະເທດຕາເວັນຕົກ ແລະຊີ້ນກໍມີນໍ້າມັນໜ້ອຍກວ່າດັ່ງ
ນັ້ນລາວຈຶ່ງມັກໄປຊອກຫາກິນຊີ້ນໝາ ຢູ່ຕາມຮ້ານອາຫານຕ່າງໆ.”

ສ່ວນທ່ານ Tuan ຈາກຫ້ອງການກຳກັບນຳສັດເຂດເອເຊຍກ່າວວ່າ ຄວາມຮູ້ສຶກລວມທີ່ມີ
ທັງບວກແລລົບກ່ຽວກັບການເປັນເຈົ້າຂອງໝາແລະການກິນຊີ້ນໝາ ນັ້ນແມ່ນປົກກະຕິວິ
ໄສຢູ່ໃສປະເທດຫວຽດນາມ.

ທ່ານຕວນເວົ້າວ່າ ຂ້າພະ​ເຈົ້າຮູ້ດີວ່າ ຄົນທີ່ລ້ຽງໝານັ້ນ ຍັງກິນຊີ້ນໝາຢູ່ ແຕ່ຈະບໍ່ກິນ
ຊີ້ນໝາທີ່ພວກເຂົາເຈົ້າລ້ຽງ. ຂ້າພະ​ເຈົ້າໄດ້ມີໂອກາດໂອ້ລົມ ກັບຜູ້ຄົນຈຳນວນນຶ່ງທີ່ກິນ
ຊີ້ນໝາເປັນປະຈຳ ແຕ່ກໍຮັກໝາທີ່ພວກເຂົາເຈົ້າລ້ຽງໄວ້. ຂ້າພະ​ເຈົ້າຮູ້ຈັກເດັກຍິງຄົນນຶ່ງ
ທີ່ມີໝາ Chihuahua ໂຕນ້ອຍໆໜ້າ​ຮັກນັ້ນ. ນາງຈະເອົາໃສ່ຖົງໄປໃສມາໃສນຳໝົດມື້ ແຕ່ນາງກໍມັກກິນຊີ້ນໝາເປັນປະຈຳ. ຂ້າພະ ເຈົ້າຖາມນາງວ່າ ເປັນຫຍັງນາງຈຶ່ງກິນຊີ້ນ
ໝາແລະນາງ​ກໍ​ເວົ້າ​ວ່າ ນາງມັກລົດຊາດຂອງມັນ. ສຳລັບຂ້າພະເຈົ້າແລ້ວ ຄວາມ​ຮູ້ສຶກ​
ກ່ຽວ​ພັນ​ກັນ​ນັ້ນ ​ແມ່ນ​ຂາດຫາຍ​ໄປຢູ່ບ່ອນໃດບ່ອນນຶ່ງ ໃນລະຫວ່າງສິ່ງທີ່ພວກເຂົາເຈົ້າ
ມອງເຫັນ​ໃນ​ໂຕໝາຂອງພວກເຂົາເຈົ້າແລະສິ່ງທີ່ພວກເຂົາເຈົ້າມອງເຫັນຢູ່ໃນຈານນັ້ນ.

ທ່ານ Tuan ເວົ້າວ່າ ທ່ານບໍ່ຄິດວ່າຊີ້ນໝາ ຈະຫາຍສາບສູນໄປຈາກລາຍການອາຫານ ໃນອະນາຄົດອັນໃກ້ໆນີ້ແຕ່ປະການໃດ ເຖິງແມ່ນຈະ​ມີຜູ້ຄົນໃນຈຳນວນເພີ່ມຂຶ້ນນຳເອົາໝາ
ມາລ້ຽງໄວ້ເປັນເພື່ອນຢູ່ຕາມບ້ານເຮືອນກໍຕາມ.

XS
SM
MD
LG