ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຄັດຄ້ານລັດຖະບານ ທີ່ມາຈາກຄອບຄົວປະຕິວັດ ຖືກຕັດສິນຈຳຄຸກ 7 ປີ ໃນຫວຽດນາມ


ທ່ານ Cu Huy Ha Vu ຖືກຕຳຫຼວດຄຸມໂຕໄປ ຫຼັງຈາກການດຳເນີນຄະດີ ທີ່ສານແຫ່ງນຶ່ງ ໃນນະຄອນຫຼວງຮ່າໂນ່ຍ (4 ເມສາ 2011)
ທ່ານ Cu Huy Ha Vu ຖືກຕຳຫຼວດຄຸມໂຕໄປ ຫຼັງຈາກການດຳເນີນຄະດີ ທີ່ສານແຫ່ງນຶ່ງ ໃນນະຄອນຫຼວງຮ່າໂນ່ຍ (4 ເມສາ 2011)

ນັກເຄື່ອນໄຫວການເມືອງ ທີ່ມາຈາກຄອບຄົວຊົນຊັ້ນຜູ້ນຳຄອບຄົວນຶ່ງໃນຫວຽດນາມໄດ້ ຖືກຕັດສິນໂທດຈຳຄຸກເປັນ ເວລາ 7 ປີໃນຂໍ້ຫາພະຍາຍາມທີ່ຈະໂຄ່ນລົ້ມລັດຖະບານ. ພວກນັກວິເຄາະກ່າວວ່າ ກົນລະຍຸດໃນການປະທ້ວງແບບຜິດທໍາມະດາຂອງລາວໄດ້ ເປັນບັນຫາທ້າທາຍໃຫ້ແກ່ພັກຄອມມູນິສຫວຽດນາມທີ່ປົກຄອງປະເທດຢູ່ໃນເວລານີ້. Mike Ives ມີລາຍງານກ່ຽວກັບເລື່ອງນີ້ຈາກ ຮ່າໂນ່ຍ

ນັກເຄື່ອນໄຫວການເມືອງຄົນນຶ່ງຂອງຫວຽດນາມໄດ້ຖືກຕັດສິນໂທດຈຳຄຸກເປັນເວລາ 7 ປີ ໃນຂໍ້ຫາຮຽກຮ້ອງໃຫ້ຍຸບພັກຄອມມູນິສຫວຽດນາມທີ່ປົກຄອງປະເທດຢູ່ໃນເວລານີ້ ໂດຍສະ ໜັບສະໜຸນໃຫ້ມີການສ້າງຕັ້ງລະບົບການເມືອງແບບມີຫຼາຍພັກແລະກ່າວເຖິງສົງຄາມຫວຽດ
ນາມວ່າເປັນສົງຄາມກາງເມືອງ. ຜູ້ພິພາກສາຄົນນຶ່ງກ່າວວ່າບົດຂຽນຕ່າງໆທີ່ພິມເຜີຍແຜ່ແລະ
ການສຳພາດຂອງນັກເຄື່ອນໄຫວ Cu Huy Ha Vu ໄດ້ສ້າງຮອຍດ່າງດຳບໍ່ໂດຍທາງກົງ
ກໍໂດຍທາງອອ້ມ ຕໍ່ພັກຄອມມູນິສຫວຽດນາມ.

ຫຼັງຈາກຖືກປ່ອຍແລ້ວ ທ່ານ Vu ຍັງຈະຖືກກັກບໍລິເວນຕື່ມອີກເປັນເວລາ 3 ປີ.

ພວກນັກວິເຄາະກ່າວວ່າ ການເຄື່ອນໄຫວທາງກົດໝາຍຢ່າງແຂງຂັນຜິດປົກກະຕິຂອງທ່ານ
Vu ໄດ້ທ້າທາຍຕໍ່ອຳນາດຂອງພັກຄອມມູນິສ ແລະເວົ້າວ່າການດຳເນີນຄະດີທີ່ໄດ້ຮັບ
ຄວາມສົນໃຈຢ່າງກວ້າງຂວາງຈາກປະຊາຊົນດັ່ງກ່າວນີ້ ແມ່ນພາໃຫ້ເກີດຄຳຖາມກ່ຽວກັບ
ການຄັດຄ້ານລັດຖະບານຢ່າງເປັນການເປີດແປນໃນອະນາຄົດຢູ່ໃນປະເທດຫວຽດນາມ.

ທ່ານ Vu ນັກເຄື່ອນໄຫວອາຍຸ 53 ປີທີ່ຮຽນກົດໝາຍຈາກປະເທດຝຣັ່ງ ໄດ້ຖືກຈັບໃນເດືອນ
ພະຈິກປີກາຍອັນເປັນພາກສ່ວນນຶ່ງໃນການປາບປາມຂອງລັດຖະບານຕໍ່ພວກນັກເຄື່ອນໄຫວ ແລະພວກຂຽນຂ່າວທາງອິນເຕີແນັດ ກ່ອນກອງປະຊຸມໃຫຍ່ ຂອງພັກຄອມມູນິສຫວຽດນາມ
ໃນເດືອນມັງກອນປີນີ້.

ທ່ານ Vu ໄດ້ຕໍ່ສູ້ປົກປ້ອງພວກຕຳໜິຕິຕຽນລັດຖະບານແລະໃນປີ 2009 ທ່ານໄດ້ພະຍາ
ຍາມ 2 ເທື່ອທີ່ຈະຟ້ອງນາຍົກລັດຖະມົນຕີ Nguyen Tan Dung ທີ່ພົວພັນກັບໂຄງການ
ບໍ່ແຮ່ບອັກໄຊທ໌ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງແລະກ່າວອ້າງວ່າເປັນການລະເມີດຕໍ່ກົດໝາຍ
ຫວຽດນາມ.

ຫຼັງຈາກທ່ານ Vu ຖືກຈັບໃນເດືອນພະຈິກແລ້ວສື່ມວນຊົນທີ່ລັດຖະບານຄວບຄຸມຂອງຫວຽດ ນາມກໍໄດ້ກ່າວຫາທ່ານວ່າ ເຜີຍແຜ່ຂ່າວທີ່ບໍ່ມີມູນຄວາມຈິງ ເສກສັນປັ້ນແຕ່ງ ແລະບິດ
ເບືອນກ່ຽວກັບຄະນະນຳພາແລະການບໍລິຫານງານຂອງປະເທດ.

ພວກນັກເຄື່ອນໄຫວຫວຽດນາມຕາມປົກກະຕິແລ້ວຈະຖືກກ່າວຫາວ່າເຜີຍແຜ່ຂ່າວໂຄສະນາ ຊວນເຊື່ອຕໍ່ຕ້ານລັດຖະບານ ແຕ່ບໍ່ຄືກັບ ພວກນັກເຄື່ອນໄຫວຄົນອື່ນໆທ່ານ Vu ເປັນຜູ້ທີ່
ສືບເຊື້ອສາຍ ມາຈາກຄອບຄົວຊົນຊັ້ນຜູ້ນຳ ຫຼືຊົນຊັ້ນຫົວກະທິຂອງຫວຽດນາມ. ບິດາຂອງ
ທ່ານຄືທ່ານ Cu Huy Can ເປັນທີ່ປຶກສາຂອງທ່ານໂຮ່ຈິມິນ ມື້ລາງຜູ້ນຳຂອງຫວຽດນາມ
ແລະອີງຕາມລາຍງານຂອງສື່ມວນຊົນທ້ອງຖິ່ນແລ້ວ ລຸງຂອງທ່ານ ຄືທ່ານ Xuan Dieu ເປັນ ນັກກະວີທີ່ມີຊື່ສຽງດັງຄົນນຶ່ງຂອງຫວຽດນາມ.

ທ່ານ Carl Thayer ສາດສະດາຈານກິດຕິມະສັກ ທີ່ມະຫາວິທະຍາໄລ New South
Wales ຂອງອອສເຕຣເລຍ ກ່າວກ່ອນການດຳເນີນຄະດີວ່າ ເຊື້ອສາຍຊົນຊັ້ນສູງຫຼືຊົນ
ຊັ້ນຜູ້ນຳຂອງ ທ່ານ Vu ໄດ້ເຮັດໃຫ້ພັກຄອມມູນິສຫວຽດນາມຕົກຢູ່ໃນທ່າທີທີ່ລຳບາກ.

// ສຽງ //

ທ່ານ Thayer ກ່າວວ່າ "ເຈົ້າຈະເອົາເລື່ອງແບບໃດ ກັບບຸກຄົນທີ່ມີພື້ນຖານດີແບບ
ນັ້ນ ແລະເວົ້າວ່າ ລາວຈະທຳການໂຄ່ນລົ້ມລັດຖະບານອີຫຼີແທ້ບໍ ໃນເມື່ອລາວ
ເອງກໍມາຈາກ ຄອບຄົວທີ່ຈົງຮັກພັກດີແບບນີ້? ພວກໄອຍະການຂອງລັດຖະບານ
ແລະເຈົ້າໜ້າທີ່ຮັກສາຄວາມສະຫງົບຈະພະຍາຍາມຫາທາງປ້ອງກັນບໍ່ໃຫ້ມີການ
ນຳເອົາເລື່ອງທັງສອງນີ້ມາຕໍ່ໃສ່ກັນ."

ເຖິງແມ່ນວ່າຫວຽດນາມໄດ້ປະຕິເສດຕໍ່ການພະຍາຍາມທີ່ຈະຍື່ນຟ້ອງຄັດຄ້ານຕໍ່ໂຄງການຂຸດ
ແຮ່ບອັກໄຊທ໌ກໍຈິງ ທ່ານ Thayer ເວົ້າວ່າການເຄື່ອນໄຫວຂອງທ່ານ Vu ແມ່ນໄດ້ທ້າ
ທາຍຕໍ່ອຳນາດກົດໝາຍຂອງຫວຽດນາມ.

ໃນວັນທີ 2 ເດືອນເມສານີ້ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຮຽກໃຫ້
ປ່ອຍທ່ານ Vu ໂດຍໃຫ້ຂໍ້ສັງເກດວ່າ ທ່ານເປັນນຶ່ງໃນບັນດາພວກຄັດຄ້ານລັດຖະບານທີ່ມີຊື່ ສຽງທີ່ສຸດໃນຫວຽດນາມ.

ທ່ານ Phil Robertson ຮອງຜູ້ອຳນວຍການເຂດເອເຊຍຂອງກຸ່ມປົກປ້ອງສິດທິມະນຸດ
Human Rights Watch ກ່າວຕໍ່ວີໂອເອວ່າ ການດຳເນີນຄະດີທ່ານ Vu ແມ່ນໄດ້ສະ
ທ້ອນໃຫ້ເຫັນການເມືອງ ພາຍໃນປະເທດຂອງຫວຽດນາມ ແລະບໍ່ໄດ້ພົວພັນກັບການ
ລຸກຮືຂຶ້ນເມື່ອໄວໆມານີ້ຢູ່ໃນເຂດອາຟຣິກາເໜືອແລະພາກຕາເວັນອອກກາງ ແຕ່ຢ່າງໃດ.

ບໍ່ເທົ່າໃດຊົ່ວໂມງກ່ອນທີ່ຈະມີການຕັດສິນໂທດທ່ານ Vu ນັ້ນທ່ານ Robertson ກ່າວວ່າ
ການດຳເນີນຄະດີໃນຄັ້ງນີ້ ອາດຖືກໃຊ້ເປັນໂຕຢ່າງ ກ່ຽວກັບວ່າຫວຽດນາມຈະຕອບໂຕ້
ແບບໃດຕໍ່ການຕຳໜິຕິຕຽນໂດຍສະມາຊິກໃນຄອບຄົວ ຂອງພວກຊົນຊັ້ນຜູ້ນຳໃນຄະນະ
ປະຕິວັດຫວຽດນາມ.

// ສຽງ //

ທ່ານ Robertson ເວົ້າວ່າ "ການສົມມຸດຂອງພວກເຮົາກໍຄືວ່າ ພວກເຂົາກຳລັງ
ຫາທາງ ປິດປາກປິດສຽງຂອງລາວ ແຕ່ຂ້າພະເຈົ້າຄິດວ່າ ພວກເຂົາອາດ
ຈະມອງໄປໄກກວ່າລາວຊຶ່ງນອກນັ້ນຍັງມອງຫາບຸກຄົນອື່ນໆພາຍໃນຖັນແຖວ ພວກຊົນຊັ້ນນຳປະຕິວັດຜູ້ທີ່ອາດຢາກຈະອອກປາກອອກສຽງກ່ຽວກັບວ່າແມ່ນ
ຫຍັງໄດ້ເກີດຂຶ້ນ ກ່ຽວກັບການສໍ້ລາດບັງຫຼວງ, ການກະທຳຄວາມຜິດ ການ
ລ່ວງລະເມີດສິດທິມະນຸດ ການສໍ້ໂກງເອົາດິນ ແລະການກະທຳອື່ນໆ ທີ່ພາ
ໃຫ້ກຸ່ມສັງຄົມພົນລະເຮືອນຂອງຫວຽດນາມຕັ້ງຄຳຖາມເພີ່ມຂຶ້ນໃນທົ່ວທຸກຂົງ
ເຂດວຽກງານຢູ່ໃນປະເທດຫວຽດນາມ."

ອີງຕາມກຸ່ມປົກປ້ອງສິດທິມະນຸດ Human Rights Watch ແລ້ວພວກທີ່ໃຫ້ການສະໜັບ
ສະໜຸນຢ່າງກວ້າງຂວາງແກ່ທ່ານ Vu ນັ້ນ ແມ່ນຮວມທັງພວກຄົນງານ ພວກຂຽນຂ່າວລົງ
ອິນເຕີແນັດ ພວກທີ່ນັບຖືສາສະໜາກິາໂຕລິກແລະພວກນັກເຄື່ອນໄຫວໃນເລື່ອງດິນ

XS
SM
MD
LG