ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານຫວຽດນາມ ຕັດສິນ ຝາກໂທດ ທ່ານ Uy 15 ເດືອນ


ກ່ອນການຈັບກຸມ ນັກຂຽນຂ່າວລົງອິນເຕີແນັດ Dinh Nhat Uy ໄດ້ຖືປ້າຍຕໍ່ຕ້ານການອ້າງກຳມະສິດຂອງຈີນ ຕໍ່ໝູ່ເກາະ ໃນເຂດທະເລຈີນໃຕ້.
ກ່ອນການຈັບກຸມ ນັກຂຽນຂ່າວລົງອິນເຕີແນັດ Dinh Nhat Uy ໄດ້ຖືປ້າຍຕໍ່ຕ້ານການອ້າງກຳມະສິດຂອງຈີນ ຕໍ່ໝູ່ເກາະ ໃນເຂດທະເລຈີນໃຕ້.
ສານ​ແຫ່ງ​ນຶ່ງ​ຂອງ​ຫວຽດນາມ ​ໄດ້​ພົບ​ເຫັນ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ
ທີ່​ໄດ້​ນໍາໃຊ້​ສື່​ສັງຄົມ Facebook ​ຕໍາ​ນິຕິ​ຕຽນ​ ລັດຖະບານ
ນັ້ນ ມີ​ຄວາມ​ຜິດ​.

ສານ​ຫວຽດນາມ​ ໃນ​ວັນ​ອັງຄານ​ມື້​ນີ້ ໄດ້​ພົບ​ເຫັນ ທ່ານ Dinh
Nhat Uy ມີ​ຄວາມ​ຜິດ ແຕ່​ໄດ້​ ​ໂຈະ​ຫຼືຝາກໂທດ ​ໃນ​ການ​
ຈໍາ​ຄຸກ​ເປັນ​ເວລາ 15 ​ເດືອນຂອງ​ລາວ​ ແລະ​ກໍປ່ອຍ​ລາວ​
ຈາ​ກການ​ກັກ​ຂັງ​.

ທະນາຍຄວາມ​ຂອງ​ທ່ານ Uy ​ໄດ້​ກ່າວ​ວ່າ ລູກ​ຄວາມ​ຂອງ​ລາວ
​ ​ໄດ້​ຕັດສິນວ່າ​ມີ​ຄວາມ​ຜິດ ​ໃນໃຊ້​ສິດ​ເສລີພາບ​ປະຊາທິປະ​ໄຕ
ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ ​ໃນ​ການ​ຂຶ້ນ​ສານ​ດຳ​ເນີນ​ຄະດີ​ເປັນ​ເວລາ ນຶ່ງມື້. ຄະດີ​ດັ່ງກ່າວ​ນີ້ ​
ແມ່ນ​ເຊື່ອ​ວ່າ​ເປັນ​ຄະດີ​ທໍາ​ອິດ ​ໃນ​ຫວຽດນາມ ທີ່​ກ່າວເຖິງ Facebook ​ໂດຍ​ຊື່​.

ກຸ່​ມປົກ​ປ້ອງສິດທິ​ມະນຸດ Human Rights Watch ທີ່​ມີ​ສຳນັກງານ​ຢູ່​ສະ​ຫະລັດ ຮຽກຮ້ອງ
​ໃຫ້ ປ່ອຍ​ຕົວ​ທ່ານ ​ Uy ໃນທັນທີ. ​ກຸ່ມ​ດັ່ງກ່າວ​ຍັງ​ລາຍ​ງານ​ວ່າ ນັກ​ເຄື່ອນ​ໄຫວ ທາງ​ການ
​ເມືອງ​ທີ່ອາຍຸ 61 ປີ ຄົນ​ນີ້ ໄດ້ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ​ແລະຕິດ​ຄຸກ ​ໃນ​ປີ 2013 ປຽບ​ທຽບ
​ໃສ່​ເກືອບ 40 ຄະດີ​ ທີ່​ໄດ້​ມີ​ການ​ຕັດສິນ​ລົງ​ໂທດ ​ໃນ​ປີ​ກາຍ​ນີ້.

​ໃນ​ເດືອນ​ກັນຍາ​ຜ່ານ​ມາ​ ກົດໝາຍ​ໃໝ່ທີ່​ເລີ້ມມີ​ຜົນ​ບັງຄັບ​ໃຊ້ໃນ​ຫວຽດນາມ ​ແມ່ນ​ເກືອດ​
ຫ້າມ​ບໍ່ໃຫ້ລົງ​ຂ່າວ​ຫຼືພິມ​ເຜີຍ​ແຜ່​ຂໍ້ຄວາມຕໍາ​ນິຕິ​ຕຽນ​ລັດຖະບານ ​ຜ່ານ​ທາງ​ຕາໜ່າງສື່​ສັງຄົມ
​ແຕ່ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ເທື່ອ ຖືກ​ຟ້ອງ​ຮ້ອງພາຍ​ໃຕ້ກົດໝາຍ​ທີ່​ວ່າ​ນີ້​ເທື່ອ.

XS
SM
MD
LG