ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຈັບກຸມ ຜູ້ຄັດຄ້ານລັດຖະບານ ທມີຊສຽງ


Dr Nguyen Dan Que ຜູ້ຄັດຄ້ານລັດຖະບານຫວຽດນາມ
Dr Nguyen Dan Que ຜູ້ຄັດຄ້ານລັດຖະບານຫວຽດນາມ

















ລາຍ​ງານ​ຂ່າວ​ຫວຽດນາມ​ກ່າວ​ວ່າ ຕໍາຫລວດ​ໄດ້​ຈັບ​ກຸມ​ນາຍ Nguyen Dan Que
ນັກ​ເຄື່ອນ​ໄຫວເພື່ອ​ປະຊາທິປະໄຕທີ່​ມີ​ຊື່​ສຽງ​ ​ແລະກ່າວຫາ​ຜູ້ກ່ຽວວ່າ​ ມີ​ເອກະສານ
ຕ່າງໆ​ຢູ່​ໃນ​ຄວາມ​ຄອບ​ຄອງທີ່​ຮຽກຮ້ອງ​ໃຫ້​ທໍາ​ການ​ໂຄ່ນ​ລົ້ມ​ລັດຖະບານ​ກຸງ​ຮາ​ໂນ​ຍ.

ຕໍາຫລວດໃນ​ນະຄອນ​ໂຫ້ຈິ​ມິນ ປະກາດຂ່າວ​ການ​ຈັບ​ກຸມ​ນາຍ Nguyen Dan Que
ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້ ແລະ​ກ່າວ​ວ່າ ການ ກວດ​ຄົ້ນ​ເຮືອນ​ຂອງ​ນາຍ Que ​ໄດ້​
ພົບ​ເຫັນ​ແຟ໊ມ​ເອກະສານ​ໃນ​ຄອມພີ​ວ​ເຕີ ​ຈໍານວນ​ຫລາຍ​ກວ່າ 60 ພັນ​ສະບັບ​ ທີ່​ຕໍ່
ຕ້ານ​ລັດຖະບານ.

ລາຍ​ງານ​ສື່​ມວນ​ຊົນ​ລາຍ​ງານໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ເອກະສານ​ຕ່າງໆ​ເຫລົ່າ​ນີ້ ​ແມ່ນ​ຮວມ
ທັງ​ການ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຫວຽດນາມ​ ພາກັນ​ອອກໄປ​ເດີນ​ຂະ​ບວນຕາມ​ຖະໜົນຫົນ
ທາງ​ສາຍ​ຕ່າງໆ ​ແລະ​ໃຫ້​ໂຄ່ນ​ລົ້ມລັດຖະບານ​ນໍາ.

ໃນ​ຕົ້ນ​ເດືອນ​ນີ້ ນາຍ Nguyen Dan Que ​ໄດ້ກ່າວ​ຕໍ່​ວິ​ທະຍຸວີ​ໂອ​ເອ ພະ​ແນກພາສາ​
ຫວຽດນາມ​ໃນ​ການ​ໃຫ້​ສໍາພາດ​ວ່າ ປະຊາຊົນຫວຽດນາມ​ ​ໄດ້​ຮັບຄວາມ​ບັນ​ດົນ​ໃຈ​ໃນ
ການ​ຮຽກຮ້ອງ​ເອົາສິດທິ​ມະນຸດ​ແລະ​ປະຊາທິປະ​ໄຕ​ ຈາກຄື້ນຟອງ​ແຫ່ງ​ການ​ປະ​ທ້ວງ​
ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

ນາຍ Nguyen Dan Que ຖືກຈັບ​ກຸມ​ ​ໃນ​ມື້​ດຽວ​ກັນ​ກັບທີ່​ຜູ້ກ່ຽວໄດ້ອອກ​ຄວາມ​ຄິດ​
ຄວາມ​ເຫັນ​ທີ່ພິມ​ເຜີຍ​ແຜ່​ໃນ​ໜັງສືພິມ Washington Post ຂອງ​ສະຫະລັດ ຊຶ່ງ​ຜູ້ກ່ຽວ
ໄດ້​ທໍາ​ການ​ຕໍາໜິຕິຕຽນ​ ​ອັນທີ່ລາວ​ເອີ້ນ​ວ່າ ການ​ບໍ່​ເອົາ​ຫົວຊາ​ນໍາ​ການ​ເຄົນ​ລົບ​ນັບຖື​ສິດ
ທິ​ມະນຸດ​ແລະ​ກົດໝາຍ​ສາກົນ​ຂອງ​ລັດຖະບານ​ກຸງ​ຮາ​ໂນ​ຍນັ້ນ.

XS
SM
MD
LG