ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວຫວຽດນາມ ໄດ້ຮັບອະນຸຍາດໃຫ້ປະກັນຕົວ


Dr. Nguyen Dan Que
Dr. Nguyen Dan Que

ສື່ມວນຊົນທີ່ຄວບຄຸມໂດຍລັດຖະບານຫວຽດນາມກ່າວວ່າ ນັກເຄື່ອນໄຫວເພື່ອປະຊາທິ
ປະໄຕຄົນສຳຄັນຄົນນຶ່ງໄດ້ຖືກປ່ອຍດ້ວຍການປະກັນຕົວ ນຶ່ງມື້ຫຼັງຈາກທີ່ລາວໄດ້ຖືກຈັບ ໃນຂໍ້ຫາຊອກຫາທາງຈະໂຄ່ນລົ້ມລັດຖະບານນັ້ນ.

ລາຍງານທີ່ມີການເຜີຍແຜ່ໃນວັນອັງຄານມື້ນີ້ ເວົ້າວ່າ ນາຍ Nguyen Dan Que ອາຍຸ
69 ປີ ໄດ້ຖືກປ່ອຍໃນຕອນແລງວັນອາທິດແລ້ວນີ້ ເພາະວ່າ ລາວມີສຸກຂະພາບບໍ່ຄ່ອຍ
ແຂງແຮງແລະໃຫ້ຄວາມຮ່ວມມືກັບທາງເຈົ້າໜ້າທີ່ຕໍາຫຼວດ. ພວກເຂົາເຈົ້າເວົ້າວ່າ ທາງເຈົ້າ
ໜ້າທີ່ມີແຜນການຈະຮຽກຕົວນາຍ Que ໄປສອບປາກຄຳຕື່ມອີກ ໃນຂະນະທີ່ການສືບ
ສວນຂອງເຈົ້າໜ້າທີ່ດຳເນີນຕໍ່ໄປ.

ນາຍ Que ໄດ້ຖືກຈັບກຸມໃນວັນເສົາ ທີ່ບ້ານພັກຂອງຜູ້ກ່ຽວໃນນະຄອນ Ho Chi Minh
City ບໍ່ເທົ່າໃດຊົ່ວໂມງຫຼັງຈາກລາວໃຫ້ສໍາພາດກັບກຸ່ມອົງການຂ່າວປະເທດຕາເວັນຕົກ,
ຮວມທັງ VOA ພະເເນກພາສາຫວຽດນາມນໍາ. ພວກຕໍາຫຼວດໄດ້ພົບເອກກະສານຕໍ່ຕ້ານ
ລັດຖະບານ ຫຼາຍພັນສະບັບ ຢູ່ໃນເຄື່ອງຄອມພິວເຕີຂອງລາວ ຊຶ່ງເອກກະສານບາງອັນໄດ້
ຮຽກຮ້ອງໃຫ້ປະຊາຊົນລຸກຮືຂຶ້ນ ຄືກັນກັບຢູ່ພາກຕາເວັນອອກກາງ ແລະອາຟຣິກາເໜືອນັ້ນ.

ໃນການໃຫ້ສໍາພາດກັບ VOA ໃນຕົ້ນເດືອນກຸມພາແລ້ວນີ້ນາຍ Que ກ່າວວ່າ ການລຸກ
ຮືຂຶ້ນໃນພາກຕາເວັນອອກກາງ ແມ່ນເປັນແຮງໃຈຊຸກຍູ້ໃຫ້ຊາວຫວຽດນາມ ຮຽກຮ້ອງໃຫ້
ມີການເຄົາຣົບນັບຖືສິດທິມະນຸດແລະປະຊາທິປະໄຕຫຼາຍຂຶ້ນ.

XS
SM
MD
LG